ລາວ-ວຽດນາມຈະຮ່ວມສ້າງທໍ່ ນໍ້າມັນ
2014.04.28

ສປປລາວ ແລະ ວຽດນາມ ເຊັນ ສັນຍາ ຈະສ້າງ ທໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ ຮ່ວມກັນ. ອົງການຂ່າວ Bernama ຊຶ່ງ ເປັນ ອົງການ ຂ່າວ ທາງການ ຂອງ ມາເລເຊັຍ ຣາຍງານ ວ່າ ຜູ້ຕາງໜ້າ ຈາກ ສີ່ ບໍຣິສັດ ຄື Petrolimex Laos, ບໍຣິສັດ ພະລັງງານ Slovakia, ສະມາຄົມ ນັກລົງທຶນ ວຽດນາມ ໃນລາວ ແລະ ບໍຣິສັດ ຈ່ອງຖິ່ນ ຂອງ ວຽດນາມ ໄດ້ ລົງນາມ ໃນຂໍ້ ຕົກລົງ ເພື່ອສ້າງ ທໍ່ ນ້ຳມັນ ແລະ ແກ້ສ ທັມມະຊາດ ຈາກ ແຂວງ ຄຳມ່ວນ ໄປຫາ ແຂວງ ກວ່າງບິ່ນ ໃນພາກ ກາງ ຂອງ ວຽດນາມ.
ພິທີ ລົງນາມ ໃນຂໍ້ ຕົກລົງ ໄດ້ຖືກ ຈັດຂື້ນ ໃນວັນສຸກ ວັນທີ່ 25 ເດືອນເມສາ ນີ້ ທີ່ ນະຄອນ ຫລວງ ວຽງຈັນ. ພາຍໃຕ້ ສັນຍາ ສະບັບ ດັ່ງກ່າວ ທັງສີ່ ບໍຣິສັດ ສ່ວນຫຼາຍ ເປັນ ບໍຣິສັດ ວຽດນາມ ຈະສຶກສາ ສຳຫຣວດ ຄວາມເປັນ ໄປໄດ້ ໃນການສ້າງ ທໍ່ນ້ຳມັນ ແລະ ແກ້ສ ທັມມະຊາດ ຣະຫວ່າງ ລາວ ແລະ ວຽດນາມ. ຈຸດປະສົງ ໃຫຍ່ ຂອງ ການ ສ້າງທໍ່ ກໍແມ່ນ ເພື່ອ ຫລຸດຜ່ອນ ຄ່າຂົນສົ່ງ ແລະ ຮັບປະກັນ ໃຫ້ລາວ ມີນ້ຳມັນ ແລະ ແກ໊ສ ທັມມະຊາດ ໄດ້ໃນ ທຸກເວລາ.
ອົງການ ຂ່າວ Bernama ຣາຍງານ ໂດຍ ອີງຕາມ ຂ່າວສານ ທາງການ ຂອງ ວຽດນາມ ອີກວ່າ ທ່ານ ລຽນ ທິແກ້ວ ຣັຖມົນຕຣີ ກະຊວງ ການເງິນ ຂອງລາວ ຊຶ່ງ ຫາກໍຮັບ ຕຳແໜ່ງ ໃໝ່ ກໍໄດ້ໃຫ້ ຄຳໝັ້ນ ສັນຍາວ່າ ຣັຖບານ ສປປລາວ ຈະໃຫ້ການ ສນັບສນູນ ແກ່ໂຄງການ ສ້າງ ທໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ ສາຍນີ້ ຢ່າງ ເຕັມທີ່.
ເມື່ອປະມານ ສອງປີ ກ່ອນ ກໍມີຂ່າວ ວ່າ ວຽດນາມ ກໍຢາກສ້າງ ສາຍພານ ຫລື ຣາງຣົດ ເພື່ອຂົນສົ່ງ ແຮ່ທາດ ຈາກພາກໃຕ້ ຂອງລາວ ອອກໄປ ວຽດນາມ. ຢູ່ ພາກໃຕ້ ຂອງ ລາວ ມີແຮ່ທາດ ຫລາຍຢ່າງ ມີຫລາຍ ທີ່ສຸດ ກໍແມ່ນ Bauxite ຊຶ່ງເປັນ ແຮ່ທາດ ເພື່ອຜລິດ Aluminum.