ອາກາດຢູ່ລາວກໍາລັງຮ້ອນ

ອະວາຣີ
2016.05.05
F-MK ສະພາບຄວາມແຫ້ງແລ້ງ ຢູ່ນໍ້າຂອງ ເຂດ ນະຄອນຫຼວງວຽງຈັນ
RFA/LX

ອາກາດຢູ່ລາວ ຮ້ອນຫລາຍ ປັດຈຸບັນ ຮ້ອນ ໃນຣະຫວ່າງ 38 ຫາ 40 ອົງສາ Celsius, ເມື່ອອາທິດ ທີ່ແລ້ວ ຢູ່ ແຂວງ ຄຳມ່ວນ ຮ້ອນເຖິງ 42 ອົງສາ. ທ່ານ ບຸນເຕີມ ສີສຸພັນທອງ ຫົວໜ້າກອງ ພຍາກອນ ອາກາດ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວກັບ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 3 ເດືອນພຶສພາ ນີ້ວ່າ, ຍ້ອນຄວາມກົດດັນ ຂອງ ອາກາດຕ່ຳ ອາກາດ ຢູ່ລາວ ຍັງຈະຮ້ອນ ແລະ ແຫ້ງແລ້ງ ສືບຕໍ່ໄປ ອີກຢ່າງໜ້ອຍ ສອງອາທິດ.

ຕາມປົກກະຕິ ທຸກໆປີ ຝົນເລິ້ມຕົກ ນັບແຕ່ ກາງເດືອນ ພຶສພາ ນີ້ເປັນຕົ້ນໄປ ແຕ່ປີນີ້ ຍັງບໍ່ ຕົກຫຼາຍ ເທົ່າທີ່ຄວນ ມີແຕ່ ລົມພະຍຸແຮງ ຊຶ່ງ ໄດ້ສ້າງ ຄວາມເສັຽຫາຍ ຕໍ່ຊັບສິນ ຫຼາຍສົມຄວນ ໃນ ນະຄອນຫຼວງ ວຽງຈັນ ແຂວງ ໄຊຍະບຸຣີ ຫຼວງພຣະບາງ ວຽງຈັນ ແລະ ຄຳມ່ວນ. ທ່ານ ບຸນເຕີມ ກ່າວ ຕອນນຶ່ງວ່າ:

"ກະຊິຍັງມີຢູ່ ເພາະວ່າ ມວນອາກາດຮ້ອນ ກະຍັງຊິ ອົບເອົ້າ ຢູ່ຄືເກົ່າ ຫລັງຈາກນັ້ນ ທ້າຍເດືອນ ກະຊິມີ ຝົນຕົກ ແດ່ ລະກະ ຊິເກີດມີ ປະກົດການ ພະຍຸ ລະດູຮ້ອນ ນີ້ ເກີດຂຶ້ນ ຢູ່ເນາະ ແຕ່ນີ້ ຈົນຮອດ ທ້າຍເດືອນ 5 ນີ້ ສ່ວນໃຫຍ່ ແມ່ນພາກເໜືອ ດ້ານ ຕາເວັນຕົກ ພວກເຮົາ ຈະມີ ຫຼວງນ້ຳທາ ອຸດົມໄຊ ບໍ່ແກ້ວ ຫຼວງພຣະບາງ ໄຊຍະບູຣີ ຈາກນັ້ນ ກໍລົງມາ ຮອດພາກໃຕ້ ຂອງເຮົາ ພີ້ແຫຼະ ທີ່ມີ ຄວາມສ່ຽງ ທີ່ຈະເກີດ ພະຍຸ ລະດູຮ້ອນ".

ທ່ານ ບຸນເຕີມ ໃຫ້ ຣາຍລະອຽດ ຕື່ມວ່າ ເຈົ້າໜ້າທີ່ ໄດ້ເກັບກຳ ສະຖິຕິ ປະຣິມານ ນ້ຳຝົນ ໃນຣະຫວ່າງ ເດືອນນຶ່ງ ແລະ ເດືອນສີ່ ຂອງປີນີ້; ຜົນ ປະກົດວ່າ ຝົນຕົກໜ້ອຍ ກວ່າທຸກໆປີ. ພາວະ ແຫ້ງແລ້ງ ຫລື ພາວະ ຝົນບໍ່ຕົກ ຍັງຈະຍາວນານ ອອກໄປ ຈົນເຖິງ ເດືອນຫົກ ຫລື ເດືອນເຈັດ. ເຖິງວ່າ ຝົນຈະຕົກ ແຕ່ປີນີ້ ຈະຕົກ ໜ້ອຍກວ່າ ປົກກະຕິ. ທ່ານບຸນເຕີມ ໃຫ້ ຣາຍລະອຽດ ຕື່ມວ່າ:

"ບາດນີ້ ເຮົາມາເບິ່ງ ຝົນ ທີ່ເຮົາ ຄາດຄະເນ ວ່າ ກະຖືວ່າ ຝົນຈະຫລຸດເນ ປົກກະຕິ ກະຖືວ່າ ແຫ້ງແລ້ງລະ ລະຍະເດືອນ 5 ນີ້ ກະຖືວ່າ ຢູ່ໃນສະພາບ ແຫ້ງແລ້ງລະ ຢູ່ໃນສະພາບ ແຫ້ງແລ້ງ ຄືເກົ່າລະ ໂດຍສະເພາະ ພາກກາງ ກັບ ພາກໃຕ້ ກະພວກເຮົາ ຄາດຄະເນວ່າ ຝົນເດືອນ 6 ມັນກະມີຢູ່ ແຕ່ວ່າ ກະອາດຈະ ຫລຸດເກນ ປົກກະຕິ ຄືເກົ່າຢູ່ເນາະ ຝົນໜ້ອຍ ກະຢູ່ໃນ ສະພາບແຫ້ງແລ້ງ ຢູ່ເນາະ".

ເມື່ອຕົ້ນ ອາທິດນີ້ ອົງການ ອາຫານໂລກ ແລະ ອົງການ ແຄຣ ຣາຍງານ ໃນ ກອງປະຊຸມ ຢູ່ ນະຄອນຫລວງ ວຽງຈັນ ວ່າ ປະຊາຊົນ ລາວ ເກືອບ 2 ແສນ ຄອບຄົວ ຫລື ປະມານ ນຶ່ງລ້ານຄົນ ມີຄວາມສ່ຽງສູງ ທີ່ຈະໄດ້ຮັບ ຜົນກະທົບ ຈາກພັຍແຫ້ງແລ້ງ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.