ໂຮງງານບໍ່ຢຸດຈູດຂີ້ເຫຍື້ອ ໄຟຟ້າ

ມະນີຈັນ
2016.10.16
F-toxic ຊິ້ນສ່ວນເສດເຫຼືອ ຂອງຄອມພິວເຕີ້ ທີ່ໂຮງງານຈີນ ນໍາມາລະລາຍ ແຍກເອົາແຮ່ທາດ ທີ່ມີຣາຄາ
RFA/ST

ປັດຈຸບັນ ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອ ອີເລັກໂທຣນິກ ຢູ່ບ້ານ ໂນນຂີ້ເຫລັກ ເມືອງ ສີໂຄຕຕະບອງ ນະຄອນຫຼວງ ວຽງຈັນ ຍັງ ເຜົາຂີ້ເຫຍື້ອ ຕາມ ປົກກະຕິຢູ່ ແລະ ບໍ່ມີທ່າທີ ວ່າຈະເຊົາ ໃນໄວໆນີ້ ເຮັດໃຫ້ຄວັນ ແລະ ກິ່ນຂິວ ໄປລົບກວນ ຊາວບ້ານ ໃກ້ຄຽງ ເປັນບາງມື້ຢູ່, ເຖິງແມ່ນວ່າ ທາງການລາວ ຈະເຄີຍສັ່ງ ບໍ່ໃຫ້ເຜົາ ຂີ້ເຫຍື້ອນັ້ນ ມາແຕ່ທ້າຍ ເດືອນແລ້ວ ກໍຕາມ, ດັ່ງ ເຈົ້າໜ້າທີ່ ເມືອງ ສີໂຄຕຕະບອງ ນາງນຶ່ງ ກ່າວຕໍ່ RFA ເມື່ອວັນທີ 14 ຕຸລາ ນີ້ວ່າ:

"ເພິ່ນຍັງບໍ່ທັນຢຸດ ກະຍັງເຫັນ ພະນັກງານ ເຂົ້າໄປຢູ່ໃດ ກະບໍ່ຮູ້ວ່າ ເພິ່ນ ສິຢຸດເຊົາມື້ໃດ ດຽວນີ້ ຫັ້ນນະ ເພາະວ່າ ຂັ້ນເທິງ ກະວ່າໃຫ້ ຢຸດເຊົາເນາະ ມີແຕ່ຄາລາ ຄາຊັງກັນ ຄັນສິເຮັດ ກະບໍ່ເຮັດ ຫັ້ນນະ ປະຊາຊົນ ລະຖາມ ການຈັດຕັ້ງ ວ່າເພິ່ນເຮັດ ໄປຮອດໃສແລ້ວ ໄທເຮົາ ກະຕອບ ເພິ່ນບໍ່ໄດ້ ຫັ້ນນະ".

ນາງກ່າວຕື່ມວ່າ ຈາກການລົງໄປຖາມ ທາງໂຮງງານ ປະມານ 2-3 ມື້ ຜ່ານມາ ຂະເຈົ້າບອກວ່າ ດຽວນີ້ ຫລຸດຜ່ອນ ປາຣິມານ ເຜົາ ຂີ້ເຫຍື້ອ ລົງແລ້ວ ແລະ ອີກບໍ່ດົນ ຂີ້ເຫຍື້ອ ທີ່ເຫລືອຢູ່ ກໍຈະໝົດ ໄປແລ້ວ ແຕ່ບໍ່ໄດ້ບອກວ່າ ຈະເຊົາເຜົາ ເມື່ອໃດ ກັນແທ້.

ນາງກ່າວອີກວ່າ ເຖິງຢ່າງໃດກໍຕາມ ຫາກໄປຮອດ ເດືອນພຶສຈິກາ ຖ້າໂຮງງານນີ້ ຍັງເຜົາ ຂີ້ເຫຍື້ອ ຢູ່ຄືເກົ່າ ເຈົ້າໜ້າທີ່ ທ້ອງຖິ່ນ ກໍຈະ ຣາຍງານ ໄປຍັງຂັ້ນເທິງ ເພື່ອຂໍໃຫ້ ໃຊ້ ມາຕການ ຂັ້ນເດັດຂາດ ຕໍ່ເຈົ້າຂອງ ໂຮງງານ ດັ່ງກ່າວ:

"ຄັນສືບຕໍ່ໄປ ຮອດເດືອນໜ້າ ກະສິໄດ້ນໍາ ສເນີເນາະ ຄັນວ່າ ປະຊາຊົນ ຂະເຈົ້າ ຍັງຂັດຂ້ອງ ຫັ້ນນະ ສເນີຫັ້ນແຫຼະ ເຮັດແນວໃດ ກະ ຢາກໃຫ້ຂັ້ນເທິງ ເປັນຜູ້ເດັດຂາດ ແນ່ຫັ້ນນະ ຄັນວ່າໃຫ້ຢຸດ ກະໃຫ້ຢຸດ ຄັນວ່າສິສືບຕໍ່ ໃຫ້ເວົ້າຂາດໂຕ ເພາະວ່າເຮົາ ສິຕອບ ປະຊາຊົນ ໄດ້".

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບບັນຫາ ດັ່ງກ່າວ RFA ພຍາຍາມ ຕິດຕໍ່ໄປຍັງ ຜແນກຊັພຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນ ແຕ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດ ບອກໃຫ້ ຮູ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.