ຊາຍແດນ ລາວ,ວຽດນາມ ປ່າໄມ້ ຮັກສາຍາກ

ອຸ່ນແກ້ວ ສຸກສະຫວັນ
2018.10.31
ໄມ້ທີ່ຖືກຕັດຊຸກເຊື່ອງໄວ້ ໃນປ່າ ແຂວງເຊກອງ ທີ່ມີຊາຍແດນຕິດກັບ ວຽດນາມ
RFA/OK

ການປົກປັກຮັກສາເນື້ອທີ່ປ່າໄມ້ ເຂດຊາຍແດນລາວ-ວຽດນາມ ທີ່ມີຄວາມຍາວ 2 ພັນກິໂລແມັດ ຍັງມີຄວາມຫຍຸ້ງຍາກ ຍ້ອນວ່າຈຳນວນ ພະນັກງານເຮັດວຽກກວດກາ ແລະລາດຕະເວນມີຈຳນວນຈຳກັດ. ປະເທດລາວມີທັງໝົດ 10 ແຂວງ ຕິດກັບປະເທດວຽດນາມ ໃນຂນະທີ່ ແຕ່ລະແຂວງ ມີເຈົ້າໜ້າທີ່ປ່າໄມ້ ທີ່ເຮັດວຽກປົກປັກຮັກສາປ່າ ມີຈຳນວນບໍ່ເຖິງ 15 ຄົນ. ດັ່ງເຈົ້າໜ້າທີ່ ກົມປ່າໄມ້ກະຊວງກະສິກັມ ແລະ ປ່າໄມ້ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 31 ຕຸລາ ນີ້ວ່າ:

"ຂອງເຮົານີ້ ປັກເຂດແດນມາແຕ່ດົນແລ້ວ ພະນັກງານມີປະຈຳແຕ່ລະເຂດອັນນັ້ນ ແຕ່ວ່າໃຫ້ມັນອັນນັ້ນໄດ້[ກວດກາ]ມັນກະບໍ່ໄດ້ ເພາະວ່າ ເນື້ອທີ່ມັນກວ້າງເນາະ ແຕ່ວ່າ ອ້າຍນ້ອງພະນັກງານ ເຮົາພັດຈຳນວນໜ້ອຍ ພາຫະນະອື່ນໆ ສິ່ງອຳນວຍຄວາມສະດວກ ມັນກໍບໍ່ຄົບ ເພາະວ່າ ເພິ່ນເອົາ ເຈົ້າໜ້າທີ່ທະຫານເດ້ ລຽບຕາມຊາຍແດນ."

ໃນປີ 2016 ຣັຖບານ ໄດ້ອອກຄຳສັ່ງເລກທີ່ 15 ຫ້າມການສົ່ງອອກໄມ້ ໄປຕ່າງປະເທດ ຍ້ອນວ່າ ເນື້ອທີ່ປ່າໄມ້ ຕາມຊາຍແດນ ຂອງ ປະເທດລາວ ທີ່ຕິດກັບວຽດນາມ ຖືກບຸກລຸກ ບໍ່ຕ່ຳກ່ວາ 20 ພັນເຮັກຕາ ອີງຕາມຂໍ້ມູນກະຊວງກະສິກັມ ແລະປ່າໄມ້.

ເຖິງຢ່າງໃດກໍຕາມ, ຢູ່ເຂດຊາຍແດນບາງຈຸດ ກໍຍັງມີການປຸກເບີກເນື້ອທີ່ ປູກຢາງພາຣາ ອີກດ້ວຍ ໂດຍສະເພາະ ຢູ່ເມືອງເຊໂປນ ແຂວງ ສວັນນະເຂດ. ໃນການສະກັດກັ້ນ ບັນຫາດັ່ງກ່າວ, ເຈົ້າໜ້າທີ່ລາວ ແລະວຽດນາມ ໄດ້ຮ່ວມມືກັນ ສ້າງຕັ້ງດ້ານສາກົນ 7 ແຫ່ງ ຢູ່ຕາມ ຊາຍແດນ ໂດຍມີ ເຈົ້າໜ້າທີ່ປ່າໄມ້ ແລະທະຫານ ປະຈຳຢູ່ທຸກດ່ານ ເພື່ອກວດກາກຸ່ມຄົນ ທີ່ລັກລອບຕັດໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.