ຊາວບ້ານເຂດລ້ອງງື່ມ ກໍາລັງ ລໍາບາກ

ມະນີຈັນ
2018.08.30
F-Seandin ສະພາບນໍ້າຖ້ວມ ຢູ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
RFA/LX

ຊາວບ້ານໃນເຂດເມືອງຕ່າງໆ ຕາມລ່ອງນ້ຳງື່ມ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມ ຍ້ອນຝົນຕົກໜັກ ແລະເຂື່ອນໄຟຟ້ານໍ້າງື່ມ ປ່ອຍນໍ້າ ລົງມາ ຍັງລໍຄອຍການຊ່ອຍເຫລືອ ຈາກທາງການ ເຣື່ອງເຂົ້າປາອາຫານແຫ້ງ ແລະນໍ້າດື່ມ ເນື່ອງຈາກ ບໍ່ສາມາດ ເດີນທາງອອກໄປຊື້ ເຂົ້າປາອາຫານໄດ້ ຍ້ອນຖນົນຫົນທາງຖືກຕັດຂາດ ແລະຕລາດປະຈຳບ້ານ ກໍບໍ່ໄດ້ຂາຍ ແລະຫຼາຍຄອບຄົວ ບໍ່ໄດ້ກະກຽມເຄື່ອງກິນ ແລະ ນ້ຳດື່ມ ສໍາລັບເວລາໄວ້ດົນ, ດັ່ງຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ ທີ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ໄດ້ກ່າວຕໍ່ RFA ໃນມື້ວັນທີ 28 ສິງຫາ ນີ້ຕອນນຶ່ງວ່າ:

“ເຣື້ອງຄວາມຕ້ອງການຫັ້ນກະມີຫັ້ນແຫຼະ ເຄື່ອງຢູ່ເຄື່ອງກິນບໍ່ ນ້ຳດື່ມ ມັນກະເຣີ້ມອັນນ່າຂາດເຂີນໄປແລ້ວ ບາງເຮືອນຂະເຈົ້າບໍ່ໄດ້ກຽມ ສຳຮອງ ໄວ້ຫັ້ນນ່າ."

ໃນຂນະດຽວກັນ ຊາວບ້ານ ທີ່ບ້ານນາກຸງ ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ:

"ເປັນຄືຈັ່ງອາຫານແຫ້ງເບາະ ກະຄືວ່າມີເຂົ້າ ເປັນເຂົ້າຈ້າວກະໄດ້ ເຂົ້າໜຽວກະໄດ້ຫັ້ນນ່າ, ເອົາອັນໃດຊ່ອຍມາກະໄດ້ ຕາມນ້ຳໃຈ. ໝີ່ ຫຼືວ່າປ໋ອງປາ ລະກະເປັນນ້ຳດື່ມ, ຜູ້ທີ່ຂະເຈົ້າບໍ່ມີ ຂະເຈົ້າກະຢາກໄດ້ເຂົ້າເປັນເຂົ້າຈ້າວ ເຂົ້າຫຍັງກະໄດ້, ອັນນັ້ນນ່າ."

ອຳນາດການປົກຄອງເມືອງໄຊທານີ ສົມທົບກັບຫລາຍຫນ່ວຍງານທີ່ກ່ຽວຂ້ອງ ໄດ້ຕິດຕາມບັນຫານ້ຳຖ້ວມ ໃນເຂດລ່ອງນ້ຳງື່ມ ເພື່ອວາງ ມາຕການຊ່ອຍເຫລືອຊາວບ້ານ ຍ້ອນຖືກນ້ຳຖ້ວມຂັງ ມາຫລາຍມື້ແລ້ວ. ດັ່ງເຈົ້າເມືອງ ເມືອງໄຊທານີ ໄດ້ກ່າວໃນມື້ ດຽວກັນນີ້ວ່າ:

"ພວກເຮົາກະມີການເວົ້າແລ້ວ ເພາະວ່າຄນະສາທາຂອງເມືອງພວກເຮົາ ກະເປັນຄນະນຳກັນ ກະລົງໄປຕິດຕາມນຳກັນເລີຍ. ມີແຕ່ວ່າ ບ້ານໃດ ທີ່ມີບັນຫາກ່ຽວກັບເຣື້ອງສຸຂພາບ ເຂົາຈະແຈ້ງຂຶ້ນມາລະກະຈະລົງໄປປະຈຳຢູ່ບ້ານ. ມີແຕ່ວ່າ ເພາະວ່າ ແຕ່ລະບ້ານມີຄນະປະຈຳ ຂອງເພິ່ນແລ້ວ. ບັນຫາເຣື້ອງສຸຂພາບເຣື້ອງຫຍັງເພິ່ນຈະແຈ້ງໃຫ້ແກ່ສາທາ."

ນ້ຳງື່ມໄດ້ຍຶ່ງຂຶ້ນສູງ ຍ້ອນຝົນຕົກແລະເຂື່ອນໄຟຟ້າ ນ້ຳງື່ມ 1 ປ່ອຍນໍ້າລົງມາຖ້ວມບ້ານເຮືອນປະຊາຊົນ ຫລາຍບ້ານໃນເມືອງຕ່າງໆ ຂອງແຂວງວຽງຈັນ ແລະນະຄອນຫລວງວຽງຈັນ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບ 1 ພັນ ປາຍຄອບຄົວ, ແຕ່ການຊ່ອຍເຫລືອ ບັນເທົາທຸກ ຍັງເປັນໄປແບບຊັກຊ້າ ບໍ່ທັນການ. ປະຊາຊົນໄດ້ຮັບຄວາມລຳບາກ ໃນການດໍາຣົງຊີວິຕປະຈຳວັນ ຂາດອາຫານການກິນ ຮວມທັງມີຄວາມຍຸ້ງຍາກ ໃນເຣື່ອງຫ້ອງນ້ຳ ວິດຖ່າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.