ປະຊາຊົນ ເຂື່ອນນໍ້າເທີນ 1 ຕ້ອງການ ຄ່າຊົດເຊີຍເພີ່ມ
2018.10.01
ປະຊາຊົນ 7 ບ້ານ, 624 ຄອບຄົວ, ທີ່ເສັຽດິນ ຢູ່ເມືອງວຽງທອງ, ແຂວງບໍຣິຄຳໄຊ ຊຶ່ງຈະຖືກທາງການລາວ ໃຫ້ໂຍກຍ້າຍ ໄປຢູ່ໂຄງການ ບ້ານຈັດສັນ ພາຍຫລັງ ມີການສ້າງ ເຂື່ອນນໍ້າເທີນ 1 ນັ້ນ, ຮຽກຮ້ອງໃຫ້ຄນະຈັດສັນ ເພີ່ມຄ່າຊົດເຊີຍ ຄວາມເສັຽຫາຍ ໃຫ້ຂະເຈົ້າເພີ່ມຕື່ມ ຈາກເຮັກຕາຣ໌ລະ 15 ລ້ານກີບ ເປັນ 20 ລ້ານກີບ ເພື່ອໃຫ້ເໝາະສົມ ກັບຣາຄາດິນໂຕຈິງ ທີ່ຊາວບ້ານ ໄດ້ເສັຽໄປນໍາ ໂຄງການນັ້ນ. ເຈົ້າໜ້າທີ່ ເມືອງ ວຽງທອງ ແຂວງບໍລິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ກັນຍາ ຜ່ານມາວ່າ:
“ເຣື່ອງການໂຍກຍ້າຍ ປະຊາຊົນນີ໋ ເຫັນດີຢູ່ແລ້ວ ເຣື່ອງການໂຍກຍ້າຍນະ ປະຊາຊົນ ກໍຖືວ່າເຫັນດີ ເຣື່ອງການກໍ່ສ້າງ ແຕ່ວ່າ ຍາກເຣື່ອງເງິນ ບາດນີ້ເນາະ ການຊົດເຊີຍ ລະໃຫ້ມັນເໝາະສົມ ກັບສິ່ງທີ່ ປະຊາຊົນມີຊົດເຊີຍ ກໍມີຢູ່ເຮັກຕາຣ໌ນຶ່ງ ຕໍ່ 15 ລ້ານກີບ ຂະເຈົ້າ ກໍວ່າ ຍັງບໍ່ທັນ ເໝາະສົມເນາະ ຂະເຈົ້າວ່າ ຢາກໄດ້ ຢາກຂໍຕື່ມຫັ້ນນ່າ ບໍ່ຂໍຂຶ້ນຫລາຍ ປະມານ 20 ລ້ານ ຕໍ່ເຮັກຕາຣ໌ນຶ່ງ.”
ທ່ານກ່າວຕື່ມວ່າ ຕາມທີ່ທາງການ ໄດ້ລົມ ກັບຊາວບ້ານ ປະຊາຊົນສ່ວນໃຫຍ່ ໃນ 7 ບ້ານ ເຫັນດີນໍາ ການໂຍກຍ້າຍ ແລະ ການເຮັດໂຄງ ການນີ້ ພຽງແຕ່ຢາກໄດ້ ຄ່າຊົດເຊີຍ ຢ່າງເໝາະສົມ ເປັນຕົ້ນ ເນື້ອທີ່ເຮືອນຊານ ແລະ ເນື້ອທີ່ລ້ຽງສັດ ຢາກໄດ້ເຮັກຕາຣ໌ລະ 20 ລ້ານກີບ. ສ່ວນເນື້ອທີ່ນາ ແລະ ສວນ ທີ່ໃຊ້ຜລິດ ມາດົນແລ້ວຢາກໄດ້ 140 ລ້ານກີບ ຕໍ່ 1 ເຮັກຕາຣ໌ ແຕ່ຄນະຈັດສັນ ໃຫ້ພຽງ 120 ລ້ານກີບ ຕໍ່ເຮັກຕາຣ໌.
ທ່ານເວົ້າວ່າ ໃນຈໍານວນ 624 ຄອບຄົວ ທີ່ຕ້ອງຖືກໂຍກຍ້າຍນັ້ນ ມີເກືອບ 300 ຄອບຄົວ ທີ່ບໍ່ຢາກໄປຢູ່ ບ້ານຈັດສັນ ແຕ່ຢາກໄດ້ເງິນ ໄປຊອກຊື້ດິນ ສ້າງເຮືອນຢູ່ເອງ ເນື່ອງຈາກ ພື້ນທີ່ ບ້ານຈັດສັນ ເປັນພື້ນທີ່ແຄບ ແລະ ທໍາການຜລິດ ໄດ້ແຕ່ປູກໜໍ່ໄມ້. ປະຊາຊົນສ່ວນໃຫຍ່ ເຄີຍເຮັດນາ ແລະ ລ້ຽງສັດ ເປັນອາຊີບ ມາກ່ອນ.
"ເວົ້າຕາມຄວາມຈິງ ຂໍ້ສເນີຂອງປະຊາຊົນເນາະ ເຂົາລະບໍ່ມັກບ່ອນຢູ່ຫັ້ນ ນ້ອຍນຶ່ງບ່ອນທີ່ເຮົາ ຈັດສັນເຂົາບໍ່ມັກ ໄປຢູ່ບ່ອນນັ້ນ ເພາະວ່າ ເຂດນັ້ນມັນຫ່ອມ ມັນບໍ່ເປັນພື້ນທີ່ກວ້າງ ຄູ່ມື້ນີ້ມັນເວົ້າເຣື່ອງນາ ເຣື່ອງລ້ຽງສັດຫັ້ນນ່າ ເປັນອາຊີບປັດຈຸບັນ ແລ້ວກໍໄປບ່ອນນັ້ນແລ້ວ ປະຊາຊົນບໍ່ເຂົ້າໃຈວ່າ ໄປປູກໜໍ່."
ສໍາລັບ ຂໍ້ສເນີຂອງປະຊາຊົນນີ້ ເຈົ້າໜ້າທີ່ ບອກວ່າ ຍັງບໍ່ທັນມີຂໍ້ສລຸບເທື່ອ ຕ້ອງຖ້າໃຫ້ບໍຣິສັດ ທີ່ຮັບຜິດຊອບເຂື່ອນ ແລະ ທາງການແຂວງ ພິຈາຣະນາກ່ອນ. ແລະ ປັດຈຸບັນ ເຂື່ອນນໍ້າເທີນ 1 ສ້າງສໍາເຣັດໄປແລ້ວ 20 ປາຍເປີເຊັນ. ສ່ວນການໂຍກຍ້າຍນັ້ນ ຈະເລີ່ມຂຶ້ນ ໃນເດືອນ 3 ປີ 2019 ແລະ ໃນເດືອນ 11 ປີ 2018 ນີ້ ຄນະຈັດສັນ ຈະເລີ່ມສ້າງບ້ານເຮືອນ ແລະ ສິ່ງອໍານວຍຄວາມສະດວກ ຕ່າງໆ ໃນບ້ານຈັດສັນ.