ມ.ລອງ ໃຫ້ຈີນປູກກ້ວຍ ເພີ້ມອີກ
2019.08.19
ທາງຫ້ອງການເມືອງລອງ ແຂວງຫລວງນໍ້າທາ ອະນຸຍາດໃຫ້ນັກລົງທືນຈີນ ເຂົ້າມາສຳປະທານເນື້ອທີ່ປູກກ້ວຍຕື່ມອີກ 120 ປາຍເຮັກຕາ ຢູ່ບ້ານບໍ່ ແລະບ້ານຈາປີ ເມືອງລອງ. ໂຄງການປູກກ້ວຍດັ່ງກ່າວ ໄດ້ເລີ້ມປູກມາແຕ່ ເດືອນຕຸລາ ປີ 2018 ແລະ ຈະສໍາເຣັດໃນທ້າຍ ເດືອນສິງຫາ ປີ 2019 ນີ້. ດັ່ງເຈົ້າໜ້າທີ່ເມືອງລອງ ກ່າວຕໍ່ນັກຂ່າວທ້ອງຖິ່ນ ໃນວັນທີ 13 ສິງຫາ ນີ້ວ່າ:
"ອະນຸຍາດແຕ່ກໍ່ຈະເນັ້ນເລື່ອງ ກະສິກັມ ແບບສະອາດປອດພັຍ ຈາກສານເຄມີ ແລະກະຊິເນັ້ນເວົ້າເລື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊີວິດຂອງປະຊາຊົນ ຢູ່ເຂດຊຸມຊົນຫັ້ນ ເພື່ອວ່າບໍ່ໃຫ້ມັນມີຜົນກະທົບ ຕໍ່ການໃສ່ຢາສານເຄມີ ຕ່າງໆຢູ່ພາຍໃນ ສວນກ້ວຍຫັ້ນ.”
ທ່ານກ່າວອີກວ່າ ທາງການເມືອງລອງ ອະນຸຍາດໃຫ້ປູກກ້ວຍຄັ້ງນີ້ ແມ່ນເນັ້ນເຣື່ອງການໃຊ້ມາດຕະຖານ ກະສິກັມທີ່ດີ ກະສິກັມ ປອດ ສານພິດ, ຄວບຄຸມການໃສ່ສານເຄມີຕ່າງໆ ເພື່ອບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊຸມຊົນ.
ຜ່ານມາ ເມືອງລອງ ເປັນເມືອງນຶ່ງ ທີ່ມີການອະນຸຍາດ ໃຫ້ນັກລົງທຶນຈີນ ເຂົ້າມາປູກກ້ວຍເປັນອັນດັບ 2 ຂອງແຂວງນີ້ ໃນເນື້ອທີ່ທັງໝົດ 6 ພັນປາຍເຮັກຕາ ຊຶ່ງການປູກໃນໄລຍະນັ້ນ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງ ຕໍ່ສິ່ງແວດລ້ອມ ແລະການດຳລົງຊີວິດ ຂອງປະຊາຊົນ ຍ້ອນ ໃຊ້ສານເຄມີຫຼາຍເກີນໄປ ໃນຂນະທີ່ສວນກ້ວຍສ່ວນຫຼາຍຢູ່ຕິດກັບສາຍ ນໍ້າທີ່ປະຊາຊົນໃຊ້ກິນໃຊ້ອາບ ດັ່ງປະຊາຊົນຜູ້ນຶ່ງເວົ້າກ່ຽວກັບຜົນ ຮ້າຍຂອງສານເຄມີ ທີ່ໃຊ້ໃນສວນກ້ວຍ ໃນຣະຍະທີ່ຜ່ານມາ ຕໍ່ວິທຍຸເອເຊັຽເສລີ ໃນວັນທີ 12 ສິງຫາ ນີ້ວ່າ:
"ເວລາທີ່ເຂົາເຮັດສວນກ້ວຍ ແມ່ນໃສ່ຢາຫລາຍສຸດ ເວລາສີດຢາ ຢາກໍ່ເຂົ້າມາຢູ່ໃນບ້ານ ຂີວແດ່ບໍ່ແມ່ນ ແຕ່ຢູ່ນີ້ແຫລະ ໝົດບ້ານເວລາມີ ຟ້າລົມ ແມ່ນເຂົ້າມາຢູ່ບ້ານໝົດແຫລະ”
ເຖິງແມ່ນວ່າ ໃນໄລຍະຜ່ານມາ ທາງການແຂວງຫລວງນໍ້າທາ ໄດ້ສັ່ງໃຫ້ຢຸດຂຍາຍເນື້ອທີ່ປູກກ້ວຍ ແຕ່ກໍຍັງມີການອະນຸຍາດໃຫ້ນັກລົງທຶນ ຈີນ ສຳປະທານເນື້ອທີ່ ປູກກ້ວຍອີກໃຫມ່ ຍ້ອນທາງການເຫັນວ່າ ມັນສ້າງຣາຍໄດ້ໃຫ້ແກ່ ປະຊາຊົນທ້ອງຖິ່ນ ແຕ່ຕ້ອງປະຕິບັດຕາມກົດ ຣະບຽບ ຂອງທາງການ ຄືທີ່ເວົ້າມາຂ້າງເທິງ.