ໂຮງງານຜລິດເຈັ້ຽຫຼຸດຜ່ອນ ບັນຫາ ນໍ້າເສັຽ
ບັນຫາ ການປ່ອຍນໍ້າເສັຽ ຈາກ ໂຮງງານ ຊັນ-ເປເປີ ຖືກແກ້ໄຂແລ້ວ ຫລັງຈາກ ຮອງນາຍົກ ຣັຖມົນຕຣີ ລົງໄປຢ້ຽມຢາມ.
-
ໄມຊູລີ
2019-01-31 -
-
-
Your browser doesn’t support HTML5 audio
ໃນບັນຫາການປ່ອຍນໍ້າເສັຽລົງສູ່ຫ້ວຍ, ຂອງໂຮງງານຜລິດເຈັ້ຍ ຊັນ-ເປເປີ ລາວໂຮນດິງ (Sun Paper Lao Holding) ຈໍາກັດຂອງຈີນ, ຢູ່ບ້ານມັນຈິ ເມືອງເຊໂປນ ແຂວງສະຫວັນນະເຂດ, ຖືກແກ້ໄຂແລ້ວສ່ວນນຶ່ງ, ເຮັດໃຫ້ບັນຫາການປ່ອຍນໍ້າເສັຍ ແລະ ສົົ່ງກິ່ນເໝັນຈາກ ໂຮງງານເລີ້ມຫລຸດຜ່ອນລົງ, ພາຍຫລັງ ທ່ານ ສອນໄຊ ສີພັນດອນ ຮອງນາຍຍົກຣັຖມົນຕຣີ ສປປລາວ ໄດ້ລົງພື້ນທີ່ຢ້ຽມຢາມໂຮງງານ ດັ່ງກ່າວ, ເມື່ອວັນອາທິດຜ່ານມາ ພ້ອມໄດ້ສັ່ງໃຫ້ໂຮງງານແກ້ໄຂບັນຫາປ່ອຍນໍ້າເສັຽລົງຫ້ວຍ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ, ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 29 ມົກຣາ ນີ້ວ່າ:
“ເຂົາມາແກ້ໄຂບັນຫາກ່ຽວກັບອັນນັ້ນ, ບໍາບັດນໍ້າເສັຍກັບກິ່ນເຫມັນຫັ້ນນະ, ອັນນັ້ນມັນກໍຫລຸດລົງແດ່, ແກ້ໄຂແບບວ່າໃຫ້ປົກປິດຫັ້ນແຫຼະ.”
ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ, ໃນເບື້ອງຕົ້ນທາງໂຮງງານດັ່ງກ່າວຮັບປາກວ່າ, ຈະປ້ອງກັນບໍ່ໃຫ້ນໍ້າເສັຍໃນອ່າງບໍາບັດ 3 ອ່າງນັ້ນໄຫຼລົງ ຫ້ວຍອາລ້ອງອີກ, ແລະຈະບໍ່ໃຫ້ເກີດກິ່ນເໝັນ ຣົບກວນຊາວບ້ານ, ຮວມທັງປ້ອງກັນບັນຫາອື່ນໆ ທີ່ຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ, ແລະສຸຂພາບຂອງປະຊາຊົນ.
ພາຍຫລັງບັນຫາ ການປ່ອຍນໍ້າເສັຍລົງຫ້ວຍ ແລະສົ່ງກິ່ນເຫມັນ ຫລຸດຜ່ອນລົງແດ່ແລ້ວນັ້ນ, ເຮັດໃຫ້ຊາວບ້ານຮູ້ສຶກດີໃຈ ແລະຫວັງວ່າ, ພວກເຂົາເຈົ້າຈະສາມາດ ໃຊ້ນໍ້າຫ້ວຍໄດ້ອີກ ຕາມປົກກະຕິ.
ກ່ຽວກັບເຣື້ອງນີ້, ວິທຍຸເອເຊັຍເສຣີ ໄດ້ພຍາຍາມ ຕິດຕໍ່ໄປຍັງ ອໍານາດການປົກຄອງ ເມືອງເຊໂປນ, ແລະໂຮງງານ ຊັນ-ເປເປີ ຂອງຈີນ ເພື່ອຂໍຣາຍລະອຽດເພີ້ມຕື່ມ ກ່ຽວກັບການແກ້ໄຂບັນຫານໍ້າເສັຍນີ້, ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດ ສະດວກໃນການຈະໃຫ້ ສັມພາດໄດ້ເທື່ອ.
ບັນຫາໂຮງງານຊັນ-ເປເປີ ລາວໂຮນດິ້ງ (Sun Paper Lao Holding) ຂອງຈີນ ປ່ອຍນໍ້າເສັຍ ສົ່ງກິ່ນເຫມັນ ເຣີ້ມມີມາຕັ້ງແຕ່ ເດືອນ ມິຖຸນາ 2018. ນໍ້າເສັຍທີ່ປ່ອຍໄຫລລົງຫ້ວຍອາລ້ອງນັ້ນ, ເຮັດໃຫ້ນໍ້າຫ້ວຍເນົ່າເໝັນ, ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນ ຂອງຊາວບ້ານ ຍ້ອນເຂົາເຈົ້າ ອາສັຍນໍ້າຫ້ວຍແຫ່ງນີ້ ເປັນນໍ້າໃຊ້, ນໍ້າກິນ ຮວມທັງສັດລ້ຽງ.
ໂຮງງານດັ່ງກ່າວເລີ້ມກໍ່ສ້າງເມື່ອປີ 2017, ແລະ ເລີ້ມຜລິດເຈັ້ຍ ແຕ່ເດືອນພຶສພາ ປີ 2018, ເພື່ອຂາຍໃນລາວ ແລະສົ່ງອອກໄປຈີນ.