ເຂື່ອນຈະກະທົບການປະມົງ

ອຸ່ນແກ້ວ ສຸກສະຫວັນ
2016.08.09
F-Donsahong ຊາວບ້ານທີ່ຫາປາ ໃນເຂດກໍ່ສ້າງ ເຂື່ອນ ດອນສະໂຮງ
RFA

ສຳ​ນັກ​ຂ່າວ​ເອ​ພີ ຣາຍ​ງານ​ວ່າ ການກໍ່​ສ້າງ ​ເຂື່ອນ ຢູ່​ຕາມລຳ​ ແມ່​ນ້ຳ​ຂອງ ໄດ້​ສົ່ງ ​ຜົນ​ກະ​ທົບ ​ຕໍ່ ການ​ປະ​ມົງ ຢ່າງ​ຮ້າຍ​ແຮງ ຂອງ ​ປະ​ຊາ​ຊົນ ຫຼາຍ​ລ້ານ​ຄົນ ຢູ່​ເຂດ​ ເອ​ເຊັນ​ ຕາ​ເວັນ​ອອກ​ ສຽງ​ໃຕ້ ໂດຍ​ສະ​ເພາະ ປະ​ຊາ​ຊົນ ​ທີ່​ເຂດ ​ສາມ​ລ່ຽມ ​ປາກ ​ແມ່​ນ້ຳ​ຂອງ ຫລືວ່າ Mekong Delta.

ການກໍ່​ສ້າງ​ ເຂື່ອນ ດອນ​ສະ​ໂຮງ ກໍ​ເປັນ​ນຶ່ງ ​ໃນ​ໂຄງ​ການ ​ເຂື່ອນ ທີ່​ສ້າງ​ຢູ່ ​ແມ່​ນ້ຳ​ຂອງ ໃນ ​ປະ​ເທດ​ລາວ ຊຶ່ງ ​ຫ່າງ​ຈາກ ​ຊາຍ​ແດນ ​ລາວ-ກຳ​ພູ​ຊາ ໄປປະ​ມານ 2 ກິ​ໂລ​ແມັດ ເປັນ​ເຂ​ດ ​ວັງ​ນ້ຳ​ເລິກ ຊຶ່ງ​ເປັນ​ບ່ອນ​ ຢູ່​ອາ​ໄສ ​ຂອງ ປາ​ຂ່າ​ ຊຶ່ງ ເປັນ​ພັນ​ປາ ​ໃກ້​ສູນ​ພັນ.

ນັກ​ສິ່ງ​ແວດ​ລ້ອມ ​​ຄວາມ​ກັງ​ວົນ​ວ່າ ການສ້າງ​ເຂື່ອນ ​ແມ່​ນ​ຈະໄປ​ຕັນ​ ​ຮູ​ສະ​ໂຮງ ຊຶ່ງ​ ເປັນ​ທາງ​ຂຶ້ນ​ລ່ອງ ຂອງ​ປາ ແລະ ຈະ​ສົ່ງ​ ຜົນ​ກະ​ທົບ ​ອັນ​ມະ​ຫາ​ສານ ຕໍ່ການ​ຫາ​ປາ ​ຂອງ ​ປະ​ຊາ​ຊົນ ແລະ ການ​ຢູ່ກິນ ການໃຊ້​ຊີ​ວິດ​ ຂອງເຂົາ​ເຈົ້າ. ຂ່າວ​ຍັງ​ຣາຍ​ງານ ​ອີກວ່າ ເຖິງວ່າ ເຂື່ອນ ດອນ​ສະ​ໂຮງ ຈະມີ​ກໍາ​ລັງ ​ການ​ຜະລິດ ພຽງ​ແຕ່ 256 ເມັກ​ກະ​ວັດ ກໍຕາມ ແຕ່​ວ່າ ເຂື່ອນ​ ດັ່ງ​ກ່າວ ​ຈະ​ໄປຕັນ​​ທາງ ​ຂຶ້ນ​ລ່ອງງ ​ຂອງ​ປາ.

ບັນ​ດາ​ປະ​ເທດ​ ເພື່ອ​ນ​ບ້ານ​ ເປັນ​ຕົ້ນ​ແມ່ນ ໄທ, ກຳ​ພູ​ຊາ ແລະ ວຽດ​ນາມ ໄດ້ຮຽກ​ຮ້ອງ ​ໃຫ້ ​ທາງ​ການ​ລາວ ຢຸດ ໂຄງ​ການ ​ດັ່ງ​ກ່າວ ແຕ່​ກໍ​ບໍ່ ​ເປັນ​ຜົນ. ​ພາຍໃຕ້ ​ຂໍ້​ຕົກ​ລົງ ​ສາ​ກົນ ວ່າ​ດ້ວຍ​ ການ​ປົກ​ປ້ອງ ​ແມ່​ນ້ຳ​ຂອງ ພຽງ​ແຕ່​ ຣະ​ບຸ​ໄວ້​ວ່າ ປະ​ເທດ ສະ​ມາຊິກ ​​ມີ​ໜ້າທີ່ ໃຫ້​ຄໍາ​ປຶກ​ສາ ​ແກ່ປະ​ເທດ ​ເພື່ອນ​ບ້ານ ​ເທົ່າ​ນັ້ນ.

ໃນ​ເວ​ລາ​ດຽວ​ກັນ ທາງ​ການ​ລາວ ກໍ​ໃຫ້​ເຫດ​ຜົນ​ວ່າ ເຂື່ອນ​ໄຟ​ຟ້າ ຈະ​ຊ່ວຍ​ພັ​ທ​ນາ​ ເສ​ຖ​ກິດ ​ສັງ​ຄົມ ຂອງ​ປະ​ເທດ ແລະ ເຮັດ​ໃຫ້ ​ປະ​ເທດ​ລາວ ​ຫລຸດ​ພົ້ນ ​ຈາກ​ຄວາມ​ທຸກ​ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.