ນໍ້າເຊກອງສູງຂຶ້ນ ຍ້ອນເຂື່ອນວຽດນາມ ປ່ອຍນໍ້າ

ຈຳປາທອງ
2018.10.05
F-Sekong ຊີວິດປະຈໍາວັນ ແບບລຽບງ່າຍ ຂອງຊາວລາວ ໃນແຂວງເຊກອງ
Screen captured Public domain : http://ttnotes.com/sekong-market.html

ທາງການແຂວງເຊກອງ ແຈ້ງເຕືອນປະຊາຊົນ ທີ່ອາໄສ ຢູ່ບ້ານແຄມນໍ້າເຊກອງໃຫ້ຣະວັງ ພັຍນໍ້າຖ້ວມ ເພາະຣະດັບນໍ້າ ເຊກອງສູງຂຶ້ນ ຍ້ອນເຂື່ອນ ໃນປະເທສວຽດນາມ ປ່ອຍນໍ້າລົງມາໃສ່ ໃນມື້ວັນທີ 4 ຕຸລາ ແລະ ຈະປ່ອຍ ໄປເຖິງວັນທີ 6 ຕຸລານີ້. ເຈົ້າໜ້າທີ່ ຫ້ອງວ່າການ ແຂວງເຊກອງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ຕຸລານີ້ວ່າ ມີການປ່ອຍນໍ້າມາແທ້ ແຕ່ນໍ້າຈະຂຶ້ນບໍ່ຫລາຍ:

"ໂອແມ່ນແລ້ວ ກໍເຫັນເພີ່ນ ຜແນກຊັພຍາກອນແຈ້ງ ຄືວ່າ ວັນທີ 4-ວັນທີ 6 ເປັນເຂື່ອນ ໂອ່ຍທາງເຂື່ອນໆນີ້ ເຂື່ອນນີ້ເຂື່ອນຫວຽດ ເຂົາຊິປ່ອຍຢູ່ໃນວັນທີ 6 ກະບໍ່ຫຼາຍດອກ ເປັນທໍ່ໃດແມັດນຶ່ງ ນິຕິເບາະ ຂຶ້ຶ້ນມາຈາກເກົ່າ ປົກກະຕິມັນດຽວນີ້ນິ່."

ແຈ້ງການ ຂອງທາງການ ແຂວງເຊກອງ ໃນມື້ວັນທີ 3 ຕຸລາ 2018 ນີ້ຣະບຸວ່າ ເຂື່ອນໄຟຟ້າເຊຊັບ ຢູ່ເມືອງອາເລື້ອຍ ປະເທສວຽດນາມ ຈະປ່ອຍນໍ້າ ໃນປະຣິມານ 50 ຫາ 500 ແມັດກ້ອນຕໍ່ວິນາທີ ໂດຍຈະເລີ້ມແຕ່ 6 ໂມງເຊົ້າຂອງວັນທີ 4 ຕຸລາ ໄປເຖິງມື້ວັນທີ 6 ຕຸລາ, ຈະເຮັດໃຫ້ ຣະດັບນໍ້າເຊກອງສູງຂຶ້ນ ແລະໄຫລແຮງ ຢ່າງກະທັນຫັນ.

ເຈົ້າໜ້າທີ່ ເມືອງກະລຶມ ແຂວງເຊກອງ ທ່ານນຶ່ງ ກ່າວໃນມື້ດຽວກັນ ນັ້ນວ່າ ປັດຈຸບັນ ມີການສັ່ງໃຫ້ປະຊາຊົນ ທີ່ອາໄສຢູ່ແຄມນໍ້າເຊກອງ ໂຍກຍ້າຍ ໄປຢູ່ໃນທີ່ປອດພັຍ.

"ແມ່ນໆ ເຂົາປະກາດ ເຂົາປະກາດໃຫ້ເຄື່ອນຍ້າຍປະຊາຊົນ ໄປໄຮ່ໄປສວນ ຂຶ້ນເມືອ ບໍ່ຢູ່ແຫຼະລຽບນໍ້ານິ່ ອັນນໍ້າສິຖ້ວມເຂົາຍ້າຍປະຊາຊົນ ຂຶ້ນເທິງພຸ້ນແຫຼະ ບໍ່ມີແຫຼະອັນຢູ່ຕິດນໍ້າຫັ້ນນະ ສັດລ້ຽງຫຍັງ ຂະເຈົ້າ ບອກຂະເຈົ້າຍ້າຍຂຶ້ນເມືອແຫຼະ."

ຣະດັບນໍ້າເຊກອງ ໃນມື້ວັນທີ 4 ຕຸລານີ້ ບໍ່ຂຶ້ນສູງຫລາຍພໍເທົ່າໃດ ມີແຕ່ໄຫລແຮງຊື່ໆ, ຍັງບໍ່ຖ້ວມນາປະຊາຊົນ ທີ່ຢູ່ແຄມເຊນັ້ນເທື່ອ. ແຕ່ ເຖິງຢ່າງໃດ ກໍມີການເຝົ້າຣະວັງຢູ່ຕລອດ ຍ້ອນວ່າວຽດນາມ ຍັງຈະປ່ອຍນໍ້າອອກ ຈາກເຂື່ອນໄຟຟ້າ ຢູ່ວຽດນາມ ລົງມາໃສ່ຕໍ່ໄປຕື່ມອີກ 2 ມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.