ມ.ໄຊທານີຜູ້້ຖືກພັຍ ນໍ້າຖ້ວມ ລໍຖ້າ ຊ່ອຍເຫຼືອ
ຊາວເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ໄດ້ຮັບ ຜົລກະທົບ ຈາກ ພັຍນໍ້າຖ້ວມ ຍັງລໍຖ້າ ການຊ່ອຍເຫລືອ.
-
ຈໍາປາທອງ
2018-09-13 -
-
-
Your browser doesn’t support HTML5 audio
ປະຊາຊົນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຫລາຍບ້ານ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມ ຍ້ອນຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ແລະຍ້ອນເຂື່ອນນ້ຳງື່ມ 1 ປ່ອຍນ້ຳລົງມາຫຼາຍຂຶ້ນຕື່ມອີກນັ້ນ ຍັງລໍຖ້າເຄື່ອງຊ່ອຍເຫຼືອຈາກຣັຖບາລ ເປັນຕົ້ນເຮືອ ເຂົ້າສານ ອາຫານແຫ້ງ ແລະນໍ້າດື່ມ, ດັ່ງປະຊາຊົນ ເມືອງໄຊທານີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ກັນຍາ ນີ້ວ່າ:
"ຕ້ອງການຫັ້ນແຫລະມັນແຫ່ງບໍ່ມີພາກສ່ວນໃດ ສິຊ່ວຍ ຕ້ອງການແທ້ ຂະເຈົ້າກໍ່ຢາກພາຍເຂົ້າໄປໃນເຮືອນໃນຊານ ຢາກໄປຈອບເບີ່ງເນາະ ຜູ້ທີ່ວ່າບໍ່ໄດ້ເອົາສີ່ງຂອງມາເບີດຫັ້ນນ່າ, ບ້ານໄດ້ຮັບຜົລກະທົບຫລາຍກໍ່ອຶດແທ້ເດະ ເຂົ້ານໍ້ານີ່ນະຕ້ອງການ ຄືຈັ່ງບ່ອນ ກະທົບຫລາຍມື້ຫັ້ນນ່າ ມູນນິທິອົງການນັ້ນອົງການນີ້ ຊ່ອຍນ້ອຍໆຊື່ໆ ທາງພາກຣັຖບານ ບໍ່ທັນເຫັນ ຢາກໃຫ້ທາງການນີ້ຊ່ອຍ ແຕ່ວ່າສິຊ່ອຍ ບໍ່ເທົ່ານັ້ນແຫລະ ຊ່ອຍກາຄືຊິບໍ່ເທົ່າໃດດອກ ໝີ່ໄວໄວກາຊິໄດ້ ຜູ້ລະ 5 ຖົງ 10 ຖົງເທົ່ານັ້ນແຫລະ."
ໃນຂນະດຽວກັນ ປະຊາຊົນບ້ານໂພນງາມ 1 ເມືອງໄຊທານີ ກໍ່ເວົ້າຄ້າຍຄືກັນ ວ່າຍັງຂາດເຂີນນໍ້າດື່ມ, ເຂົ້າກິນ ແລະເຮືອ; ຫລັງຈາກນໍ້າ ຫລຸດລົງ ແລ້ວຢາກໃຫ້ທາງການຊ່ອຍແນວເຂົ້າປູກ, ແປງຊົລປະທານ ແລະຫລຸດຜ່ອນພາສີໃຫ້. ດັ່ງທີ່ທ່ານກ່າວວ່າ:
"ຫລັງຈາກນໍ້າຫລຸດລົງແລ້ວ ຢາກສເນີກ່ຽວບັນຫາ ເຣື່ອງແນວພັນເຂົ້າ ແກ່ປະຊາຊົນ ເພື່ອຈະໄດ້ເຮັດນາຄືນຄືເກົ່າ ຫາກວ່າພໍ່ແມ່ ປະຊາຊົນ ຄັນມີເງິນກໍ່ຊື້ເອົາກໍ່ໄດ້ ອັນນີ້ບໍ່ມີເງິນຢາກສເນີນຳຂັ້ນເທິງຫັ້ນແລ້ວ ຊື້ເຂົ້າ ແນວພັນໃຫ້ ເຣື່ອງຊົລປະທານຫັ້ນ ຢາກໃຫ້ ແກ້ໄຂປົວແປງ ໃຫ້ປະຊາຊົນ ໄດ້ເຮັດນາແຊງ ປີ 2019 ຄັນບໍ່ຊັ້ນ ປະຊາຊົນນີ້ແມ່ນສິທຸກຍາກຫລາຍຂະໜາດ.
ແລະເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍເວົ້າວ່າ ທາງການໄດ້ລົງໄປຊ່ອຍເຫລືອແລ້ວ ແຕ່ຍັງບໍ່ທົ່ວເຖິງ ເພາະຈຳນວນຜູ້ທີ່ໄດ້ຮັບ ຜົລກະທົບ ຫລາຍພັນຄົນ:
"ມັນກະທົບຫລາຍບ້ານໃນທົ່ວເມືອງເຮົາກໍ່ 50 ປາຍບ້ານກໍ່ຫລາຍຄອບຄົວ ແຕ່ວ່າເຣື່ອງການຊ່ອຍເຫລືອ ບ້ານໂພນງາມ 1 ໄທເຮົາຊິເອົາ ເຄື່ອງໄປຊ່ອຍ ຢູ່ຫັ້ນເນາະ ສິມີໝີ່ມີນໍ້າມີຫຍັງໄທເຮົາ ຈະເອົາລົງໄປຊ່ອຍຕອນແລງນີ້ຕື່ມ ແຕ່ວ່າສິໃຫ້ມັນທົ່ວເຖິງ ເສີມພຽງພໍນີ້ມັນ ກໍ່ບໍ່ພຽງພໍເນາະ ແຕ່ວ່າເຮົາເປັນການຊ່ອຍເຫລືອ ເບື້ອງຕົ້ນກ່ອນ."
ຕາມຂໍ້ມູນຂອງຄນະກັມະການປ້ອງກັນ ແລະຄວບຄຸມພັຍພິບັດ ປະຊາຊົນເມືອງໄຊທານີ ໄດ້ຮັບຜົລກະທົບ 56 ບ້ານ, 1,800 ປາຍ ຄອບຄົວ, ເນື້ອທີ່ນາ, ສວນ, ໜອງປາ ເສັຍຫາຍ 700 ປາຍເຮັກຕາ, ຫົນທາງເສັຍຫາຍ 15 ສາຍ. ລວມມູນຄ່າເສັຍຫາຍ ເບື້ອງຕົ້ນ 12 ຕື້ກີບ.