ຊາວນະຄອນ ຫລວງພຣະບາງ ຢູ່ຫລາຍເຂດ ທີ່ເຮັດນາໝົດປີ ໄດ້ເຂົ້າບໍ່ກຸ້ມກິນ ຍ້ອນໄດ້ຮັບ ຜົລກະທົບ ຈາກ ພັຍແຫ້ງແລ້ງ, ຝົນບໍ່ຕົກ. ການເຮັດນາ ສ່ວນໃຫຍ່ ຈະລໍຖ້ານໍ້າຝົນ ຫາກຝົນບໍ່ຕົກ, ນໍ້າກໍບໍ່ມີ, ບໍ່ສາມາດເຮັດນາໄດ້ ເນື່ອງຈາກພື້ນທີ່ ສ່ວນໃຫຍ່ ເປັນພູດອຍ, ບໍ່ມີ ຫ້ວຍຢູ່ໃກ້, ເຮັດໃຫ້ຫລາຍຄົນ ຕ້ອງໄດ້ໄປຫາເຮັດວຽກ ຢູ່ຕ່າງແຂວງ ເພື່ອຫາເງິນມາຊື້ ເຂົ້າກິນ.
ບາງຄົນ ກໍຫາເຄື່ອງປ່າຂອງດົງ ໄປຂາຍພໍໄດ້ເງິນ, ບາງຄົນ ກໍເປັນໜີ້ເປັນສິນຫລາຍ. ປັດຈຸບັນ ເຂົ້າສານ ຢູ່ເມືອງງອຍ ກິໂລລະ 10 ພັນ ກີບຄືແພງຂຶ້ນຈາກເມື່ອກ່ອນ ທີ່ມີຣາຄາ 6 ພັນກີບ, ອີງຕາມຄໍາເວົ້າ ຂອງຊາວນາ ເມືອງງອຍ ນາງນຶ່ງ ທີ່ຂໍບໍ່ອອກຊື່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ຕຸລາ ນີ້:
“ເຮັດເຂົ້າ ໄຮ່ ເປັນພູດອຍໝົດບ້ານເຮົາ ບາງຄົນກະບໍ່ກຸ້ມກິນ ເປັນອຶດເປັນຢາກ ແບບວ່າຝົນບໍ່ຕົກ ຣະດູມັນບໍ່ປົກຕິ ໄດ້ຕິດໜີ້ຕິດສິນ ຜູ້ມີເງິນ ຫັ້ນກິນ ຍາມໜໍ່ກະຫາໜໍ່ ມາຂາຍ ຍາມມີໝາກ.. ເຂົາກະໄປໂລະ ມາຂາຍ ແລ້ວກະເອົາເງິນຫັ້ນມາຊື້ເຂົ້າກິນ ປັດຈຸບັນນີ້ ແພງໂລນຶ່ງ 10 ພັນ.”
ນາງເວົ້າຕື່ມວ່າ ທີ່ຜ່ານມາ ຍັງບໍ່ເຫັນທາງການ ມາຊ່ວຍເຫລືອຊາວບ້ານເທື່ອ. ໃນເບື້ອງຕົ້ນ ກໍຢາກໃຫ້ທາງການຊ່ອຍເຫລືອ ເຂົ້າສານ ຫລື ຊ່ອຍໃຫ້ຊາວບ້ານ ມີອາຊີບເຮັດ ເປັນຕົ້ນການລ້ຽງສັດ.
“ຊ່ວຍເຫລືອເຂົ້າ ເຄື່ອງຂອງອິຫຍັງ ເມືອເຮົາກະບໍ່ມີຜູ້ໃດຈະມາຊ່ວຍຈັກປີ. ກໍຢາກໃຫ້ທາງການ ທາງເມືອງທາງແຂວງ ທາງສະພາຊ່ວຍພໍ່ ແມ່ປະຊາຊົນ ຜູ້ອຶດຢາກ ກໍອຶດຢາກ ຫລາຍຄົນ ຜູ້ໃຈບຸນແນວໃດ ກະຊ່ວຍເຂົ້າສານແດ່ ແລ້ວກະຊ່ວຍລ້ຽງສັດ ໝູ ງົວ ຄວາຍ.”
ຊາວນາເມືອງນໍ້າບາກ ທີ່ຂໍບໍ່ອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປີນີ້ ຊາວນາເຮັດນາ ບໍ່ໄດ້ເຂົ້າຫຼາຍ ແຕ່ກໍດີຂຶ້ນມາໜ້ອຍ ນຶ່ງ, ແຕ່ເຂົ້າກໍບໍ່ໄດ້ກຸ້ມກິນຄືເກົ່າ ຍ້ອນໄດ້ຮັບຜົລກະທົບຈາກພັຍ ແຫ້ງແລ້ງ, ເຮັດໃຫ້ຊາວບ້ານຫຼາຍຄົນ ບໍ່ຢາກເຮັດນາ:
“ປີກາຍນີ້ມັນອຶດຢາກຫລາຍ ແລ້ວມັນຖືກພັຍແຫ້ງແລ້ງ ກະບໍ່ກຸ້ມກິນ ແລ້ວບັດນີ້ເຂົາເຈົ້າ ໄປອອກແຮງງານຫລາຍ ໄປຊອກຢູ່ຊອກກິນ ເຮັດໄຮ່ເຮັດສວນມັນ ໄດ້ໜ້ອຍ ແລ້ວຜະລິດໄດ້ໜ້ອຍ ປີນີແຄນກວ່າປີ ກາຍໜ້ອຍນຶ່ງ ເກັບກ່ຽວແລ້ວ ເຮັດບໍ່ໄດ້ຫລາຍໄດ້ໜ້ອຍ.”
ຊາວນາຢູ່ເມືອງຊຽງເງິນ ທີ່ຂໍສງວນຊື່ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ຕຸລາ ນີ້ວ່າ ປັດຈຸບັນ ຊາວເມືອງຊຽງເງິນ ບໍ່ຄ່ອຍມີຜູ້ໃດ ເຮັດນາແລ້ວສ່ວນໃຫຍ່ ໄປຫາເຮັດວຽກ ຢູ່ຕ່າງເມືອງ ຕ່າງແຂວງຫລາຍ ຍ້ອນບໍ່ມີນໍ້າ ທີ່ຈະເຮັດນາ, ຝືນເຮັດກໍຂາດທຶນ ແລະບາງຄົນ ບ້ານຢູ່ແຄມນໍ້າ ແຄມຫ້ວຍ ກໍເຮັດສວນປູກພືດ ຜັກຕ່າງໆ ພໍໄດ້ກິນ ໄດ້ຂາຍ:
“ໂອ໋ຍມັນບໍ່ມີຄົນເຮັດນາ ໄດ້ຍິນຂ່າວບ້ານຊຽງຮ່ວມ ບ້ານຫຍັງເຂົາເຈົ້າກະບໍ່ເຮັດນາ ມັນບໍ່ມີນໍ້າເຮັດແລ້ວກະບໍ່ພໍກິນ ປີໃດກະແລ້ງກະນັ້ນ ບໍ່ໄດ້ ເຂົ້າ ແລະເຂົາເຈົ້າກະບໍ່ເຮັດເລີຍ ໄປເປັນກັມກອນຊອກເງິນມາຊື້ ເຂົ້າກິນດີກວ່າຫັ້ນນ່າ ໂລນຶ່ງ 9 ພັນ ນີ້ແຫລະກະແພງ.”
ແລະຊາວນາຢູ່ເມືອງໂພນໄຊ ທີ່ຂໍບໍ່ອອກຊື່ຄືກັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າປີນີ້ ຊາວບ້ານຫຼາຍຄອບຄົວ ບໍ່ມີເຂົ້າກຸ້ມກິນ ເຮັດໃຫ້ບາງຄົນ ໄປຫາຮັບຈ້າງຫາເງິນ ບາງຄົນ ກໍປູກພືດອື່ນ ເຊັ່ນປູກຫຍ້າ ລ້ຽງງົວ ປູກມັນກໍ ພໍໄດ້ຂາຍເອົາເງິນ ມາຊື້ເຂົ້າກິນ:
“ສະເລັ່ຽແລ້ວ ບໍ່ທັນກຸ້ມກິນປີນີ້ ອັນນຶ່ງນັ້ນຈາກພັຍແຫ້ງແລ້ງ ຊ່ວງທໍາອິດນັ້ນ ລົງສັກເຂົ້າໄຮ່ ເຂົ້ານາຫັ້ນນ່າ. ເຂົ້າໄຮ່ກະບໍ່ມີຝົນ ເຂົ້ານາ ກະເຮັດລ້າ ເຂົ້າສັກໄປຫຍັງມັນກະຕາຍ ເຂົ້າອອກມາເຂົ້າ ກະລີບຫັຍງໝົດ ຫັ້ນນ່າ ປູກບໍ່ໄດ້ຫລາຍ ຈໍານວນນຶ່ງພໍມີ ເງື່ອນໄຂ ກໍປູກພືດ ຜັກຜັກຂາຍ ເງິນຈໍານວນດັ່ງກ່າວ ມາຊື້ເຂົ້າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ນະຄອນຫລວງພຣະບາງ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ຕຸລາ ນີ້ວ່າ ໄດ້ຮັບຮູ້ແລ້ວວ່າ ປີນີ້ ຊາວນາ ຍັງບໍ່ສາມາດປູກເຂົ້າໃຫ້ກຸ້ມກິນໄດ້ ຍ້ອນເກີດພັຍແຫ້ງແລ້ງ ເພາະຊາວນາສ່ວນໃຫຍ່ ທີ່ປູກ ເຂົ້າໄຮ່ ຢູ່ຕາມເຂດພູດອຍ ຈະລໍຖ້າແຕ່ນໍ້າຝົນ ແລະວ່າ ຢູ່ແຂວງຫລວງພຣະບາງ ມີພຽງ 2 ເມືອງ ທີ່ມີເຂົ້າ ພໍກຸ້ມກິນ ຄືເມືອງນານ ແລະ ເມືອງນໍ້າບາກ. ແຕ່ຢູ່ໃນແຂວງນີ້ ມີເຂົ້າສານສໍາ ຮອງປະມານ 2 ພັນປາຍຕັນ ເປັນເຂົ້າທີ່ບໍ່ສາມາດ ສົ່ງອອກໄປຂາຍວຽດນາມໄດ້ໃນ ໄລຍະເກີດການຣະບາດ ຂອງ ໂຄວິດ-19 ນີ້:
“ເຂົ້າກຸ້ມກິນມີແຕ່ 2 ເມືອງ ສະເພາະແຂວງຫຼວງພຣະບາງເນາະ ນໍ້າບາກກັບເມືອງນານ ໄລ່ສະເລັ່ຽຕໍ່ຫົວຄົນ ອາສຈບໍ່ພໍຄືເຮົາສໍາຣວດ ເທື່ອແລ້ວນີ້ ແມ່ນຄ້າງໄວ້ 2 ພັນ ປາຍໂຕນ ກຽມສົ່ງອອກໄປ ວຽດນາມ ແລ້ວມັນສົ່ງບໍ່ໄດ້ຊ່ວງໂຄວິດເດ໋ ມັນກະຍັງມີຢູ່ເຂົາເຈົ້າກະເອົາ ອອກມາຂາຍຢູ່ໂຕນີ້ນ່າ.”
ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ກໍມີແຜນຈະຊ່ວຍເຫຼືອຊາວນາຢູ່ ໂດຍຈະແຈກເຂົ້າສານ ແລະພັນເຂົ້າເປືອກໃຫ້ ຊຶ່ງທາງການກໍຕ້ອງເຮັດ ຕາມຂັ້ນຕອນ:
“ຄັນຖ້າວ່າບໍ່ພໍກິນ ຄັນຖ້າຖືກຜົລກະທົບ ຈາກພັຍທັມຊາດຄືແຫ້ງແລ້ງບໍ່ ນໍ້າຖ້ວມບໍ່ ເຮົາກະຕ້ອງເຮັດແຜນໄປຫາສວັດດິການ ຂອງແຂວງ ເຮົາ ສ່ວນຫລາຍສ່ວນນີ້ ເພິ່ນຈະຊ່ວຍເຣື່ອງ ເຂົ້າກິນ ເຂົ້າສານເນາະ ບາງເທື່ອກະຊາວກະສິກອນ ເຂົາເຈົ້າກະສເນີ ຂໍແນວພັນ.”
ອີງຕາມຣາຍງານຂ່າວທ້ອງຖິ່ນ ຂອງລາວ ໃນມື້ວັນທີ 13 ຕຸລານີ້, ທ່ານ ສີວອນ ວົງຄໍາຈັນ ຫົວໜ້າຜແນກກະສິກັມ ແລະປ່າໄມ້ ແຂວງ ຫລວງພຣະບາງ ຮັບຮູ້ເຖິງບັນຫາ ຊາວບ້ານ ບໍ່ມີເຂົ້າກຸ້ມກິນ ນັ້ນແລ້ວ ຍ້ອນບໍ່ສາມາດປູກເຂົ້າໄດ້ ເພາະເກີດພັຍແຫ້ງແລ້ງ ແລະຈະຕ້ອງ ໄດ້ນໍາເຂົ້າສານ ມາຈາກແຂວງອື່ນ ຫລື ຕ່າງປະເທດ ຮວມເຖິງໝາກໄມ້ ນໍາດ້ວຍ ເພື່ອໃຫ້ພຽງພໍກັບ ຄວາມຕ້ອງການ ຂອງ ປະຊາຊົນ.