ລາວຕ້ອງການງົປກູ້ຣະເບີດ ເພີ້ມ
ສປປລາວ ຍັງຕ້ອງການ ງົປມານ ເພີ້ມຕື່ມ ຢ່າງ ຫຼວງຫຼາຍ ໃນ ການເກັບ ກູ້ ຣະເບີດ ທີ່ ຕົກຄ້າງ ບໍ່ທັນແຕກ ຢູ່ ຫຼາຍ ແຂວງ ທົ່ວ ປະເທດ.
-
ສິດນີ
2015-11-18 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ອົງການ ພັທນາ ສະຫະ ປະຊາຊາດ ປະຈຳ ລາວ ຫລື UNDP ກ່າວວ່າ ສປປລາວ ຍັງ ຕ້ອງການ ງົປມານ ອີກຫຼາຍ ສິບ ລ້ານ ໂດລາ ໃນ ແຕ່ລະ ປີ ເພື່ອ ວຽກງານ ເກັບກູ້ ຣະເບີດ ທີ່ ບໍ່ທັນແຕກ ໃນ ແຜນການ ໃຫມ່ ຣະຫວ່າງ ປີ 2016-20 ທີ່ ມີເປົ້າໝາຍ ຈະຫລຸດ ຈຳນວນ ຜູ້ເຄາະຮ້າຍ ບາດເຈັບ ແລະ ເສັຽຊີວິດ ລົງ ບໍ່ໃຫ້ ເກີນ 40 ຄົນ ຕໍ່ປີ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ປະມານ ປີ ນຶ່ງ ເພິ່ນ ຕ້ອງການ 50 ລ້ານ ແຕ່ວ່າ ມັນບໍ່ເຄີຍ ຮອດເນາະ ຕົວຢ່າງ SECTOR ນີ້ ຕ້ອງການ ໃຊ້ ງົປມານ ຫຼາຍ ໃນການ ເກັບກູ້ ໜະ".
ອົງການ ພັທນາ ສະຫະ ປະຊາຊາດ ປະຈຳລາວ ໄດ້ຮ່ວມ ປະຊຸມ ກັບ ຄນະ ກັມມະການ ຄວບຄຸມ ແຫ່ງຊາດ ກ່ຽວກັບ ການເກັບກູ້ ຣະເບີດ. ສະຖານທູດ ສະຫະຣັດ ປະຈຳລາວ ຢູ່ ນະຄອນຫຼວງ ວຽງຈັນ ໃນ ອາທິດ ຜ່ານມາ ຣາຍງານ ວ່າ ກອງປະຊຸມ ໄດ້ຕັ້ງ ເປົ້າຫຼາຍ ໃນແຜນ ປະຕິບັດ ງານ ໃນ ຣະຍະ 5 ປີ ຂ້າງຫນ້າ ໃຫ້ ສາມາດ ຫລຸດຜ່ອນ ຈຳນວນ ຜູ້ເຄາະຮ້າຍ ຈາກຣະເບີດ ລົງ ບໍ່ໃຫ້ເກີນ 40 ຄົນຕໍ່ປີ ຈາກ ປັດຈຸບັນ 45 ຄົນ ຕໍ່ປີ ຮ່ວມທັງ ຊ່ອຍບຳບັດ ຜູ້ເຄາະຮ້າຍ ຈາກ ຣະເບີດ, ເຊັ່ນ ຄົນພິການ ແລະ ບາດເຈັບ ທີ່ມີຢູ່ ປະມານ 1500 ຄົນ.
ໃນ ແຕ່ລະປີ ມີຫຼາຍ ປະເທດ ໃຫ້ການ ຊ່ອຍເຫລືອ ລາວ ໃນ ງົປມານ ກູ້ຣະເບີດ, ດັ່ງ ສະຫະຣັດ ສະຫະພາບ ຢູໂຣບ ອອສເຕຣເລັຽ ນິວຊິແລັນ ສວິຊແລັນ ເກົາຫລີໃຕ້ ທັງໝົດ ປະມານ 20 ລ້ານ ໂດລາ ແຕ່ ຍັງບໍ່ ພຽງພໍ.
ໃນ ລະຍະ 5 ປີ ຜ່ານມາ ທາງການລາວ ສາມາດ ເກັບກູ້ ຣະເບີດ ໄດ້ ປະມານ 2 ແສນ ກວ່າຫນ່ວຍ ໃນ ພື້ນທີ່ 33 ພັນ ເຮັກຕາ ແລະ ອີກ 5 ປີ ຕໍ່ໜ້າ ຕັ້ງເປົ້າໝາຍ ວ່າ ຈະເກັບກູ້ ຣະເບີດ ໃນ ພື້ນທີ່ 14 ພັນ ເຮັກຕາ. ວຽກງານ ເກັບກູ້ ຣະເບີດ ເປັນນຶ່ງ ໃນປະເດັນ ທີ່ ຈະເວົ້າເຖິງ ໃນ ກອງປະຊຸມ ໂຕະມົນ ຣະດັບສູງ.