ໂຮງງານຊິເມັນຈ່າຍຄ່າ ຊົດເຊີຍ

ຈໍາປາທອງ
2017.05.10
f=phowa ຣົດດຸດດິນ ຣົດຂົນດິນ ທີ່ເຂົ້າໄປຂຸດເອົາດິນ ຈາກທົ່ງນາ ຂອງຊາວບ້ານ ແລະ ໄດ້ຈ່າຍຄ່າຊົດເຊີຍ ໄປແລ້ວ ຕໍ່ໄປຊາວບ້ານ ຕ້ອງການນາ ເພື່ອປູກເຂົ້າ
RFA/PN

ປັດຈຸບັນ ຊາວບ້ານໂພວາ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຮັບເງິນ ຄ່າຊົດເຊີຍ ດິນນາ 40 ລ້ານກີບ ຕື່ມອີກ ຈາກໂຮງງານ ຊິເມັນ ຄືໄດ້ຄົບ ຕາມຈຳນວນ 60 ລ້ານກີບ ຕາມບົດບັນທຶກ ຂໍ້ຕົກລົງກັນ ຣະຫວ່າງ ຊາວບ້ານໂພວາ ແລະ ໂຮງງານຊິເມັນ ເມື່ອເດືອນ ເມສາ ທີ່ຜ່ານມາ, ພາຍຫລັງທີ່ໄດ້ຈ່າຍ ງວດທໍາອິດ ໃຫ້ແລ້ວ 20 ລ້ານກີບ ເມື່ອເດືອນ ກຸມພາ, ຕາມການເປີດເຜີຍ ຂອງຊາວບ້ານໂພວາ ຕໍ່ RFA ໃນມື້ວັນທີ 9 ພຶສພາ:

"ເອີ໊ໄດ້ແລ້ວ ມື້ທອດຫລັງກະນີ້ເດ້ ພໍດີເພິ່ນ ມາຈ່າຍໃຫ້ ໄດ້ແລ້ວ ບາດນີ້ຍັງແຕ່ ວຽກຕໍ່ໄປ ເບິ່ງເພິ່ນສິເວົ້າ ວຽກຕໍ່ໄປ ເພິ່ນສິເອົາ ແຜນ ໂຕໃດ ເບິ່ງນ໊າໃໝ່ ພັດຍັງມິດ ຢູ່ດຽວນີ້ ."

ໂຮງງານຊິເມັນ ໄດ້ຂຸດເອົາດິນນາ ຂອງຊາວບ້ານໂພວາ 79 ເຮັກຕາ ເພື່ອເອົາໄປຜະສົມ ເຮັດຊີມັງ ຂາຍອອກໄປ ຕ່າງປະເທສ ແລະ ບຸກເບີກທົ່ງນາໃໝ່ ໃຫ້ຊາວບ້ານ 84 ເຮັກຕາ ຂຸດຄອງນໍ້າໃຫ້ ຍາວ 7 ກິໂລແມັດ ແຕ່ຊາວບ້ານ ບໍ່ຍອມເອົາ ຍ້ອນເປັນດິນ ທີ່ບໍ່ເໝາະກັບ ການປູກເຂົ້າ ຫລືປູກພືດອື່ນໆ ແລະຄອງນໍ້າ ກໍບໍ່ເໝາະສົມ. ຊາວບ້ານ ມີຄວາມກັງວົນ ຫລາຍນໍາເຣຶ່ອງ ການປູກເຂົ້ານາປີ ຍ້ອນບໍ່ມີນາ ແລະໃກ້ຈະເຖິງ ລະດູຝົນ ແລ້ວ.

ຕາມຂໍ້ຕົກລົງກັນ ນອກຈາກຈະໃຫ້ ຄ່າຊົດເຊີຍ ທີ່ວ່ານັ້ນແລ້ວ ທາງໂຮງງານຊິເມັນ ຍັງຈະຊ່ວຍ ປັບປຸງ ໂຄງຮ່າງ ພື້ນຖານໃຫ້ຊາວບ້ານ ໂພວາ ທັງຫົນທາງ,ໂຮງຮຽນ ແຕ່ມາ ເຖິງປັດຈຸບັນ ຍັງບໍ່ທັນ ມີການລົງມືເທື່ອ.

ກ່ຽວກັບເຣຶ່ອງນີ້ RFA ໄດ້ຕິດຕໍ່ ໄປຍັງໂຮງງານຊິເມັນ ແຕ່ທາງໂຮງງານ ບໍ່ສາມາດໃຫ້ໄດ້ ເພາະຍັງຢູ່ໃນ ຣະຍະປະຊຸມ ປຶກສາຫາລື ກັບພາກສ່ວນທີ່ ກ່ຽວຂ້ອງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.