ເກີດຄວາມ​ເປັນຫ່ວງ ການປ່ອຍນໍ້າຈາກ​ເຂື່ອນ

ເຄືອຂ່າຍ ລຸ່ມແມ່ນໍ້າຂອງໃນໄທ ເປັນຫ່ວງນໍາ ຜົລກະທົບ ຈາກເຂື່ອນໃນລາວ ແລະ ຈີນປ່ອຍນໍ້າ.

ເຄືອຂ່າຍລຸ່ມນໍ້າຂອງ ຂອງໄທ ຈັດກອງປະຊຸມ ກ່ຽວກັບຜົນກະທົບ ຈາກເຂື່ອນໃນລາວ ແລະຈີນ ປ່ອຍນໍ້າຈາກເຂື່ອນ. RFA/AS

ໃນມື້ວັນທີ 2 ຕຸລາ 2018 ນີ້ ເຄືອຂ່າຍປະຊາຊົນ ສິ້ງຊອມການລົງທຶນ ສ້າງເຂື່ອນໃນລາວ ແລະ ເຄືອຂ່າຍອົງກອນຊຸມຊົນ ລຸ່ມນໍ້າຂອງ ພາກອິສານຂອງໄທ ຈັດກອງປະຊຸມ ກ່ຽວກັບຜົລກະທົບ ຈາກເຂື່ອນໃນລາວ ແລະ ຈີນ ປ່ອຍນໍ້າຈາກເຂື່ອນ ລົງໃສ່ແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ເຮັດໃຫ້ຫຼາຍແຂວງ ທາງພາກອິສານຂອງໄທ ໄດ້ຮັບຜົລກະທົບ ຍ້ອນນໍ້າຖ້ວມ, ເປັນຕົ້ນການປ່ອຍນໍ້າ ຈາກເຂື່ອນນໍ້າງື່ມ 1 ຂອງລາວ ແລະ ເຂື່ອນຈິງຫົງ ຂອງຈີນ.

ເຄືອຂ່າຍປະຊາຊົນ ລຸ່ມນໍ້າຂອງ ທ່ານນຶ່ງເວົ້າວ່າ ຢາກໃຫ້ທາງການລາວ ມີການວາງແຜນ ການປ່ອຍນໍ້າ ຈາກເຂື່ອນ ໃຫ້ເປັນຣະບົບຫຼາຍຂຶ້ນ ເພື່ອບໍ່ສົ່ງຜົນກະທົບ ທີ່ຮ້າຍແຮງ ແລະ ຢາກໃຫ້ມີການແຈ້ງເຕືອນ ປະຊາຊົນ ທັງລາວ ແລະ ໄທ ຮູ້ລ່ວງໜ້ານໍາ.

“ຊຸມຊົນລຸ່ມນໍ້າຂອງເນາະ ຢາກໃຫ້ຣັຖບານລາວ ຫຼື ຜູ້ມີສ່ວນກ່ຽວຂ້ອງ ທາງຝັ່ງລາວນີ້ ໄດ້ມີພື້ນທີ່ປືກສາຫາຣືກັນ ຣະຫວ່າງ ຣັຖບານໄທ ແລະ ຣັຖບານລາວ ໃຫ້ມີຣະບົບການປ່ອຍນໍ້າ ການເປິດ-ປິດນໍ້າ ໃຫ້ເປັນຣະບົບ ທີ່ມາຕຖານ ມີປະຕິທິນ ການປ່ອຍ-ການປິດ ໃຫ້ໄດ້ຮູ້ທັງສອງ ຟາກຝັ່ງ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ການປ່ອຍນໍ້າຈາກເຂື່ອນ ຂອງລາວ ບໍ່ເຄີຍແຈ້ງ ໃຫ້ປະຊາຊົນລາວ ແລະ ປະຊາຊົນພາກອິສານ ຂອງໄທ ຮູ້ລ່ວງໜ້າ ເຮັດໃຫ້ປະຊາຊົນ ບໍ່ມີການຕຽມພ້ອມ ໃນການຍົກຍ້າຍ ສົ່ງຜົນໃຫ້ໄດ້ຮັບ ຜົນກະທົບຢ່າງໜັກ, ໂດຍສະເພາະ ທາງເບື້ອງໄທ ບໍ່ສາມາດ ຮ້ອງຂໍຄວາມຊ່ອຍເຫລືອ ຈາກທາງການລາວໄດ້ ເພາະເປັນຄົນລະປະເທດ.

ເຖິງຢ່າງໃດກໍຕາມ, ໃນກອງປະຊຸມຄັ້ງນີ້ ທາງເຄືອຂ່າຍລຸ່ມນໍ້າຂອງ ຂອງໄທ ໄດ້ເຊື້ອເຊີນ ເຈົ້າໜ້າທີ່ ທາງການລາວ ເຂົ້າຮ່ວມ ແຕ່ເຈົ້າໜ້າທີ່ ທາງການລາວ ບໍ່ໄດ້ເຂົ້າຮ່ວມ ໂດຍໃຫ້ເຫດຜົນວ່າ ຢ້ານສົ່ງຜົລກະທົບ ຕໍ່ປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org