ລາວ ປ່ອຍນໍ້າຈາກເຂື່ອນບັນເທົາ ບົກແຫ້ງ

ສິດນີ
2016.03.28
F-MK ສະພາບນໍ້າຂອງ ທີ່ບົກແຫ້ງ ເຂດນະຄອນຫຼວງວຽງຈັນ
RFA/LX

ທາງການລາວ ໄດ້ ອະນຸຍາດ ໃຫ້ 4 ເຂື່ອນ ຂນາດໃຫຍ່ ໃນລາວ ປ່ອຍນ້ຳ ເພື່ອຊ່ອຍ ບັນເທົາ ພັຍແຫ້ງແລ້ງ ໃນເຂດ ພາກໃຕ້ ແລະ ໃນປະເທດ ລຸ່ມ ແມ່ນ້ຳຂອງ. ເຂື່ອນ ດັ່ງກ່າວຄື: ເຂື່ອນນ້ຳອູ່ ນ້ຳຄານ ນ້ຳງື່ມ ແລະ ນ້ຳເທີນ ໄດ້ປ່ອຍນ້ຳ ໃນ ປະຣິມານ 1,136 ແມັດກ້ອນ ຕໍ່ ວິນາທີ ໃນວັນທີ 21 ມິນາ 2016.

ກະຊວງພລັງງານ ແລະ ບໍ່ແຮ່ ສປປລາວ ຖແລງວ່າ ນ້ຳທີ່ປ່ອຍ ຈາກ ເຂື່ອນດັ່ງກ່າວ ຈະໄປຮອດ ເມືອງປາກເຊ ແຂວງ ຈຳປາສັກ ໃນວັນທີ 2 ເມສາ ແລະ ແຂວງດັ່ງກ່າວ ຈະມີນ້ຳພໍໃຊ້ ຈົນຮອດ ຕົ້ນເດືອນ ມິຖຸນາ ປີນີ້. ນ້ຳທີ່ປ່ອຍຈາກ ເຂື່ອນ ໃນລາວ ເທື່ອນີ້ ຍັງຈະໄປຮອດ ກຳພູຊາ ແລະ ວຽດນາມ ເຊັ່ນກັນ.

ເຂື່ອນ ໃນ ປະເທດໄທ ກໍໄດ້ປ່ອຍນ້ຳ ຊ່ອຍບັນເທົາ ພັຍແລ້ງ ເຊັ່ນກັນ ໃນ ປະຣິມານ 220 ແມັດກ້ອນ ຕໍ່ ວິນາທີ ແລະ ເຂື່ອນຈີນ ກໍ ໄດ້ປ່ອຍນ້ຳ ໃນ ປະຣິມານ 2,250 ແມັດກ້ອນ ຕໍ່ ວິນາທີ ມາໄດ້ຫຼາຍ ອາທິດ ແລ້ວ.

ດຣ. ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວຕໍ່ ກອງປະຊຸມ ຖແລງຂ່າວ ທີ່ ນະຄອນຫຼວງ ວຽງຈັນ ໃນອາທິດ ນີ້ວ່າ ບັນດາ ປະເທດອາຊຽນ ເປັນຕົ້ນ ວຽດນາມ ໄທ ແລະ ກຳພູຊາ ກຳລັງ ປະເຊີນ ກັບ ພັຍແຫ້ງແລ້ງ ຮ້າຍແຮງ ທີ່ສຸດ ໃນຮອບ 20 ປີ ໃນປີນີ້.

ທ່ານວ່າ ສປປລາວ ກໍເປັນນຶ່ງ ໃນບັນດາ ປະເທດອາຊຽນ ທີ່ປະເຊີນ ກັບ ພັຍແຫ້ງແລ້ງ ໃນປີນີ້ ຍ້ອນຂາດນ້ຳ ແຕ່ ສະພາບການ ບໍ່ ຮ້າຍແຮງ ຄື ປະເທດອື່ນ ປະຊາຊົນ ລາວ ຄວນຣະມັດ ຣະວັງ ໃນ ການໃຊ້ນ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.