ຈິດສໍານຶກໃນການຖິ້ມ ຂີ້ເຫຍື້ອ
ຜູ້ຄົນ ຈຳນວນນຶ່ງ ຍັງຂາດ ຈິຕສຳນຶກ ໃນການຖິ້ມຂີ້ເຫຍື້ອ ໃນຂນະທີ່ ການບໍຣິການ ກຳຈັດຂີ້ເຫຍື້ອ ຂອງຣັຖ ຍັງບໍ່ທົ່ວເຖິງ.
-
ຈໍາປາທອງ
2018-04-20 -
-
-
Your browser doesn’t support HTML5 audio
ຊາວລາວຈຳນວນບໍ່ໜ້ອຍ ເປັນຕົ້ນຢູ່ຕາມຕົວເມືອງ ຍັງຖືເບົາລະເລີຍ ແລະຂາດຈິຕສຳນຶກໃນການຖິ້ມຂີ້ເຫຍື້ອ ຫຼືການກຳຈັດ ສິ່ງເສດເຫຼືອ ໃຫ້ຖືກວິທີ ອັນເປັນສາເຫຕນຶ່ງ ທີ່ເຮັດໃຫ້ມີຂີ້ເຫຍື້ອ ຕາມຖນົນຫົນທາງ, ຮ່ອງຣະບາຍນ້ຳ ແລະໃນທົ່ວຕົວເມືອງ ກໍມັກພົບເຫັນຂີ້ເຫຍື້ອ ຢູ່ ຢ່າງຊະຊາຍ. ຕາມຄໍາເວົ້າຂອງຊາວລາວ ຜູ້ເຮັດວຽກດ້ານສິ່ງແວດລ້ອມ ຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:
“ໂຕນີ້ມັນເປັນນຳເຣື້ອງການປ່ອຍປະລະເລີຍ ຫຼາຍກວ່າເນາະ, ເຣື້ອງຈັ່ງຊີ້ມັນເປັນມາຊຳເຮື້ອແລ້ວນ່າ ລະເຮົາກະບໍ່ໄດ້ ລົງມືປະຕິບັດ ຫຼື ຈັດການມັນ ແບບຕັ້ງໃຈເນາະ ເພາະວ່າມັນຈະມີຢູ່ ເວົ້າເຣື້ອງການທີ່ວ່າ ທາງຂັ້ນບ້ານອີ່ຫຍັງຕ່າງໆ ເພິ່ນກະພາກັນ ຣົນນະຣົງ ແຕ່ລະທິດ ເພິ່ນກະເກັບຂີ້ເຫຍື້ອເດ່ເນາະ. ແຕ່ບາງເທື່ອເວົ້າເຣື້ອງຈິຕໃຕ້ສຳນຶກ ຊີ້ເນາະ ທາງຄົນລາວ ຫຼືວ່າສ່ວນຫຼາຍເນາະ ເຮົາກະບໍ່ຢາກເໝົາລວມ ເນາະ ກະແມ່ນຍັງຍຶດຕິດ ຍັງຖືເບົາ ກັບເຣື້ອງນີ້ຢູ່ເນາະ."
ທ່ານກ່າວຕື່ມວ່າ ການຂາດອຸປກອນເກັບມ້ຽນຂີ້ເຫຍື້ອ ຕາມສະຖານທີ່ສາທາຣະນະແຫ່ງຕ່າງໆ ເປັນຕົ້ນແມ່ນກະຕ່າຂີ້ເຫຍື້ອ ທີ່ທາງຣັຖ ຍັງບໍ່ສາມາດຈັດສັນໄດ້ຢ່າງທົ່ວເຖິງ ກໍເປັນອີກສາເຫຕນຶ່ງ ທີ່ເຮັດໃຫ້ຜູ້ຄົນ ຖິ້ມຂີ້ເຫຍື້ອຊະຊາຍ ດັ່ງທີ່ທ່ານກ່າວວ່າ:
“ເວົ້າເຣື້ອງການຈັດສັນ ກະຕ່າອີ່ຫຍັງເບາະ ກະຕ່າຂີ້ເຫຍື້ອຕ່າງໆເນາະ ເພາະວ່າມັນເປັນເຣື້ອງທີ່ວ່າ ອັນນຶ່ງຄື ບາງບ່ອນມັນບໍ່ມີ ບາງເທື່ອ ເຂົາຢາກຖິ້ມ ກະບໍ່ມີບ່ອນຊິຖິ້ມເນາະ ເຂົາກະເລີຍແບບວ່າກິນປຶບ ເຂົາກະຖິ້ມໄປເລີຍອັນນີ້. ຄັນວ່າພາກສ່ວນຣັຖ ຫຼືວ່າມີທຶນອີ່ຫຍັງຊ່ວຍໄດ້ ມັນກະເປັນສິ່ງ ທີ່ດີທີ່ສຸດແຫຼະເນາະ. ການທີ່ວ່າມີຖັງຂີ້ເຫຍື້ອ ຢູ່ໃກ້ເບາະ ຫຼືວ່າມີບ່ອນທີ່ສາມາດ ໃຫ້ຄົນໄປຖິ້ມໄດ້ ມັນກະຊິຊ່ວຍໄປຫຼຸດ, ບໍ່ຫຼາຍກະໜ້ອຍເນາະ."
ປະຈຸບັນ, ການຖິ້ມຂີ້ເຫຍື້ອຊະຊາຍ ຍັງເປັນບັນຫາໃຫຍ່ ທີ່ມີຢູ່ຕາມຕົວເມືອງຕ່າງໆຂອງລາວ ໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ຜູ້ຄົນຍັງຖິ້ມຂີ້ເຫຍື້ອລົງຮ່ອງ ລະບາຍນ້ຳ ແລະຕາມແຄມຖນົນຫົນທາງ ເປັນຕົ້ນແມ່ນຖນົນ 450 ປີ, ຖນົນຕັດໃໝ່ ບ້ານດົງນາໂຊກ ຫາໜອງບຶກ, ເຖິງວ່າທາງການ ຈະຕິດປ້າຍຫ້າມຖິ້ມບໍ່ໃຫ້ຖິ້ມ ແລະມີມາຕການປັບໃໝໃສ່ໂທສ ແລ້ວກໍ່ຕາມ, ແຕ່ໃນໂຕຈິງແມ່ນບໍ່ສາມາດ ປະຕິບັດໄດ້.
ນອກຈາກນັ້ນແລ້ວ, ທາງການລາວກໍຍັງບໍ່ສາມາດກຳຈັດສິ່ງເສດເຫຼືອ ແລະທັງບໍ່ມີຣົດຮັບຂີ້ເຫຍື້ອ ໄປຖິ້ມຢ່າງທົ່ວເຖິງ ໃນເຂດຊານເມືອງ ເຮັດໃຫ້ຜູ້ຄົນຕ້ອງໄດ້ ກຳຈັດຂີ້ເຫຍື້ອດ້ວຍໂຕເອງ ແບບງ່າຍໆ ເຊັ່ນ ຂຸດຂຸມຝັງ, ຈູດຂີ້ເຫຍື້ອຕາມບ້ານເຮືອນ ແລະລັກນຳຂີ້ເຫຍື້ອ ຂອງຕົນ ໄປຖິ້ມຕາມປ່າ ຫຼືຕາມ ແຄມຖນົນຫົນທາງ ທີ່ບໍ່ຄ່ອຍມີຄົນທຽວ.