ປະຊາຊົນ ຫຼາຍພັນ ຄົນ ທີ່ ໄດ້ຮັບ ຜົລກະທົບ ຈາກ ພັຍນໍ້າຖ້ວມ ຢູ່ ແຂວງ ບໍ່ແກ້ວ, ບໍຣິຄໍາໄຊ, ຄໍາມ່ວນ, ຫຼວງນໍ້າທາ ແລະ ໄຊສົມບູນ ຍັງ ຕ້ອງການ ຄວາມ ຊ່ວຍເຫຼືອ ຢູ່, ເຖິງຈະໄດ້ ຮັບການ ຊ່ວຍເຫຼືອ ສຸກເສີນຈາກ ຣັຖບານ, ຈາກ ທາງການ ແຂວງ, ຈາກ ຜູ້ ບໍຣິຈາກ ແລະ ທຸຣະກິດ ຕ່າງໆ, ຈຳນວນນຶ່ງ ແລ້ວ ກໍຕາມ.
ສ່ວນ ແຂວງ ພາກໃຕ້ ຄື ອັຕຕະປື, ຈໍາປາສັກ, ສາຣະວັນ, ແລະ ເຊກອງ ນັ້ນ ປອດພັຍ. ແຕ່ ກໍຄາດ ວ່າ, ຣະດັບ ນໍ້າ ຍັງອາຈສູງ ຂຶ້ນອີກ ຍ້ອນ ຣະດູຝົນ ຍັງຢູ່ອີກ ດົນ ຈຶ່ງ ຈະ ໝົດໄປ.
ຂ່າວ ວຽງຈັນທາມ ສະບັບ ວັນທີ 11 ສິງຫາ ນີ້, ຣາຍງານ ວ່າ ຢ່າງໜ້ອຍ ມີ 200 ບ້ານ, ຖືກ ນໍ້າຖ້ວມ ແລະ ທົ່ງນາ 10 ພັນ ກວ່າ ເຮັກຕາ ຮວມເຖິງ ບ້ານເຮືອນ ໂຮງຮຽນ ສັດລ້ຽງ ແລະ ຊັບສິນ ອື່ນໆ, ທີ່ໄດ້ຮັບ ຄວາມ ເສັຽຫາຍ ມາແຕ່ ເດືອນ ທີ່ແລ້ວ ນັ້ນ ຍັງ ຕ້ອງການ ຄວາມ ຊ່ວຍເຫຼືອ ບັນເທົາທຸກ.
ເມື່ອອາທິດ ທີ່ແລ້ວ ຣັຖບານ ກໍໄດ້ ສນອງເງິນ ໃຫ້ ທາງການ ທ້ອງຖິ່ນ, ເພື່ອ ຊ່ວຍເຫຼືອ ຜູ້ໄດ້ຮັບ ຜົລກະທົບ ຈາກ ພັຍ ນ້ຳຖ້ວມ ຮວມທັງ ຊ່ວຍເຫຼືອ ຄອບຄົວ ຊາວນາ ເພື່ອ ຮັບປະກັນ ອາຫານ ການກິນ ຂອງພວກ ເຂົາເຈົ້າ.
ເວົ້າ ສະເພາະ ແຂວງ ບໍຣິຄໍາໄຊ, ທາງການ ແຂວງ ກໍໄດ້ ຮ່ວມກັບ ຜູ້ໃຫ້ ການ ຊ່ວຍເຫຼືອ ທັງ ພາກຣັຖ ແລະ ພາກ ເອກກະຊົນ, ໃນການ ຊ່ວຍເຫຼືອ ບັນເທົາທຸກ ອັນມີ ຮວມທັງ ເຄື່ອງ ນຸ່ງຫົ່ມ, ເຄື່ອງນອນ, ແລະ ເຄື່ອງໃຊ້ ໃນ ຄົວເຮືອນ ແກ່ ປະຊາຊົນ ໃນເຂດ ນໍ້າຖ້ວມ ເມື່ອ ອາທິດ ທີ່ແລ້ວ.