ປາຂ່າຢູ່ພາກໃຕ້ເຫຼືອ 3 ໂຕ
2016.11.15
ປັດຈຸບັນ ຢູ່ ສປປລາວ ຍັງເຫລືອ ປາຂ່າ ຫລື ປາໂລມາ ຢູ່ນ້ຳຂອງ ໃນເຂດ ຫລີ່ຜີ ໃກ້ ເຂື່ອນ ດອນສະໂຮງ ແຂວງ ຈຳປາສັກ ທີ່ຕິດກັບ ຊາຍແດນ ກຳພູຊາ ໃກ້ຈະສູນພັນ ໄປແລ້ວ, ຍັງເຫລືອພຽງ 3 ໂຕ ເທົ່ານັ້ນ ຍ້ອນວ່າ ທາງການລາວ ບໍ່ປົກປ້ອງ ໃຫ້ດີ ເທົ່າທີ່ຄວນ, ເຖິງ ແມ່ນວ່າ ທາງການ ຈະຫ້າມໃສ່ ມອງ ຫາປາ ໃນເຂດ ທີ່ມີປາຂ່າ ນັ້ນກໍຕາມ. ຕາມຄຳເວົ້າ ຂອງ ທ່ານ Gordon Hall Congdon ຜູ້ຈັດການ ຝ່າຍ ອະນຸຮັກ ສັດນ້ຳ ໃນພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະ ຫົວໜ້າ ອະນຸຮັກ ປາຂ່າ ຕໍ່ ວິທຍຸ ເອເຊັຽເສຣີ ເມື່ອໄວໆ ມານີ້ວ່າ:
"ທ່ານກ່າວວ່າ ກ່ຽວກັບ ກໍຣະນີ ນີ້ ທາງການລາວ ແລະ ກໍາພູຊາ ກໍ ພຍາຍາມ ທີ່ຈະອອກ ກົດໝາຍ ປົກປ້ອງ ປາຂ່າ ນີ້ຢູ່ ແຕ່ໃນພາກ ປະຕິບັດ ຂອງລາວ ຍັງບໍ່ ປະສົບ ຜົລສໍາເຣັດ ບໍ່ຄື ກໍາພູຊາ, ເຮັດໃຫ້ປາຂ່າ ໃນລາວ ທີ່ເຄີຍມີ 6-7 ໂຕ ຍັງເຫລືອພຽງ 3 ໂຕ ຍັງເຫລືອໜ້ອຍ ແລະ ໃກ້ຈະສູນພັນ ໄປແລ້ວ".
ທ່ານເວົ້າວ່າ ເຖິງວ່າ ປາຂ່າ 3 ໂຕ ທີ່ວ່ານັ້ນ ຈະຢູ່ໃນເຂດ ນ້ຳ ຂອງລາວ ແຕ່ພວກປ່າ ເຫຼົ່ານັ້ນ ກໍມັກລອຍ ເຂົ້າໄປໃນເຂດ ຂອງ ກຳພູຊາ ເລື້ອຍໆ ຊຶ່ງມີປາຂ່າ ເຫລືອຢູ່ ປະມານ 80 ໂຕ ຊຶ່ງ ແຕ່ລະປີ ມີນັກທ່ອງທ່ຽວ ຈາກ ຕ່າງປະເທສ ກວ່າ ໝື່ນຄົນໄປເບິ່ງ.
ທ່ານ Congdon ກ່າວຕື່ມອີກວ່າ ທີ່ຜ່ານມາ ທາງການລາວ ອາຈບໍ່ໃຫ້ ຄວາມສຳຄັນ ພໍເທົ່າໃດ ນຳເຣຶ່ອງ ປາຂ່າ ເຖິງແມ່ນວ່າ ປາຊນິດນີ້ ຈະດຶງດູດ ນັກທ່ອງທ່ຽວ ເຂົ້າມາໄດ້ ຫຼາຍກໍຕາມ ເນື່ອງຈາກວ່າ ຖ້າຫາກ ບໍ່ມີປາຂ່າ ກໍມີ ທັມມະຊາດ ແລະ ສິ່ງອື່ນໆ ໃຫ້ນັກທ່ອງທ່ຽວ ຊົມ:
"ທ່ານກ່າວວ່າ ຈຸດທີ່ ປາຂ່າ ຢູ່ນັ້ນ ກໍເປັນແຫລ່ງ ທ່ອງທ່ຽວ ສໍາຄັນ ຂອງລາວ ຄືກັນ ຍ້ອນເປັນຈຸດ ທີ່ມີທັມຊາດ ທີ່ ສວຍງາມ ແລະ ມີປາຂ່າ ທີ່ ນັກທ່ອງທ່ຽວ ສາມາດ ເບິ່ງໄດ້ ທຸກຄັ້ງ ທີ່ເຂົາເຈົ້າໄປ ສະນັ້ນ ເຊື່ອວ່າ ໃນອີກຫຼາຍປີ ຂ້າງໜ້າ ຈໍານວນ ນັກທ່ອງທ່ຽວ ກໍຈະຫລຸດລົງ".
ເຖິງຢ່າງໃດກໍຕາມ ກອງທຶນ ສັດປ່າໂລກ ກໍຣາຍງານວ່າ ສິ່ງທີ່ເຮັດ ໃຫ້ ປາຂ່າ ຫລຸດຈຳນວນລົງ ຫຼາຍນັ້ນ ນອກຈາກ ການໃສ່ມອງ ແລ້ວ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ກໍອາຈເປັນ ສາເຫດ ສຳຄັນ ທີ່ເຮັດໃຫ້ ປາຂ່າ ຫຼຸດໜ້ອຍລົງ ແລະ ອາຈສູນພັນ ໄປໃນທີ່ສຸດ ກໍເປັນໄດ້.