ໄຟຟ້າໃນນະຄອນຫຼວງ ກັບສູ່ ປົກຕິ

ສະພາບຄວາມເສັຽຫາຍ ຈາກພະຍຸ ເຂົ້ານະຄອນຫຼວງວຽງຈັນ
ສະພາບຄວາມເສັຽຫາຍ ຈາກພະຍຸ ເຂົ້ານະຄອນຫຼວງວຽງຈັນ (Screen captured: ປະກາດ Pakaad FB page)

0:00 / 0:00

ພະຍຸລະດູຮ້ອນໄດ້ພັດເຂົ້າ ນະຄອນຫຼວງວຽງຈັນເມື່ອວັນທີ 25 ເມສາ ຜ່ານມາເຮັດໃຫ້ເກີດຄວາມເສັຽຫາຍ ຢ່າງຫຼວງຫຼາຍບໍ່ວ່າຈະເປັນ ເສົາໄຟຟ້າຫັກ, ສາຍໄຟຂາດ ແລະອາຄານ ບ້ານເຮືອນ ເປ່ເພ ເສັຽຫາຍຫລາຍສົມຄວນ.

ຄວາມແຮງຂອງລົມພະຍຸ ເຮັດໃຫ້ໄຟຟ້າເສັຍຫາຍໃນເຂດ 4 ເມືອງໃຫຍ່ ຄື, ເມືອງໄຊເຊດຖາ ເມືອງສີໂຄດຕະບອງ ເມືອງສີສັດຕະນາກ ແລະເມືອງນາຊາຍທອງ; ຫລ້າສຸດເຈົ້າໜ້າທີ່ໄຟຟ້າ ນະຄອນຫລວງວຽງຈັນ ໄດ້ສ້ອມແປງແລ້ວ ທຸກພື້ນທີ່. ດັ່ງ ເຈົ້າໜ້າທີ່ໄຟຟ້າ ນະຄອນ ຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣິ ໃນວັນທີ 20 ເມສາ ນີ້ວ່າ:

"ຂະເຈົ້າສ້ອມແປງສຳເລັດລະເດະ ເພາະວ່າສ່ວນຫລາຍມັນເຂົ້ານະຄອນຫລວງ ສ່ວນຫລາຍມັນຢູ່ໃນ 4 ຕົວເມືອງໃນ ສ່ວນໃຫຍ່ລະແມ່ນ ເຂົ້າຫັ້ນ ຜົນກະທົບ ນະຄອນຫລວງຫລາຍເດະ."

ດ້ານປະຊາຊົນ ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ທີ່ໄດ້ຮັບຜົນກະທົບ ຈາກໄຟຟ້າມອດປະມານ 5 ຫາ 6 ຊົ່ວໂມງ ແລະໄດ້ຮັບການ ສ້ອມແປງ ຢ່າງວ່ອງໄວ ຈາກເຈົ້າໜ້າທີ່ໄຟຟ້າ ນະຄອນຫລວງກ່າວວ່າ:

"ເຂດທີ່ວ່າຫລັກເສົາໄຟແຮງສູງບ່ອນສຳຄັນກໍ່ຖືວ່າດັບ ໄຟດັບເພິ່ນຈົນແປງແລ້ວພຸ້ນແຫລະ ປະມານຫລາຍຊົ່ວໂມງເຕີບ ເພາະວ່າມັນດັບ ຕັ້ງແຕ່ ປະມານຫົວຄໍ່າ 12 ໂມງ ຈັ່ງຄ່ອຍໄດ້ໃຕ້ໄຟ ທາງເຈົ້າໜ້າທີ່ ເພີ່ນກໍ່ສຸມໃສ່ ຖືວ່າເຂດເຮົາຖືວ່າປອດໄພ ບໍ່ມີບັນຫາ ວ່າຊັ້ນສະ."

ພາຍຫລັງ ພະຍຸສງົບລົງ ເຈົ້າໜ້າທີ່ຝ່າຍປະຕິບັດການໄຟຟ້າ ນະຄອນຫລວງວຽງຈັນ ໄດ້ສຸມກຳລັງລົງສ້ອມແປງລະບົບໄຟຟ້າ ທີ່ເສັຍຫາຍ ຈຸດທີ່ເຈົ້າໜ້າທີ່ໄດ້ສ້ອມແປງ ສຳເຣັດກ່ອນໝູ່ ແມ່ນຈຸດເສັ້ນທາງຕັດໃໝ່ໜອງບຶກ, ຈຸດທາງເຂົ້າບ້ານໜອງບຶກ, ບ້ານອາກາດ , ບ້ານສີໄຄ ສຳລັບມູນຄ່າຄວາມເສັຽຫາຍ ໃນນະຄອນຫລວງວຽງຈັນ ຍັງບໍ່ສາມາດປະເມີນໄດ້ເທື່ອ.