ປະຊາຊົນລຸ່ມເຂື່ອນ ຫວັ່ນ ຜວາ
ສປປລາວ ມີເຂື່ອນແລ້ວ ປະມານ 50 ແຫ່ງ, ຜ່ານມາ ເຂື່ອນແຕກແລ້ວ 3 ແຫ່ງ ຮວມທັງ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຊຶ່ງເຮັດໃຫ້ ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ອື່ນໆ ຫວາດຫວັ່ນ ຢ້ານເຂື່ອນ ແຕກ ຕື່ມອີກ.
-
ຈໍາປາທອງ
2018-09-07 -
-
-
Your browser doesn’t support HTML5 audio
ພັຍພິບັດອັນໃຫຍ່ຫຼວງ ທີ່ເກີດຈາກຣັຖບາລ ສປປລາວ ອະນຸມັດໃຫ້ 4 ບໍຣິສັດຄື 2 ບໍຣິສັດເກົາຫລີໃຕ້, ໄທ ບໍຣິສັດນຶ່ງ ແລະບໍຣິສັດ ຣັຖວິສາຫະກິດ ໄຟຟ້າລາວ ຂອງຕົນເອງ ສ້າງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຂນາດ 410 MW ແລະເຂື່ອນນັ້ນໄດ້ແຕກ ກ່ອນຈະໄດ້ເປີດໃຊ້ ແລະຂາຍກະແສໄຟຟ້າ ໃຫ້ໄທ ໃນປີໜ້ານີ້ ເຮັດໃຫ້ນໍ້າຖ້ວມປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື 13 ບ້ານ -13 ພັນປາຍຄົນ ເດືອດຮ້ອນໜັກ, ເສັຍຊີວິດ ແລະຫາຍສາບສູນ 1 ພັນປາຍຄົນ ເມື່ອຄືນວັນທີ 23 ກໍຣະກະດາ 2018 ຊຶ່ງ ຂ່າວລ້າສຸດວ່າ ໄດ້ຄົ້ນພົບຜູ້ເສັຍຊີວິດຍ້ອນ 35 ສົບ ແລະເສັຍຊີວິດ ຢູ່ໂຮງໝໍ 5 ຄົນນັ້ນ ເຮັດໃຫ້ປະຊາຊົນລາວ ທີ່ຢູ່ໃຕ້ເຂື່ອນຫວາດຫວັ່ນ ແລະຢ້ານກົວຢູ່ທຸກເວລາ ຍ້ອນຢ້ານເຂື່ອນໄຟຟ້າແຕກ ນໍ້າຖ້ວມໜັກ, ໜີບໍ່ທັນ, ໄດ້ຮັບຄວາມເສັຍຫາຍ ໜັກໜ່ວງ ທັງຊີວິດ ແລະຊັພສິນ ທີ່ພຍາຍາມທ້ອນຫອມ ມາຕລອດທັງຊີວິດ ພໍໄດ້ຢູ່ໄດ້ກິນນັ້ນຕື່ມອີກ.
ຍ້ອນຄວາມຫວາດຫວັ່ນ ຢ້ານກົວຢູ່ທຸກເວລາຄືແນວນັ້ນ ເຮັດໃຫ້ປະຊາຊົນຊາວ ເມືອງສນາມໄຊ ຜູ້ໄດ້ຮັບຜົລກະທົບ ທັງທີ່ຢູ່ໃນສູນພັກຊົ່ວຄາວ ແລະຢູ່ນອກສູນ ກິນເຂົ້າບໍ່ແຊບ, ນອນກໍບໍ່ຫລັບ ຕາມປົກກະຕິ, ລຸກໆຕື່ນໆ ຈະໄປທໍາມາລ້ຽງຊີບກໍຢ້ານແຕ່ ເຂື່ອນໄຟຟ້າແຕກ, ນໍ້າໄຫລຖັ່ງລົງມາຖ້ວມຕື່ມອີກ.
ແມ່ນແຕ່ປະຊາຊົນລາວ ທີ່ຢູ່ໃນເຂດອື່ນ ຂອງປະເທສ ຊຶ່ງມີຄວາມປອດໄພ ກວ່າຊາວເມືອງນາມໄຊ ທີ່ຢູ່ໃຕ້ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຜູ້ທີ່ໄດ້ໄປເຫັນສະພາບ ຂອງຊາວສນາມໄຊ ຜູ້ໄດ້ຮັບຜົລກະທົບຕົວຈິງ ນັ້ນກໍຮູ້ສຶກວ່າ ຊາວເມືອງສນາມໄຊ ຢ້ານກົວຫລາຍຕໍ່ໄພພິບັດ ເຂື່ອນແຕກ ນໍ້າຖ້ວມໜັກນັ້ນ ດັ່ງທີ່ທ່ານໄດ້ຕອບ ຄໍາຖາມຂອງວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ກັນຍາ ທີ່ວ່າ:
ບໍ່ພຽງແຕ່ປະຊາຊົນລາວ ທີ່ຢູ່ໃຕ້ເຂື່ອນເຊປຽນ-ເຊນໍ້ານ້ອຍເທົ່ານັ້ນ ຫວາດຫວັ່ນຢ້ານກົວ ແມ່ນແຕ່ປະຊາຊົນ ກໍາພູຊາ ຢູ່ແຂວງຊຽງແຕງ ກໍມີຄວາມກັງວົນ ແລະ ຢ້ານກົວ ຕໍ່ຄວາມເສັຍຫາຍ ທີ່ອາຈເກີດຂຶ້ນ ຈາກເຂື່ອນແຕກ ນໍ້າຖ້ວມນັ້ນ ດັ່ງທ່ານ ເພັງ ສີວັດ ຮອງປະທານຊຸມຊົນຢູ່ເມືອງສຽມຣຽບ ແຂວງຊຽງແຕງ ກ່າວວ່າ:
“ພວກເຮົາຍັງກັງວົນ ແລະຢ້ານກົວ ຕໍ່ການທີ່ຈະປູກພືດຜົລ ຊຶ່ງຖືກທໍາລາຍໃນຣະຫວ່າງນໍ້າຖ້ວມນັ້ນຄືນໃໝ່. ພວກຊາວບ້ານ ຜູ້ທີ່ມີຍາດພີ່ນ້ອງ ຢູ່ປະເທສລາວ ເວົ້າວ່າ ພັຍນໍ້າຖ້ວມຈາກເຂື່ອນນັ້ນ ຈະເກີດຂຶ້ນຕື່ມອີກ”.
ທ່ານເວົ້າຕື່ມອີກວ່າ “ກົນໄກການເຜີຍແພ່ຂໍ້ມູນ ເຊັ່ນ: ການເຕືອນພັຍ ແລະການປ້ອງກັນນໍ້າຖ້ວມ ຣະຫວ່າງລາວ ແລະກໍາພູຊາ ສໍາລັບແມ່ນໍ້າເຊກອງແມ່ນອ່ອນແອໄປເລື້ອຍໆ”.
ຄວນມີຣະບົບເຕືອນພັຍ ທີ່ມີປະສິດທິພາບ ແລະທັນເວລາ ສໍາລັບປະຊາຊົນ ທີ່ ຢູ່ໃຕ້ເຂື່ອນ ເພື່ອໃຫ້ມີເວລາມ້ຽນມັດເຄື່ອງໃຊ້ ຂອງສອຍ ທີ່ຈໍາເປັນ, ສິ່ງຂອງມີຄ່າສັດລ້ຽງ ແລະຜູ້ຄົນອົພຍົບໄປຢູ່ສະຖານທີ່ປອດໄພ ຊຶ່ງກໍຣະນີການເຕືອນໄພກ່ອນ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກນັ້ນ ແມ່ນເຕືອນໄພ “ແບບຈັບຈູດ” ເຮັດໃຫ້ປະຊາຊົນໄດ້ຮັບຄວາມເສັຍຫາຍ ຫລາຍທີ່ສຸດ, ເປັນການຜິດພາດຢ່າງໃຫຍ່ຫລວງ ຂອງຣັຖບາລ ສປປລາວ ແລະບໍຣິສັດທີ່ເປັນເຈົ້າຂອງເຂື່ອນ.
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວກໍຍັງມີຂໍ້ສົງສັຍຕໍ່ຣັຖບາລ ສປປລາວ ແລະບໍຣິສັດທີ່ເປັນເຈົ້າຂອງເຂື່ອນວ່າ ໃນຕໍ່ໜ້າ ຈະຖອດຖອນ ບົດຮຽນກ່ຽວກັບ ເຣຶ່ອງດັ່ງກ່າວ, ຈະມີຣະບົບເຕືອນພັຍ ທີ່ມີປະສິດທິພາບ ແລະທັນເວລາຫລືບໍ່ ແລະຈະປະຕິບັດໄດ້ຄື ທີ່ວ່ານັ້ນຫລືບໍ່.
ຄວາມກັງວົນ ຫວາດຫວັ່ນ ແລະຢ້ານກົວທີ່ວ່ານັ້ນ ບໍ່ພຽງແຕ່ປະຊາຊົນ ເມືອງ ສນາມໄຊ ແລະຊາວກໍາພູຊາ ທີ່ຢູ່ໃຕ້ເຂື່ອນ ເຊປຽນ-ເຊນໍ້ານອຍ ແລະ ເຂື່ອນໃນເຊກອງ ເທົ່ານັ້ນ ແຕ່ປະຊາຊົນ ຈໍານວນຫລວງຫລາຍ ທີ່ຢູ່ໃຕ້ເຂື່ອນອື່ນໆ ຫລາຍສິບແຫ່ງໃນ ສປປລາວ ເປັນຕົ້ນເຂື່ອນນໍ້າເທີນ 2 ຢູ່ເມືອງນາກາຍ ແຂວງຄໍາມ່ວນ ກໍມີຄວາມກັງວົນ ແລະຢ້ານກົວຫລາຍ ຍ້ອນຢ້ານບໍຣິສັດ ຕ່່າງປະເທສ ຮວມທັງບໍຣິສັດ ຣັຖວິສາຫະກິດໄຟຟ້າລາວ ທີ່ເປັນເຈົ້າຂອງເຂື່ອນ ໄດ້ປ່ອຍນໍ້າລົງມາ ຖ້ວມຢ່າງຫລວງຫລາຍ ແລ້ວເທື່ອນຶ່ງ ກ່ອນຈະປ່ອຍນໍ້າລົງມາ ຖ້ວມເພີ້ມຕື່ມອີກໃນເທື່ອນີ້ ແລະຍ້ອນຢ້ານເຂື່ອນນັ້ນແຕກ, ຈະເກີດໄພພິບັດ ແລະມີຜົລກະ ທົບຢ່າງໃຫຍ່ຫລວງຕໍ່ຊີວິດ ແລະຊັພສິນ ທີ່ປະຊາຊົນ ໄດ້ທຸ້ມເທເຮື່ອແຮງ ທຸກຢ່າງດ້ວຍຄວາມ ລໍາບາກບໍ່ຈັກວ່າເທົ່າໃດ ກ່ອນຈະໄດ້ມາ, ແລະຈະສູນເສັຍໄປ ໃນພິບຕາດຽວ ຊຶ່ງຊາວບ້ານນາກາຍໃຕ້ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ກັນຍາ2018 ນີ້ວ່າ:
"ທຸກຄົນກໍຢ້ານແຫລະ ເພາະວ່າເຄີຍຖ້ວມ ທີ່ເຄີຍຖ້ວມເຂົາກໍຢ້ານແຫລະ ເພາະວ່າຢ່າງເຊັ່ນແບບບ້ານຂອງແມ່ຂອງພໍ່ນະ ລາວກໍຣະແວງ ຢູ່ຕລອດແຫລະ ເພາະວ່າ ມື້ຕອນທີ່ມັນຖ້ວມ ເຂົາກໍໄປໃສບໍ່ໄດ້ເລີຍ ຕອນນັ້ນຝົນຕົກແຮງໆ ເຂົາປ່ອຍນໍ້າມາແລ້ວ ມັນກໍເຮັດໃຫ້ນໍ້າຂຶ້ນ ແລ້ວມັນກໍຖ້ວມແບບບ້ານ ຂອງທຸກຄົນຫັ້ນໜາ ຖ້ວມແບບໄຮ່ນາ ເຂື່ອນ 2 ຝົນຕົກແຮງງໆ ເຂົາປ່ອຍນໍ້າມາ ແລ້ວມັນກໍຖ້ວມ."
ນາງກ່າວຕື່ມອີກວ່າ ປັດຈຸບັນ ປະຊາຊົນໃນບ້ານທີ່ອາສັຍຢູ່ໃຕ້ເຂື່ອນ ຕ່າງກໍຣະແວງຫລາຍຢູ່ຕລອດ ຢ້ານນໍ້າຈະຖ້ວມຕື່ມອີກ ເປັນເທື່ອທີ່ສອງ ພາຍຫລັງເດືອນສິງຫາ ທີ່ນໍ້າໄດ້ຖ້ວມມາແລ້ວ ເທື່ອນຶ່ງ ດັ່ງທີ່ນາງກ່າວວ່າ:
"ລະແວງຢູ່ຕລອດ ທຸກຄົນກໍສິຢ້ານ ເພາະວ່າຕ້ອງຣະວັງ ຢ່າງເຊັ້ນຝົນຕົກກໍຕ້ອງແບບ ໄປຢູ່ທີ່ອື່ນ ແບບບ່ອນສູງໆ ແບບພູເຂົາອີ່ຫຍັງ ແບບນີ້ຫັ້ນນະ ທີ່ມັນໄກຈາກນໍ້າ ຖ້າແບບຝົນຕົກໜັກໆ ກໍແບບເຂົາປ່ອຍ ຕິດເຂົາຢູ່ສູງມັນ ແບບຖົງບໍ່ຖ້ວມ ມັນບໍ່ໄດ້ຖ້ວມ ຫັ້ນນະ."
ແລະເຂື່ອນນໍ້າງື່ມ 1 ປັດຈຸບັນ ກໍປ່ອຍນໍ້າລົງມາຖ້ວມ ເປັນຕົ້ນເຂດບ້ານຕານປ່ຽວ, ເວີນຄໍາ, ເມືອງໄຊທານີ, ເມືອງປາກງື່ມເພີ້ນຂຶ້ນ ຄືປ່ອຍຫລາຍເຖິງ 8 ລ້ານປາຍແມັດກ້ອນ ຕໍ່ຊົ່ວໂມງ. ນັບຕັ້ງແຕ່ມື້ວັນທີ 18 ສິງຫາ ເປັນຕົ້ນມາ ນໍ້າງື່ມເພີ້ມສູງຂຶ້ນ ຢ່າງຕໍ່ເນື່ອງ. ນໍ້າໄຫລເຂົ້າຖ້ວມ 56 ບ້ານ ຂອງເມືອງໄຊທານີ ນະຄອນຫລວງວຽງຈັນ. ປະຊາຊົນໄດ້ຮັບຜົລກະທົບເກືອບເຖິງ 1,900 ຄົນ,ເນື້ອທີ່ການຜລິດ ເສັຍຫາຍ 2,900 ປາຍເຮັກຕາ ຊຶ່ງໃນນັ້ນ ເນື້ອທີ່ນາເກືອບເຖິງ 2,200 ເຮັກຕາ, ໜອງປາ 184 ເຮັກຕາ, ເສັ້ນທາງເສັຍຫາຍ 15 ສາຍ. ຮວມຄວາມເສັຍຫາຍ ເບື້ອງຕົ້ນ 12 ຕື້ ກີບ.
ໃນປີ 2018 ນີ້ ນໍ້າຖ້ວມນາ 1 ແສນປາຍເຮັກຕາ ເທົ່າກັບ 12% ຂອງຈໍານວນເນື້ອທີ່ນາ ໃນທົ່ວປະເທສ. ນໍ້າຖ້ວມນາໜັກໜ່ວງ ໂດຍສະເພາະ ຢູ່ແຂວງສະຫວັນນະເຂດ ເສັຍຫາຍ 26 ພັນເຮັກຕາ, ຄໍາມ່ວນ - 20 ພັນປາຍເຮັກ ຕາ, ຈໍາປາສັກ - 8 ພັນ ເຮັກຕາ ຈົນເຮັດໃຫ້ເຈົ້າໜ້າທີ່ ຫລາຍພາກສ່ວນ ຂອງທາງການ ສປປລາວ ກັງວົນຢູ່ໃນກອງປະຊຸມ ກະຊວງກະສິກັມ ແລະປ່າໄມ້ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 27 ແລະ 28 ສິງຫາທີ່ຜ່ານມາວ່າ ອາຈເຮັດໃຫ້ເຂົ້າຂາດຕລາດ ພາຍໃນປະເທສ ແລະຣາຄາເຂົ້າຈ ະແພງຂຶ້ນ.
ຄວາມເສັຍຫາຍທັງໝົດ ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ແລະຈາກການປ່ອຍນໍ້າ ອອກຈາກເຂື່ອນຕ່າງໆໃນ ສປປລາວ ຍ້ອນຝົນຕົກໜັກ ຕິດຕໍ່ກັນຫລາຍມື້ນັ້ນ ຫຼາຍຄົນເວົ້າວ່າ ກ່ອນອື່ນໝົດ ເປັນຍ້ອນຄົນ ແລະ ກຸ່ມຄົນ ທີ່ໂລບມາກ ຫາຜົລປໂຍດ ສ່ວນຕົວເປັນຕົ້ນຕໍ, ບໍ່ຄໍານຶງເຖິງບໍ່ຄໍານຶງ ເຖິງຄວາມເສັຍຫາຍຂອງຊາດ ແລະຄວາມຫາຍຍະນະ ທີ່ເກີດມີຕໍ່ປະຊາຊົນ ຜູ້ທຸກຍາກລໍາບາກ ກາກກໍາ ທີ່ບໍ່ມີສິດຮຽກຮ້ອງ ຫລືຮ້ອງຂໍຕໍ່ວ່າ ເພື່ອສິດ ແລະຜົລປໂຍດອັນຊອບ ທໍາຂອງຕົນ.
ເວົ້າສະເພາະເຂື່ອນ ເຊປຽນ-ເຊນໍ້ານ້ອຍ ກ່ອນຈະຖືກສ້າງຂຶ້ນ ປະຊາຊົນລາວ ເປັນຕົ້ນຊາວ ແຂວງອັດຕະປື ໂດຍສະເພາະ ຊາວເມືອງສນາມໄຊ ແລະນັກປົກປ້ອງ ສິ່ງແວດລ້ອມທັງຫລາຍ ກໍຫລິງເຫັນຜົລຮ້າຍ ອັນໃຫຍ່ຫລວງ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ທີ່ອາຈເກີດຂຶ້ນ ບໍ່ມື້ໃດກໍມື້ນຶ່ງ ຫາກເຂື່ອນນີ້ ຖືກສ້າງຂຶ້ນ. ດັ່ງ ນັ້ນຈຶ່ງໄດ້ຮຽກຮ້ອງໃຫ້ ຣັຖບາລ ສປປລາວ ຍຸຕິໂຄງການສ້າງເຂື່ອນນີ້, ເຖິງຖືກທາງການ ສປປລາວ ນາບຂູ່ຕ່າງໆນາໆ ແຕ່ກໍຍັງຄັດຄ້ານ ບໍ່ຢາກໃຫ້ສ້າງ. ແຕ່ ຣັຖບາລ ສປປລາວ ທີ່ຢູ່ພາຍໃຕ້ ການຈັດຕັ້ງ, ຊີ້ນໍາ, ນໍາພາຂອງຜູ້ນໍາພັກປະຊາຊົນ ປະຕິວັດລາວ ຜູ້ຜູກຂາດອໍານາດ ແບບຜະເດັດການ ພັກດຽວບໍ່ຟັງ, ເຮັດແນວໃດ ກໍຕ້ອງສ້າງເຂື່ອນ ແຫ່ງນີ້ຂຶ້ນໃຫ້ໄດ້ ແລະກໍໄດ້ສ້າງ ດັ່ງທີ່ທ່ານ ບຸນຊູ ມຸນຄະຕິ ຊາວລາວ ທີ່ຣັຖເວີຈິເນັຍ ສະຫະຣັຖ ອາເມຣິກາ ຜູ້ມີພີ່ນ້ອງເມັຍເສັຍຊີວິດ ຍ້ອນນັ້ນໄດ້ກ່າວວ່າ:
ເມື່ອເຂື່ອນແຕກແລ້ວ ເບື້ອງຕົ້ນ ຣັຖບາລ ສປປລາວ ກໍປົກປິດຂ່າວ ແລະກໍພຍາຍາມ ທຸກຢ່າງ ເພື່ອບໍ່ໃຫ້ພວກສ່ວນໃດ ໃນສັງຄົມລາວ ເວົ້າເຖິງຫລືອອກຂ່າວ ເຣຶ່ອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ດ້ວຍການອອກຂໍ້ບັງຄັບ 4 ຂໍ້ ໂດຍອອກແຈ້ງການ ກ່ຽວກັບການບໍຣິໂພກ ຂໍ້ມູນຂ່າວສານ ພາຍຫລັງເຂື່ອນແຕກ ມາໄດ້ບໍ່ເຖິງອາທິດ. ໃນນັ້ນໄດ້ກ່າວຫາສື່ສັງຄົມອອນລາຍ ແລະບຸກຄົນຈຳນວນນຶ່ງ ຢູ່ພາຍໃນ ພ້ອມສຳນັກສື່ມວນຊົນ ຕ່າງໆວ່າ ໄດ້ສເນີ ແລະແຈກຢາຍຂ່າວ ທີ່ເຫັນວ່າບໍ່ຖືກຕ້ອງ ກັບຄວາມເປັນຈິງ ຫລາຍຢ່າງ ຂນະທີ່ໃນເບື້ອງຕົ້ນ ຜູ້ນຳພັກປະຊາຊົນ ປະຕິວັດລາວ ທີ່ຜູກຂາດອໍນາດ ບໍ່ໃຫ້ໜັງສືພິມ, ວິທຍຸ, ໂທຣະທັດ ຂອງຕົນອອກຂ່າວກ່ຽວກັບ ຜົລຮ້າຍອັນໜັກໜ່ວງ ທີ່ເກີດຈາກເຂື່ອນໄຟໄຟ້ແຕກ ເຮັດໃຫ້ນ້ຳຖ້ວມ ເສັຍຫາຍຢ່າງ ຫລວງຫລາຍ ທັງຊີວິດ ແລະຊັພສິນຂອງປະຊາຊົນ. ຖ້າບໍ່ມີສື່ສັງຄົມອອນລາຍ ຢູ່ພາຍໃນປະເທສ ແລະຂ່າວຂອງ ຕ່າງປະເທສແລ້ວ ຂ່າວຕ່າງໆກ່ຽວກັບ ໄພພິຍັດ ອັນຮ້າຍແຮງ ທີ່ເກີດຂຶ້ນນັ້ນ ປະຊາຊົນລາວ ແລະຊາວໂລກ ກໍຈະບໍ່ຮູ້ວ່າ ແມ່ນຫຍັງ ເກີດຂຶ້ນ ຢູ່ ສປປລາວ.