ປູກຕົ້ນໄມ້ ໃຫ້ໄດ້ປ່າ ພາດ ເປົ້າໝາຍ

ແຂວງອຸດົມໄຊ ບໍ່ສາມາດ ບັນລຸ ເປົ້າຫມາຍ ໃນການປູກປ່າ ໃນປີນີ້ ຍ້ອນຂາດ ງົບປະມານ ແລະ ບຸຄລາກອນ.

ໂຄງການປູກປ່າ ຂອງທາງການລາວ ທີ່ພາດເປົ້າໝາຍ ໃນປີນີ້ ທີ່ ແຂວງອຸດົມໄຊ Screen captured from LNTV

ເຈົ້າຫນ້າທີ່ແຂວງອຸດົມໄຊ ກ່າວວ່າ ໃນປີ 2017 ນີ້ ທາງການແຂວງບໍ່ສາມາດ ປູກປ່າເສີມ ໃນປ່າຜລິດຈຳນວນ 8 ພັນເຮັກຕາ ໄດ້ຕາມ ເປົ້າໝາຍ ທີ່ຕັ້ງໄວ້ ຍ້ອນຂາດງົບປະມານ ແລະບຸຄລາກອນ ໃນການລົງໄປເຮັດວຽກ ໃນເຂດເປົ້າຫມາຍ ຈຶ່ງເຮັດໃຫ້ ໂຄງການປູກປ່າໃນ ແຂວງໃນປີນີ້ ບໍ່ປະສົບຜົລສຳເຣັດ ດັ່ງທ່ານກ່າວ ໃນມື້ວັນທີ 26 ທັນວາ ນີ້ວ່າ:

"ແຜນໂຄຕາປູກປ່າໄມ້ຂອງກົມປ່າໄມ້ ທີ່ກົມປ່າໄມ້ກົມປ່າໄມ້ກໍແບ່ງໃຫ້ ກໍເປັນຫນ້າທີ່ອັນໜັກໜ່ວງຢູ່ ວາງອອກວ່າອຸດົມໄຊ ປີນຶ່ງຈະປູກໄມ້ ໃນປ່າຜລິດນນີ້ກໍປະມານ 8 ພັນເຮັກຕາ ແຕ່ພວກເຮົານີ້ບໍ່ສາມາດປູກໄດ້ ແນວນັ້ນງົບປະມານ ບໍ່ພຽງພໍປູກໄດ້ ບໍ່ເກີນພັນສອງພັນນີ້ແຫຼ້ວ."

ທ່ານກ່າວຕື່ມວ່າ ການປູກປ່າເສີມໃຫ້ໄດ້ 8 ພັນເຮັກຕາໃນປີນີ້ ຖືວ່າຍາກຫຼາຍ ເນື່ອງຈາກປ່າ ຢູ່ໃນແຂວງອຸດົມໄຊ ມີຫຼາຍປ່າ ຢູ່ໃນ​ຫຼາຍ ພື້ນທີ່ ແລະໃນຫລາຍເມືອງ ດັ່ງປ່າຜລິດນ້ຳພາກ ປ່າຜລິດສາຍນ້ຳງາ ແລະ ປ່າຜລິດສາຍແມ່ນ້ຳຂອງ ໂດຍມີເນື້ອທີ່ ທັງຫມົດປະມານ 2 ແສນ 6 ຫມື່ນ 95 ພັນເຮັກຕາ ໃນຂນະທີ່ ເຈົ້າຫນ້າທີ່ ໃນແຕ່ລະເມືອງ ມີບໍ່ຮອດ 30 ຄົນ ຮ່ວມທັງ ການຂາດງົບປະມານ ໃນການຊື້ ພັນໄມ້ ແລະຄ່າໃຊ້ຈ່າຍ ໃນການດຳເນີນງານ ຈຶ່ງເຮັດໃຫ້ການປູກປ່າ ພາດເປົ້າຫມາຍ ທີ່ໄດ້ວາງໄວ້. ທ່ານວ່າ ໂຄງການດັ່ງກ່າວຕ້ອງມີ ງົບປະມານ ໃນການຈ້າງປະຊາຊົນຊ່ອຍປູກ ຈຶ່ງຈະສຳເຣັດ:

"ຈະຈ້າງຂະເຈົ້າ ທີ່ຜ່ານມາພວກເຮົາເວົ້າລ້າ ຂຽນລ້າ ຂຽນແຕ່ບໍ່ມີ ງົບປະມານ ທີ່ຈັດສັນ ໃຫ້ປະຊາຊົນນີ້ມີສ່ວນຮ່ວມນຳເຮົາເດ ຖ້າມີ ສ່ວນຮ່ວມ ມີເງິນໃຫ້ຂະເຈົ້ານີ້ ຂະເຈົ້າກໍຊ່ອຍເຮົາເຮັດ."

ທ່ານກ່າວຕື່ມວ່າ ໂຄງການປູກໄມ້ເສີມ ທີ່ແຂວງອຸດົມໄຊ ທີ່ເລີ້ມປະຕິບັດກັນມາ ແຕ່ປີ 2015 ນັ້ນ ບໍ່ເຄີຍບັນລຸເປົ້າຫມາຍເລີຍ ຍ້ອນ ຂາດງົບປະມານ ແລະບຸກຄຣາກອນດັ່ງທີ່ກ່າວມາຂ້າງເທິງນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org