ນໍ້າຫ້ວຍຂຸ່ນຊາວບ້ານ ຂາດນໍ້າ ໃຊ້

ຊີວິດໃນໝູ່ບ້ານກະຊະ ເມືອງເລົ່າງາມ ແຂວງສາລະວັນ
ຊີວິດໃນໝູ່ບ້ານກະຊະ ເມືອງເລົ່າງາມ ແຂວງສາລະວັນ (Courtesy of Tholakhong)

0:00 / 0:00

ປະຊາຊົນບ້ານກະຊະ ເມືອງເລົ່າງາມ ແຂວງສາຣະວັນ ປະມານ 400 ກວ່າຄົນ ປັດຈຸບັນບໍ່ມີນ້ຳສະອາດ ກິນແລະໃຊ້ ຍ້ອນວ່າ ນ້ຳຫ້ວຍ ທີ່ຂະເຈົ້າເຄີຍໃຊ້ນັ້ນ ຂຸ່ນແລະບໍ່ສອາດ. ຕາມການເປີດເຜີຍ ຂອງ ເຈົ້າຫນ້າທີ່ທ້ອງຖິ່ນ ທ່ານນຶ່ງ ໃນວັນທີ 2 ມິຖຸນາ ນີ້:

"ໃນບ້ານກະຊະ ມັນກໍຫ່າງໄກ ກັບຕົວເມືອງນີ້ 50 ກິໂລ 50 ກວ່າພຸ້ນ ກໍແມ່ນໃຊ້ ນ້ຳຫ້ວຍນ້ຳຮ່ອງ ແມ່ນຍັງຂາດ ເພາະວ່າມັນຫ່າງໄກ ກັບອັນຍາມຝົນ ຊ່ວງຝົນນີ້ແຫລະ ຝົນເລີ້ມຕົກແລ້ວ ຊ່ວງນີ້ ນ້ຳຝົນກໍແດງ ຫັ້ນແຫລະ ແຕ່ວ່າ ກໍໄດ້ໃຊ້".

ທ່ານກ່າວຕື່ມວ່າ ບັນຫານ້ຳຫ້ວຍ ບໍ່ສະອາດແລະຂຸ່ນນັ້ນ ຍ້ອນຖນົນດິນແດງ ເປັນມາແຕ່ດົນແລ້ວ ໂດຍສະເພາະ ໃນຣະດູຝົນ ເລີ້ມຈາກ ຕົ້ນເດືອນ 6 ໄປຮອດເດືອນ 10 ທຸກປີ ແຕ່ຊາວບ້ານ ບໍ່ມີທາງເລືອກ ຕ້ອງໄດ້ໄປ ຕັກເອົານ້ຳ ໃນຫ້ວຍ ມາກິນມາໃຊ້.

ໃນບັນຫາດັ່ງກ່າວ ທາງການແຂວງ ກໍໄດ້ລົງໄປ ສຳຣວດແລ້ວ ວ່າງຫລາຍປີກ່ອນ ແຕ່ຍ້ອນວ່າ ເປັນເຂດ ສອກຫລີກຫ່າງໄກ ບໍ່ສາມາດ ເຂົ້າໄປຊ່ອຍເຫລືອ ໃນການຂຸດນ້ຳບາດານ ຫລືອ່າງເກັບນ້່ຳໄດ້. ຫລາຍປີຜ່ານມາ ອົງການ NGO ກໍໄດ້ເຂົ້າໄປ ຊ່ອຍເຫລືອມີການສ້າງ ອ່າງເກັບນ້ຳໄວ້ໃຊ້ ແຕ່ກໍບໍ່ພໍກັບ ຄວາມຕ້ອງການ:

"ປັດຈຸບັນນີ້ກໍມີບໍ່ນ້ຳອັນນຶ່ງ ຫມົດບ້ານຫັ້ນເນາະ ຂະເຈົ້າໄປເຈາະໃຫ້ ພວກ NGO ນີ້ແຫລະ ແຕ່ດົນແລ້ວ ກໍບໍ່ພໍກີນ ເພາະວ່າຍາມແລ້ງ ມັນຂາດ ເຣື້ອງນ້ຳ ຂະເຈົ້າກໍຕ້ອງການ ຢູ່ ມັນຂາດ".

ບ້ານກະຊະ ເປັນບ້ານທີ່ທຸກຍາກ ສ່ວນໃຫຍ່ ເປັນຊົນເຜົ່າ ຕັ້ງຢູ່ໃນເຂດຫ່າງໄກ ສອກຫລີກ ການພັທນາ ເຣື້ອງຣະບົບໄຟຟ້າ ນ້ຳສະອາດ ແລະຖນົນຫົນທາງ ຍັງມີຄວາມຫຍຸ້ງຍາກ ຫລາຍຢູ່.