ເຂື່ອນພັງໄຮ່ນາເສັຽຫາຍ 25 ເຮັກຕາ
2017.11.28
ເນື້ອທີ່ນາຂອງປະຊາຊົນ ປະມານ 25 ເຮັກຕາ ໃນຈຳນວນ 30 ຄອບຄົວ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ເສັຽຫາຍຢ່າງຫນັກ ຈາກ ເຫດການເຂື່ອນນ້ຳເອົ້າແຕກ ໃນມື້ວັນທີ 11 ກັນຍາ ຜ່ານມາ. ອີງຕາມຂໍ້ມູນ ການສລຸບຜົລຄວາມເສັຽຫາຍ ຂອງທາງການ ເມືອງທ່າໂທມ. ດັ່ງເຈົ້າຫນ້າທີ່ ຫ້ອງການປົກຄອງ ເມືອງທ່າໂທມ ກ່າວໃນມື້ວັນທີ 23 ພຶສຈິກາ ນີ້ວ່າ:
"ພວກເຮົາກະໄດ້ສລຸບເປັນລາຍລັກອັກສອນ ແລະກໍເປັນຂໍ້ມູນ ທີ່ຖາວອນໝົດແລ້ວ ຍອດເສັຽຫາຍທາງລຸ່ມແລ້ວ 10 ຕື້ກວ່ານະ ໂຕເນື້ອ ທີ່ນາແທ້ ກະເສັຽຮ້ອຍກໍມີ 25 ເຮັກຕາ ຖ້າວ່າເສັຽຫາຍ ຮ້ອຍລະແມ່ນມີຢູ່ 31 ຄອບຄົວ."
ທ່ານກ່າວຕື່ມວ່າ ນອກຈາກນັ້ນ ຍັງມີເນື້ອທີ່ນາ ຂອງປະຊາຊົນ ອີກ 60 ຄອບຄົວເສັຽຫາຍປານກາງ ປະມານ 40% ຊືຶ່ງວ່າງອາທິດ ທີ່ ຜ່ານມາ ບໍຣິສັດບໍ່ທອງອີນເຕີກຣຸບ ກໍໄດ້ລົງໄປແຈກຢາຍ ເຂົ້າສານໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຄິດເປັນມູນຄ່າປະມານ 225 ລ້ານກີບ.
ທ່ານວ່າປັດຈຸບັນ ເຈົ້າຫນ້າທີ່ບໍຣິສັດດັ່ງກ່າວ ຍັງເຄື່ອນໄຫວ ໃນການສຳຣວດ ຄວາມເສັຽຫາຍເພີ້ມຕື່ມ ຮ່ວມທັງໄດ້ຊ່ອຍສ້ອມແປງ ຣະບົບ ຊົລປທານ ທີ່ຖືກເສັຽຫາຍຍ້ອນຂີ້ຕົມ ຈາກ ເຂື່ອນແຕກຖົມ ຈະໃຊ້ເວລາໃນການສ້ອມແປງ ໄປຮອດເດືອນຫນ້າ.
ຂໍ້ມູນກ່ຽວກັບ ຄວາມເສັຽຫາຍ ຈະຖືກສົ່ງໄປໃຫ້ ສະພາຂັ້ນແຂວງ ເປັນຜູ້ພິຈາຣະນາ ຄ່າຊົດເຊີຍ ຈາກບໍ່ທອງອີນເຕີ ແກ່ຊາວບ້ານ ຜູ້ທີ່ໄດ້ ຮັບຜົລກະທົບ ສ່ວນການສ້ອມແປງ ເຂື່ອນນ້ຳເອົ້ານັ້ນ ທາງບໍຣິສັດ ຈະສາມາດເຮັດໄດ້ ກໍຕໍ່ເມື່ອໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ແກ່ຊາວບ້ານກ່ອນ.