ໂຮງງານຊີມັງ ເມືອງວັງວຽງ ຍັງສ້າງ ບັນຫາ
ໂຮງງານຊີມັງ ຢູ່ ເມືອງວັງວຽງ 3 ແຫ່ງ ຍັງບໍ່ສາມາດ ແກ້ໄຂບັນຫາ ທີ່ ໂຮງງານ ສ້າງມົລພິດ ໃສ່ ສິ່ງແວດລ້ອມ ໄດ້.
-
ໄຊຍາ
2018-11-29 -
-
-
Your browser doesn’t support HTML5 audio
ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ຣາຍງານໃນກອງປະຊຸມສໄມສາມັນ ຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ວ່າ ໂຮງງານຊີມັງທັງ 3 ແຫ່ງຂອງນັກລົງທຶນຈີນ ຍັງບໍ່ໄດ້ເອົາໃຈໃສ່ ດ້ານສິ່ງແວດລ້ອມ ຍັງມີການຖິ້ມ ຂີ້ເຫຍື້ອຊະຊາຍ ແລະ ພາຍໃນໂຮງງານຍັງປ່ອຍໄອເສັຽ ສ້າງມົລພິດ ຕໍ່ປະຊາຊົນໃນພື້ນທີ່, ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:
"ປັນຫາໂຮງງານຊິມັງວັງວຽງນີ້ ຂ້າພະເຈົ້າຄິດວ່າຈະຕ້ອງໄດ້ ມີການກວດກາຄືນເພາະວ່າ ໃນຕົ້ນປີນີ້ຂ້າພະເຈົ້າ ໄດ້ໄປເຮັດວຽກກັບກອງພົນ ທີ 1 ເນາະ, ກອງພົນທີ 1 ເພິ່ນກໍສເນີຂີ້ເຫຍື້ອ ໄປກິນເຂົ້າຖືວ່າແມງວັນນີ້ບໍ່ໃຫ້ເວົ້າ ໄດ້ຂໍຣາຍງານຕໍ່ສະມາຊິກ ສະພາ ຕາມພະນັກງານ ຣາຍງານ ປະກົດວ່າຢູ່ວັງວຽງຫັ້ນບໍ່ມີບໍ່ດິນ ສະນັ້ນແລ້ວຄິດວ່າຄວນປັບປຸງຫັ້ນແຫລ້ວ ຕ້ອງມີບ່ອນມ້ຽນຂີ້ເຫຍື້ອ."
ທ່ານ ສົມມາດ ພົນເສນາ ກ່າວຕື່ມວ່າ ຂີ້ເຫຍື້ອສ່ວນຫລາຍ ໃນເມືອງວັງວຽງມາຈາກໂຮງງານຊີມັງຂອງຈີນ ຖ້າບໍ່ປະຕິບັດຕາມຣະບຽບ ບໍ່ຄວບຄຸມຜົລກະທົບ ດ້ານສິ່ງແວດລ້ອມ ກໍສເນີໃຫ້ຣັຖບານລາວກວດກາ ບົດຣາຍງານຜົລກະທົບຄືນ ຫຼື ໜັກໄປກວ່ານັ້ນ ໃຫ້ຢຸດເຊົາ ການຜລິດ:
"ສະເພາະກ່ຽວກັບໂຮງງານຊີມັງ ການຂຸດຄົ້ນຫີນຜານີ້ ຂ້າພະເຈົ້າຄິດວ່າໂຮງງານມີແລ້ວ ແຕ່ດຽວນີ້ຕ້ອງໄດ້ເລັ່ງ ທວງໃຫ້ຜູ້ພັທນາຕ້ອງ ຮັບປະກັນ ການປ່ອຍມົລພິດ ຫລືວ່າປ່ອຍຄວັນ ໄອເສັຽອອກຫັ້ນນ່າ ຕ້ອງໄດ້ຕາມມາຕຖານ ຄັນບໍ່ໄດ້ລະຕ້ອງໄດ້ ເຊົາໃດ ຜູ້ພັທນານີ້ ກໍແມ່ນຈີນ ທັມມະຊາດຂອງພວກເຮົາງາມ ເຮົາກໍ່ຕ້ອງຮັກສາສິ່ງແວດລ້ອມໄວ້."
ໄລຍະຜ່ານມາປະຊາຊົນ ເມືອງວັງວຽງຮ້ອງຮຽນ ໃຫ້ທາງການແກ້ໄຂການຖິ້ມຂີ້ເຫຍື້ອຊະຊາຍ ຮວມເຖິງມົລພິດ ຈາກຂີ້ຝຸ່ນທີ່ໂຮງງານຊິມັງ ຂົນໄປ-ມາ ຢູ່ທຸກມື້ ແລະຍັງເຮັດໃຫ້ທາງເລກທີ 13 ເໜືອ ທີ່ຕັດຜ່ານເມືອງວັງວຽງເປ່ເພ ເປັນຂຸມ ຂີ້ຝຸ່ນປີວ ກະຈາຍໃສ່ເຮືອນປະຊາຊົນ. ດັ່ງເຈົ້າໜ້າທີ່ ຜແນກພັທນາ ແລະຜູ້ບໍຣິຫານຕົວເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:
"ຍັງເປັນບັນຫາທີ່ຄ້າງເນາະ ອັນເປັນບັນຫາໃຫຍ່ກວ່າໝູ່ ເປືອງເສັ້ນທາງນີ້ແຫລະເຈົ້າ ເສັ້ນທາງມັນມີຜົລກະທົບຫຼາຍ ນັກທຸຣະກິດ ແລ້ວກໍ ໂຮງງານຊີມັງແກ່ຫີນ ມັນມີຝຸ່ນລະອອງຫລາຍນະ ປະຊາຊົນຮັບຜົລກະທົບ."
ປັດຈຸບັນແນວທາງການແກ້ໄຂບັນຫາດ້ານສິ່ງແວດລ້ອມ ຍັງເປັນສິ່ງທ້າທາຍຕໍ່ກັບປະເທສລາວ ເນື່ອງຈາກຫລາຍໂຮງງານ ທີ່ເປັນຂອງ ນັກລົງທຶນຕ່າງປະເທດຍັງປ່ອຍປະລະເລີຍດ້ານສິ່ງແວດລ້ອມ ບໍ່ວ່າຈະເປັນການປ່ອຍສານເຄມີ ລົງນໍ້າທັມຊາດ ແລະ ການປ່ອຍນໍ້າເສັຍ ທີ່ບໍ່ໄດ້ຮັບການບຳບັດກ່ອນ.