ລາວ ຮ່ວມມືແກ້ໄຂພາວະ ໂລກຮ້ອນ
ສປປລາວ ລົງນາມ ໃນ ຂໍ້ຕົກລົງ ປາຣີ ວ່າດ້ວຍ ການປ່ຽນແປງ ຂອງ ສະພາບ ອາກາດ ທີ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ.
-
ຈໍາປາທອງ
2016-04-27 -
-
-
Your browser doesn’t support HTML5 audio
ໃນໂອກາດ ວັນ ຄຸຸ້ມຄອງ ໂລກ, ວັນທີ 22 ເມສາ ຄນະຜູ້ແທນ ສປປລາວ ໄດ້ລົງນາມ ໃນ ຂໍ້ຕົກລົງ ປາຣີ ວ່າດ້ວຍ ການປ່ຽນແປງ ຂອງ ສະພາບ ອາກາດ ທີ່ ສະຫະປະຊາຊາດ ຢູ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ, ອີງຕາມຂ່າວ ຈາກ ສະຖານທູດ ສະຫະຣັຖ ປະຈໍາ ສປປລາວ ໃນ ວັນທີ 26 ເມສາ.
ເປັນຄັ້ງທໍາອິດ ທີ່ ເກືອບເຖິງ 200 ປະເທສ ຮ່ວມມືກັນ ສ້າງແຜນງານ ດ້ານ ສະພາບ ອາກາດ ຣະຍະຍາວ ອັນເປັນການ ສົ່ງສັນຍານ ໃຫ້ຮູ້ວ່າ ທຸກ ປະເທສ ເອົາໃຈໃສ່ ລົງມື ປະຕິບັດ ກ່ຽວກັບ ວຽກງານ ດ້ານ ສະພາບ ອາກາດ. ຂໍ້ຕົກລົງ ນີ້ແມ່ນ ທ່ຽງທັມ ແລະ ຈະນໍາ ໃຊ້ກັບ ທຸກປະເທສ ໃນໂລກ.
ນອກຈາກນັ້ນ, ຍັງເປັນການ ສົ່ງສັນຍານ ອັນແຮງກ້າ ໃຫ້ບັນດາ ທຸຣະກິຈ ແລະ ພາກ ເອກກະຊົນ ໃຫ້ຮູ້ວ່າ ໂລກກໍາລັງ ກ້າວໄປສູ່ ເສຖກິຈ ພລັງງານ ສະອາດ. ຂໍ້ຕົກລົງນີ້ ອອກແບບມາ ເພື່ອສົ່ງເສີມ ການລົງມື ປະຕິບັດ ເປັນ ຂັ້ນຕອນ ຕາມ ແຜນງານ ຮວມທັງ ເນັ້ນໜັກໃສ່ ການຣະດົມ ເງິນທຶນ ໃສ່ດ້ານ ສະພາບ ອາກາດ ຈາກ ສາທາຣະນະຊົນ ແລະ ພາກ ເອກກະຊົນ ເພື່ອ ຊ່ວຍແບ່ງເບົາ ໃນຣະຍະ ການປັບຕົວ ຂອງ ປະເທສ ທຸກຍາກ ທີ່ສຸດ ແລະ ດ້ອຍໂອກາດ ທີ່ສຸດ ນັ້ນ.
ຂໍ້ຕົກລົງ ສະບັບນີ້ ອອກແບບມາ ເພື່ອສ້າງ ຄວາມເຊື່ອໝັ້ນ ແລະ ຊຸກຍູ້ ການລົງມື ປະຕິບັດ ແຜນງານ ທີ່ ມີຄວາມ ຄາດໝາຍ ໄວ້ສູງ ຮວມເຖິງ ການ ສ້າງເງື່ອນໄຂ ເພື່ອ ຄວາມໂປ່ງໄສ ສໍາລັບ ທັງ ປະເທສ ພັທນາ ແລ້ວ ແລະ ກໍາລັງພັທນາ ເພື່ອ ຮັບປະກັນ ວ່າ ແຕ່ລະ ປະເທສ ປະຕິບັດ ໃຫ້ໄດ້ ຕາມພັນທະ ຂອງຕົນ. ຂໍ້ຕົກລົງ ປາຣີ ນີ້ ຈະຊ່ວຍ ກະຕຸ້ນຊຸກຍູຸ້ ຄວາມກ້າວໜ້າ ຕົວຈິງ ກ່ຽວກັບ ການລົງທຶນ ເພື່ອ ຫຼຼຸດຜ່ອນ ປະຣິມານ ຄາບອນ ລົງ.