ໂຮງງານຜລິດເຈັ້ຽ ຈະແກ້ ບັນຫາ ກິ່ນເໝັນ
ເຈົ້າຂອງໂຮງງານ ຜລິດເຈັ້ຽ ຊັນເປເປີ ແຂວງສວັນນະເຂດ ຈະແກ້ໄຂບັນຫາ ໂຮງງານ ສົ່ງກິ່ນເໝັນ ພາຍໃນ 15 ມື້.
-
ໄຊຍາ
2018-07-09 -
-
-
Your browser doesn’t support HTML5 audio
ເຈົ້າຂອງໂຮງງານຜລິດເຈັ້ຽ ຊັນເປເປີ ຢູ່ບ້ານມັນຈີ່ ເມືອງເຊໂປນ ແຂວງສວັນນະເຂດ ຕົກລົງວ່າຈະແກ້ໄຂບັນຫາ ໂຮງງານສົ່ງກິ່ນເໝັນ ແຮງ ໃຫ້ຫຼຸດຜ່ອນລົງພາຍໃນ 15 ມື້ນັບແຕ່ວັນທີ 7 ກໍຣະກະດາ ນີ້ເປັນຕົ້ນໄປ ພາຍຫຼັງທີ່ຄນະປົກຄອງ ເມືອງເຊໂປນ ແລະພາກສ່ວນ ກ່ຽວຂ້ອງ ຈາກແຂວງສວັນນະເຂດ ໄດ້ປະຊຸມກັບເຈົ້າຂອງໂຮງງານ ດັ່ງກ່າວ ເມື່ອວັນທີ 06 ກໍຣະກະດາ ຜ່ານມາ ເພື່ອຫາທາງແກ້ໄຂ ບັນຫາ ຢ່າງຮີບດ່ວນ. ຕາມຄຳເວົ້າຂອງ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ ຕໍ່ວິທຍຸເອເຊັຽເສຣີ ວ່າ:
"ປະຊຸມລ້າສຸດເມື່ອວັນທີ 06 ເດືອນ 07 ຂະເຈົ້າຂໍເວລາໃນ 15 ມື້ ແຕ່ວ່າຄນະກັມມະການ ທາງເມືອງ ທາງແຂວງ ກະໄດ້ຕົກລົງວ່າ ໃນຣະຍະ 15 ມື້ນີ້ ທີ່ຂະເຈົ້າຂໍຖ້າວ່າມີກິ່ນຖືວ່າບໍ່ໄດ້ ໃຫ້ມັນຫຼຸດລົງເນາະ ຖືວ່າພາກຣັຖໄທເຮົາບໍ່ໄດ້ນີ້ງນອນໃຈ ມີແຕ່ວ່າສເນີໃຫ້ທາງ ບໍຣິສັດປັບປຸງແກ້ໄຂ ແກ້ໄຂໂດຍດ່ວນ."
ທ່ານ ອະທິບາຍຕື່ມວ່າ ຈາກການກວດກາໃນເບື້ອງຕົ້ນຂອງຝ່າຍເຕັກນິກ ໃນໂຮງງານດັ່ງກ່າວ ຣາຍງານວ່າສາເຫດ ທີ່ມີກິ່ນເໝັນເປັນຍ້ອນ ນ້ໍາເສັຽທີ່ໄຫຼເຂົ້າສູ່ອ່າງບໍາບັດ ຜ່ານຄວາມຮ້ອນສູງເກີນໄປຈຶ່ງເຮັດໃຫ້ເຫຼືອປະມານ 35-40 ອົງສາ ເພື່ອເຮັດໃຫ້ນໍ້າເສັຽສົ່ງກິ່ນເໝັນໜ້ອຍລົງ ກ່ອນໜ້ານີ້ທາງໂຮງງານ ເຄີຍຊີ້ແຈງວ່າສາເຫດ ທີ່ນໍ້າເສັຍເໝັນແຮງ ຍ້ອນເກີດຈາກກະແສໄຟຟ້າ ໃນໂຮງງານບໍ່ພຽງພໍ ເຮັດໃຫ້ຣະບົບ ຄວບຄຸມກິ່ນ ເຮັດວຽກບໍ່ເຕັມຄວາມສາມາດ.
ທ່ານ ວົງໄຊ ກ່າວອີກວ່າຄັນກາຍ 15 ມື້ດັ່ງກ່າວແລ້ວ ຖ້າພົບວ່າໂຮງງານຍັງສົ່ງກິ່ນເໝັນແຮງຄືເກົ່າ ແລະບໍ່ໄດ້ປັບປຸງຂຶ້ນເລີຍ ທາງການ ຈະຣາຍງານ ໄປຫາຂັ້ນເທິງ ໃຫ້ພິຈາຣະນາ ຫາມາຕການເດັດຂາດຕໍ່ໄປ.
"ບໍ່ແກ້ໄຂໄດ້ອັນນີ້ກໍ່ຊິສເນີໃຫ້ ທາງຄນະຂັ້ນເທີງເພິ່ນພິຈາຣະນາ ຕາມຣະບຽບການທາງເມືອງ ໄທເຮົາກະມີແຕ່ຈະຕິດຕາມກາງຄືນ ຫຼື ກາງເວັນມັນເໝັນ ພວກເຮົາຈະໄດ້ ປະສານກັບຄນະທີມງານ ຂອງບໍຣິສັດ ວ່າມີກິ່ນແລ້ວ ຢູ່ຈຸດນັ້ນໆ."
ໂຮງງານດັ່ງກ່າວເຣີ້ມເຮັດການຜລິດ ໃນຣະຍະທົດລອງຕັ້ງແຕ່ວັນທີ 21 ເດືອນພຶສພາ ໄປຈົນຮອດວັນທີ 20 ເດືອນສິງຫາ ປີນີ້, ແຕ່ເຮັດ ການຜລິດ ມາໄດ້ຕົ້ນເດືອນ ມິຖຸນາ ກໍ່ເຣີ້ມສົ່ງກິ່ນເໝັນແຮງ ໃນຣັສມີ 7 ກິໂລແມັດ,
ເມື່ອເດືອນຜ່ານມາ ເຈົ້າຂອງໂຮງງານເຄີຍຂໍເວລາ 10 ມື້ ເພື່ອແກ້ໄຂບັນຫານີ້ ແຕ່ກໍບໍ່ສາມາດເຮັດໄດ້.