ເສັ້ນທາງໄປ ມ.ສນາມໄຊ ເປ່ເພ
ເສັ້ນທາງ ຈາກ ເທສບານ ແຂວງ ອັດຕະປື ໄປຫາ ເມືອງສະໜາມໄຊ ເປ່ເພ ໜັກ.
-
ອຸ່ນແກ້ວ ສຸກສະຫວັນ
2017-08-28 -
-
-
Your browser doesn’t support HTML5 audio
ເສັ້ນທາງເລກທີ 18 ຈາກເທສບານແຂວງອັດຕະປື ໄປຫາເມືອງສະໜາມໄຊ ໄລຍະທາງ 35 ກິໂລແມັດ ເປ່ເພເປັນຫລຸບເປັນຂຸມ ໃນຍາມ ແລ້ງແລະເປັນຂີ້ຕົມ ໃນຍາມຝົນ. ເຖິງວ່າເຈົ້າໜ້າທີ່ແຂວງ ໄດ້ລົງສ້ອມແປງ ແຕ່ກໍຍັງ ບໍ່ແລ້ວ, ດັ່ງ ເຈົ້າໜ້າທີ່ ແຂວງທ່ານນຶ່ງກ່າວວ່າ:
"ເຂົາກໍແປງທາງ ແຕ່ທາງດິນແດງນີ້ແຫຼະ ແຕ່ນີ້ ແຕ່ແຂວງໄປຫາເມືອງ ນີ້ 35 ຫຼັກ ມັນທາງເຂົາກຳລັງ ເຮັດທາງເນາະ ກຳລັງສ້ອມເນາະ ບໍ່ຢາກຄັກ ລົດກະບະນີ້ບໍ່ໄດ້ ຄັນແມ່ນລົດຕູ້ ບໍ່ແມ່ນລົດໂຟວິນວ່າຊັ້ນສະ ບາດຖືກມື້ຝົນ ຕົກລິນແຍະໆ ມັນກໍຢາກ ມື່ນພະລາດ ເອີ ຍ່າງ ໄປບໍ່ຮອດ ຄັນແມ່ນລົດຕູ້ ຄັນເປັນລົດກະບະ ຄືຊິບໍ່ມີບັນຫາ".
ທ່ານກ່າວອີກວ່າ ຍ້ອນທາງເສັ້ນນີ້ ເປັນດິນແດງ ບໍ່ດີຢູ່ແລ້ວ ບວກກັບໃນຕົ້ນເດືອນ ທີ່ຜ່ານມາ ຝົນຕົກທຸກມື້ ນ້ຳຖ້ວມທາງ ກໍເລີຍເຮັດໃຫ້ ທາງເປ່ເພ ລົດເກັງ ລົດຈັກ ແລະ ລົດຕູ້ ບໍ່ສາມາດຜ່ານ ທາງເສັ້ນນີ້ໄດ້ ມີແຕ່ລົດໂຟວິນ ເທົ່ານັ້ນຜ່ານໄປໄດ້ ເຮັດໃຫ້ ມີຄວາມຫຍຸ້ງຍາກ ຕໍ່ ປະຊາຊົນ ຢູ່ເຂດໃກ້ຄຽງ ຊຶ່ງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຍັງບໍ່ທັນມີ ກຳນົດວ່າ ຈະສຳເຣັດເມື່ອໃດ.
ມີປະຊາຊົນ 30 ບ້ານ ທີ່ອາໃສຢູ່ຕາມລຽບແຄມ ເສັ້ນທາງເລກທີ 18 ຈາກເທສບານ ແຂວງອັດຕະປື ໄປຫາ ເມືອງສະໜາມໄຊ, ຊຶ່ງເປັນ ເສັ້ນທາງຫຼັກ ໃນການຂົນສົ່ງສິນຄ້າ ຈາກແຂວງຈຳປາສັກ ຫາແຂວງອັດຕະປື. ເສັ້ນທາງເປ່ເພ ບໍ່ພຽງແຕ່ ສົ່ງ ຜົນກະທົບ ຕໍ່ປະຊາຊົນ ເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບ ຕໍ່ການເດີນທາງ ຂອງນັກຮຽນ ນຳອີກ ໂດຍສະເພາະ ດຽວນີ້ກໍໃກ້ຈະເປີດ ສົກຮຽນໃໝ່ ຢູ່ໂຮງຮຽນປະຖົມ ບ້ານໜອງມ່ວງ, ບ້ານໜອງແຂ້ ແລະ ບ້ານດອນ.