ບ.ນາສວຍນາແມວ,ນາເຮັຽ ຖນົນເປ່ເພ
2018.06.15

ປະຊາຊົນ ບ້ານນາສວຍ ນາແມວ ແລະບ້ານນາເຮັຍ ເມືອງວຽງໄຊ ແຂວງຫົວພັນ ຍັງເດືອດຮ້ອນ ຍ້ອນບໍ່ສາມາດເດີນທາງ ໄປມາໄດ້ ຕາມປົກກະຕິ ຫລັງຈາກຖນົນ ແຕ່ບ້ານນີ້ໄປຫາ ຕົວເມືອງ ຂາດຍ້ອນຝົນຕົກໜັກ ເມື່ອອາທິດຜ່ານມາ. ເຈົ້າໜ້າທີ່ເມືອງວຽງໄຊ ກ່າວຕໍ່ RFA ວ່າປັດຈຸບັນ ທາງການ ກຳລັງເລັ່ງສ້ອມແປງ ທາງໃຫ້ປະຊາຊົນ ຢູ່:
"ບ້ານນາເຮັຍ ເສັ້ນທາງຈາກອັນນາຕົວເມືອງວຽງໄຊ ລົງຫານະ ເສັ້ນລົງຫາດ່ານນໍ້າສວຍນໍ ດ່ານສາກົນນໍ້າສວຍ ກຳລັງເຮັດທາງອ້າຍ ຂະເຈົ້າກຳລັງເຮັດທາງ ໃໝ່ຂ້ອນຂ້າງເປື້ອນຂາດມັນບໍ່ຂາດແລ້ວ ຍັງໄປໄດ້ຢູ່ ແຕ່ມັນເປື້ອນອັນນານໍ ທາງຕົວນັ້ນກໍ່ປະມານ 6 ຫຼັກອ້າຍ 6 ກິໂລແມັດ."
ຕອນທີ່ເສັ້ນທາງຂາດ ນັ້ນບໍ່ສາມາດ ໃຊ້ການໄດ້ເລີຍ. ແຕ່ປັດຈຸບັນ ພາກສ່ວນ ກ່ຽວຂ້ອງໄດ້ສ້ອມແປງ ທາງນັ້ນໃຫ້ແດ່ແລ້ວ ແລະສາມາດ ໃຊ້ການໄດ້ ລະດັບນຶ່ງ, ແຕ່ກໍ່ຖືວ່າຍັງບໍ່ສະດວກ ປານໃດ ແລະ ຍັງເປັນອັນຕະຣາຍຢູ່ ຍ້ອນການສ້ອມແປງ ຍັງບໍ່ທັນແລ້ວເທື່ອ.
ທ່ານເວົ້າຕື່ມອີກວ່າ ທາງຂາດ ສົ່ງຜົນກະທົບ ໃສ່ປະຊາຊົນ 2 ບ້ານ ຄືບ້ານນາສວຍ ນາແມວ ແລະ ບ້ານນາເຮັຍ ທີ່ໃຊ້ທາງສາຍນີ້ຫລາຍ. ພວກເຂົາເຈົ້າ ຕ້ອງໄດ້ໃຊ້ເສັ້ນທາງນີ້ ໄປດ່ານສາກົນ ນໍ້າສວຍນາແມວ ແລະໄປຕົວເມືອງວຽງໄຊ.
ນອກຈາກເສັ້ນທາງທີ່ວ່ານີ້ແລ້ວ ເຈົ້າໜ້າທີ່ເມືອງວຽງໄຊ ອີກທ່ານນຶ່ງເວົ້າວ່າ ໃນຣະດູຝົນທຸກປີ ເສັ້ນທາງມັກຂາດ, ໃຊ້ການບໍ່ໄດ້, ຫຍຸ້ງຍາກ ທີ່ສຸດ ໂດຍສະເພາະ 3 ປີມານີ້:
"ເດືອດຮ້ອນກໍ່ຊ່ວງຣະດູຝົນນີ້ມັນ ຍາມເວລາມີສິນຄ້າບໍ່ ຫຼືວ່າ ຍາມການເຈັບເປັນ ນີ້ກໍ່ຈະເອົາໄປໂຮງໝໍ ຫຼືສຸຂສາລາ ນີ້ກໍ່ເອົາໄປບໍ່ໄດ້ ມັນເສັ້ນທາງມັນຫຍຸ້ງຍາກ ຫຼາຍນີ້ມາພໍ 2 ຫາ 3 ປີຫຼັງໆ ມານີ້ ໂອຍ ຫຍຸ້ງຍາກຫຼາຍທີ່ສຸດ ໄປມີແຕ່ຍ່າງໄປ."
ເສັ້ນທາງຂາດ ຫລືເປ່ເພໃຊ້ການບໍ່ໄດ້ ໃນຍາມຝົນນັ້ນ ເກີດຂຶ້ນຢູ່ໃນທຸກແຂວງ ຂອງລາວ.