ໝີແພນດາແດງ ຈາກຈີນ ຜ່ານດ່ານ ບໍ່ເຕັນ ຖືກຍຶດ
ການກວດພົບ ໝີແພນດາແດງ ໃນຣົດຕູ້ ຈາກ ຊາຍແດນຈີນ ຜ່ານດ່ານ ບໍ່ເຕັນ ແຂວງຫລວງນໍ້າທາ ເມື່ອໄວໆມານີ້ ເຮັດໃຫ້ ເຈົ້າໜ້າທີ່ ແລະ ອົງການ ສັດປ່າ ຕ່າງປະເທດ ສົງໄສ ໃນເປົ້າໝາຍ ແທ້ຈິງ ຂອງພວກລັກຄ້າ ສັດປ່າ ທີ່ຫາຍາກ ແລະ ໃກ້ສູນພັນ.
-
ມະນີຈັນ
2018-01-25 -
-
-
Your browser doesn’t support HTML5 audio
ທີ່ດ່ານຊາຍແດນ ບໍ່ເຕັນ ແຂວງຫລວງນໍ້າທາ ທີ່ຕິດກັບບໍ່ຫານ ຂອງຈີນ ເຈົ້າໜ້າທີ່ພາສີ ທີ່ກວດຣົດແລະຄົນເຂົ້າ-ອອກ ໄດ້ພົບເຫັນ ໝີແພນດາແດງ 6 ໂຕໃນຣົດຕູ້ຂອງຄົນລາວ ສອງຜົວເມັຍ ທີ່ຂັບຂ້າມດ່ານຈີນເຂົ້າມາລາວ ໃນວັນທີ 12 ມົກຣາ 2018.
ການກວດພົບສັດທີ່ຫາຍາກ ແລະໃກ້ຈະສູນພັນດັ່ງກ່າວ ເຮັດໃຫ້ເຈົ້າໜ້າທີ່ລາວແລະອົງການ Free the Bears ຊຶ່ງເປັນອົງການ ອະນຸຮັກໝີ ຂອງປະເທດອອສເຕຣເລັຍ ທີ່ບໍ່ຂຶ້ນກັບຣັຖບານ ຕັ້ງຄໍາຖາມຕ່າງໆນາໆ ທີ່ຍັງບໍ່ທັນມີ ຄໍາຕອບ ຍ້ອນຍັງຢູ່ໃນຂັ້ນຕອນ ຂອງການສອບສວນ ຂອງເຈົ້າໜ້າທີ່ລາວ ຊຶ່ງວິທຍຸເອເຊັຍເສຣີ ກຳລັງຕິດຕາມຢູ່.
ທ່ານ ແສງອາລຸນ ວົງໄຊ ຜູ້ຈັດການໂຄງການອະນຸຮັກໝີລາວ ກ່າວຕໍ່ RFA ໂດຍອີງຕາມຄໍາເວົ້າຂອງ ທ່ານ ດວງດີ ຫົວໜ້າດ່ານ ກວດກາປ່າໄມ້ ແຂວງຫລວງນໍ້າທາ ວ່າຫລັງຈາກກວດພົບ ໝີ 6 ໂຕນັ້ນແລ້ວ ກໍໄດ້ມອບສົ່ງໃຫ້ພາກສ່ວນ ກວດກາປ່າໄມ້ ແຂວງຫຼວງ ນໍ້າທາ ແລະທາງກອງກວດກາປ່າໄມ້ ກໍໄດ້ຕິດຕໍ່ໄປຍັງອົງການ Free the Bear ມາຮັບເອົາໝີແພນດາແດງ ນັ້ນໄປໄວ້ຢູ່ສູນ ອະນຸຮັກໝີ ທີ່ຕາດກວາງຊີ ແຂວງຫລວງພຣະບາງ. ດັ່ງທີ່ທ່ານກ່າວວ່າ:
"ຈາກນັ້ນກອງກວດກາປ່າໄມ້ ຂະເຈົ້າຈຶ່ງໄດ້ຕິດຕໍ່ມາຍັງ Free the Bear ທີ່ມີໂຄງການອະນຸຮັກຢູ່ ສປປລາວ ໄດ້ສ້າງເຂດ ອະນຸຮັກ ຢູ່ຕາດກວາງຊີ ລະກະສູນຫລວງພຣະບາງ ທີ່ແຂວງຫລວງພຣະບາງ ເພື່ອໃຫ້ໄປຮັບເອົາໝີ ແພນດາຈໍານວນນັ້ນ ເນາະເພື່ອມາຮັກສາ ໄວ້ຢູ່ສູນ ພວກເຮົານີ້."
ກ່ອນຈະອອກເດີນທາງ ເພື່ອນຳເອົາໝີແພັນດາທັງ 6 ໂຕໄປໄວ້ຢູ່ສູນທີ່ຕາດກວາງຊີ ເມືອງຫລວງພຣະບາງ ໃນມື້ວັນທີ 13 ຄືມື້ຕໍ່ມານັ້ນ ທີມງານຂອງ ທ່ານ ແສງອາລຸນ ກໍໄປກວດເບິ່ງສະພາບຂອງໝີ ແລະພົບວ່າ ໝີ 3 ໂຕ ຢູ່ໃນສະພາບບໍ່ແຂງແຮງ ບໍ່ກິນອາຫານ, ທາງ ທີມງານ ຈຶ່ງໄດ້ປະຖົມພຍາບານຂັ້ນຕົ້ນໃຫ້ ແລະໄດ້ຫາລືກັບເຈົ້າໜ້າທີ່ ກອງກວດກາປ່າໄມ້ ໃນການຮັກສາຊີວິດ ຂອງໝີແພັນດາແດງ ທີ່ບໍ່ອ່ອນເພັຍຫລາຍ ຊຶ່ງອາດເສັຽຊີວິດໄດ້ພາຍໃນ 24 ຊົ່ວໂມງ ແລະໃນມື້ຕໍ່ມາ ຄືວັນທີ 14 ມົກກະຣາ ໝີໂຕນຶ່ງກໍຕາຍ: ທ່ານກ່າວ
"ຕອນເຊົ້າຂອງວັນທີ 14 ກະເປັນໄປຕາມທີ່ເຮົາຄາດ 1 ໃນນັ້ນແມ່ນໄດ້ຕາຍໄປເນາະ ເຫລືອພຽງແຕ່ 5 ໂຕ ແຕ່ 2 ໂຕ ກໍຢູ່ໃນຂັ້ນ ອັນຕຣາຍຢູ່ ຊຶ່ງເຮົາກໍໄດ້ເຄື່ອນຍ້າຍ ຮີບດ່ວນເພື່ອນໍາເຂົ້າມາທີ່ສູນ ຂອງພວກເຮົາ ທີ່ຫລວງພຣະບາງ."
ມື້ວັນທີ 14 ໃນຣະຫວ່າງທາງຈາກຫຼວງນໍ້າທາ ຫາຫຼວງພຣະບາງ ທາງສັຕວະແພດຂອງ ໂຄງການອະນຸຮັກໝີ ກໍໄດ້ພຍາຍາມ ປີ່ນປົວໝີ 2 ໂຕ ທີ່ບໍ່ແຂງແຮງນັ້ນ, ໃຫ້ຢາເພື່ອຟື້ນຟູ ສະພາບຮ່າງກາຍໝີ. ແຕ່ໜ້າເສັຽດາຍທີ່ບໍ່ສາມາດ ຮັກສາຊີວິດຂອງ ໝີໄວ້ໄດ້ ແລະກໍເປັນອັນວ່າ ຍັງເຫລືອ ໝີແພນດາແດງ ພຽງ 3 ໂຕ ທີ່ມີມີຊີວິດຢູ່ ແລະແຂງແຮງດີ ຊຶ່ງມາຮອດມື້ນີ້ ກໍຢູ່ໃນຄວາມດູແລ ຢ່າງໃກ້ຊິດຂອງທີມງານ Free the Bear ຢູ່ສູນອະນຸຮັກ ທີ່ຫລວງພຣະບາງນັ້ນ.
ໝີແພນດາແດງ ເປັນໝີທີ່ຫາຍາກ ແລະໃກ້ຈະສູນພັນ ອາສັຍຢູ່ຕາມສາຍພູຫິມະໄລ ນັບຕັ້ງແຕ່ເຂດພາກກາງ ຂອງປະເທດຈີນ ໄປຈົນເຖິງ ປະເທດເນປານ. ຕາມຄຳເວົ້າຂອງ ສະຫະພັນນາໆຊາດ ເພື່ອອະນຸຮັກທັມຊາດ, ຈໍານວນໝີແພນດາແດງ ຫລຸດລົງ ຍ້ອນການທໍາລາຍ ປ່າໄມ້ ແລະພຍາດ ແລະກໍມີຈຳນວນນຶ່ງ ຖືກລ່າໄປຂາຍໃຫ້ຄົນລ້ຽງ. ຊຶ່ງການຄ້າຂາຍໝີນີ້ ເປັນເຣື່ອງຜິດກົດໝາຍ. ຕາມສົນທິສັນຍາສາກົລ ວ່າດ້ວຍການຄ້າຂາຍຊນິດພັນສັດປ່າ ແລະພືດປ່າ ທີ່ໃກ້ຈະສູນພັນ ຣະຫວ່າງຊາດ CITES ທີ່ສປປລາວ ເປັນພາຄີໃນມື້ວັນທີ 30 ພຶສພາ 2004.
ແລະວ່າການລັກລອບນໍາໝີແພນດາແດງ ເຂົ້າມາລາວເທື່ອນີ້ ຖືເປັນຄັ້ງທໍາອິດ ແລະກໍຖືເປັນການຊ່ວຍໝີຄັ້ງສຳຄັນ ຊຶ່ງເຮັດໃຫ້ຫລາຍຄົນ ບໍ່ຢາກເຊື່ອ ແລະ ກໍເປັນການບົ່ງບອກ ເຖິງການຂຍາຍໂຕ ຂອງເຄືອຄ່າຍຄ້າສັດປ່າຜິດກົດໝາຍ ນັ້ນຢູ່.
ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງເປົ້າໝາຍທີ່ແທ້ຈິງ ຂອງການລັກລອບນໍາ ໝີແພນດາແດງ 6 ໂຕຈາກຈີນເຂົ້າມາລາວຄັ້ງນີ້ ຖືວ່າເປັນ ຄັ້ງ ທໍາອິດນັ້ນກໍຍັງ ບໍ່ເປັນທີ່ແນ່ນອນເທື່ອວ່າ ແມ່ນແນວໃດກັນແທ້. ແຕ່ຕາມຄໍາເວົ້າຂອງ ທ່ານ ແສງອາລຸນ ແລ້ວແມ່ນວ່າ ອາດນໍາເຂົ້າມາ ລ້ຽງຢູ່ໃນລາວ ຫລືບໍ່ກໍມີເປົ້າໝາຍ ສົ່ງຕໍ່ໄປປະເທດເພື່ອນບ້ານ:
"ຕາມການຄາດຄະເນ ຂອງເຈົ້າໜ້າທີ່ເພິ່ນ ລະກະທາງໂຄງການສູນ ພວກເຮົາ ຄິດວ່າການລັກລອບນໍາເຂົ້າຄັ້ງນີ້ ອາດຈະເປັນການ ລັກລອບຄ້າຂາຍສັດເພື່ອເປັນສັດລ້ຽງ ເພາະວ່າຢູ່ລາວ ປະເທດພວກເຮົາ ບໍ່ມີຈໍາພວກນີ້ຫັ້ນນະ."
ພ້ອມດຽວກັນ ທ່ານກໍເວົ້າໃນທໍານອງທີ່ວ່າ ລາວເປັນທາງຜ່ານຊື່ໆ:
"ລະກະການນໍາເຂົ້າມານີ້ ເປົ້າໝາຍແມ່ນເພື່ອຈະເອົາໄປ ນີ້ເປັນທາງຜ່ານຊື່ໆ ປະເທດເພື່ອນບ້ານຂອງພວກເຮົານີ້ລະນໍ ຕາມເຈົ້າໜ້າທີ່ ເພິ່ນຄາດຄະເນ ວ່າການຊື້ຂາຍສັດ ເພື່ອເປັນສັດລ້ຽງຫັ້ນ ປະເທດເພື່ອນບ້ານ ຂອງພວກເຮົາ ຫັ້ນ ເພິ່ນກະຍັງມີ ການຄ້າຂາຍແບບບາງ ຈໍາພວກຖືກກົດໝາຍນໍ."
ສໍາລັບຄູ່ຜົວເມັຽ ທີ່ເປັນຜູ້ລຳລຽງໝີເຂົ້າມາ ແລະຕົກເປັນຜູ້ຕ້ອງຫານັ້ນ ຜູ້ເປັນເມັຽ ຊື່ນາງແພງສີ ອາຍຸ 35 ປີ ຄົນບ້ານບໍ່ເຕັນ ເຮັດວຽກ ໃນໂຄງການ ທາງຣົດໄຟລາວ-ຈີນ. ສອງຜົວເມັຍທີ່ປ່ຽນກັນຂັບຣົດ ນໍາໝີເຂົ້າມາແຂວງຫລວງນໍ້າທາ ນັ້ນຖືກຈັບຕົວ.
ຫລັງຈາກນັ້ນ ກໍບໍ່ມີຂ່າວເຣື່ອງຄໍາໃຫ້ການ ຕໍ່ເຈົ້າໜ້າທີ່ ອອກມາເລີຍ ແຕ່ຮູ້ວ່າ ຍັງບໍ່ທັນຖືກນໍາຕົວຂຶ້ນສານ ດໍາເນີນຄະດີເທື່ອນີ້ ຍັງຢູ່ໃນ ຂັ້ນຕອນການຣາຍງານ ເຖິງຂັ້ນເທິງຢູ່ ແລະລໍຖ້າການຊີ້ນໍາຢູ່ ດັ່ງທ່ານ ດວງດີ ຫົວໜ້າດ່ານກວດກາປ່າໄມ້ ຫຼວງນໍ້າທາ ກ່າວຕໍ່ RFA ໃນມື້ວັນທີ 23 ມົກຣານີ້ວ່າ:
"ໄດ້ເຮັດບົດຣາຍງານໃຫ້ຜແນກ ກັບກົມ ພວກເຮົາລໍຖ້າທິດຊີ້ນໍາ ຈາກຜແນກ ຈາກເພິ່ນ ຍັງບໍ່ໄດ້ດໍາເນີນຄະດີ ນາງແພງສີ 35 ປີ ຢູ່ບ້ານ ບໍ່ເຕັນ."
ສ່ວນວ່າໝີ 3 ໂຕ ທີ່ຍັງມີຊີວິດຢູ່ນັ້ນ ຈະມີການແຈ້ງໃຫ້ທາງການຈີນ ຫລືຈະຖືກສົ່ງກັບຄຶນໃຫ້ຈີນ ຫລືບໍ່ ຫລືວ່າ ຈະລ້ຽງຢູ່ລາວເລີຍນັ້ນ ຍັງເປັນເຣຶ່ອງ ທີ່ບໍ່ແນ່ນອນເທື່ອ. ແລະຫາກເວົ້າເຖິງເປົ້າໝາຍ ຂອງການນໍາໝີ ເຂົ້າມາລາວເພື່ອລ້ຽງນັ້ນ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລາວ ອີກທ່ານນຶ່ງຢູ່ແຂວງຫລວງນ້ຳທາ ທີ່ບໍ່ມີໜ້າທີ່ກ່ຽວຂ້ອງ ກັບເຣື່ອງນີ້ ຜູ້ຂໍສງວນຊື່ ແລະສຽງ ແລ້ວແມ່ນວ່າ ທີ່ວ່າຈະຕັ້ງໃຈນໍາເຂົ້າມາ ເປັນສັດລ້ຽງໃນລາວນັ້ນ ຄົງເປັນໄປໄດ້ຍາກ ຍ້ອນວ່າ ໝີແພັນດາແດງ ທີ່ເປັນ ສັດງາມແລະໜ້າຮັກ ນີ້ຄົງມີຣາຄາແພງ ແລະລ້ຽງຍາກ ຄືກັນກັບໝີແພນດາ ຂາວຂອງຈີນ ນັ້ນຄົງຈະມີເປົ້າໝາຍ ສົ່ງຕໍ່ໄປປະເທດໄທ ຈະຄືກວ່າ. ແລະລາວ ຖືກຖືວ່າ ເປັນປະເທດທາງຜ່ານສໍາຄັນ ຂອງການຄ້າຂາຍສັດປ່າຜິດກົດໝາຍ.