ສ້າງເຂື່ອນຕັນເຮືອ ຕັດການ ທ່ຽວຊົມ ນ້ຳອູ
2017.11.21

ນ້ຳອູຈາກເມືອງໜອງຂຽວ ຫາເມືອງຂົວ ຖືກຕັນແບບຖາວອນ ຍ້ອນການສ້າງເຂື່ອນ ສົ່ງຜົລກະທົບ ຕໍ່ການເດີນເຮືອ ແລະການທ່ອງທ່ຽວ ຕາມລຳແມ່ນ້ຳອູ ທີ່ເຄີຍສ້າງລາຍໄດ້ ໃຫ້ແກ່ທຸຣະກິດທ່ອງທ່ຽວ ແລະປະຊາຊົນ ທ້ອງຖິ່ນ ຢ່າງໃຫຍ່ຫຼວງ ໃນຣະຍະ ທີ່ຜ່ານມາ.
ການທ່ອງທ່ຽວໃນສອງເມືອງດັ່ງກ່າວ ໄດ້ຮັບຜົລກະທົບ ຢ່າງແຮງເປັນຕົ້ນ ໂຮງແຮມ ບ້ານພັກ ຮ້ານອາຫານ ແລະສະຖານທີ່ ຣະບົບນິເວດ ກໍຖືກບັງຄັບ ໃຫ້ປິດກິຈການທາງອ້ອມ ຍ້ອນການຕັນນ້ຳ ໃນແມ່ນ້ຳອູ ຊຶ່ງໃນເວລານີ້ ເປັນຣະດູການທ່ອງທ່ຽວສູງ. ດັ່ງເຈົ້າຫນ້າທີ່ຂົນສົ່ງ ທາງນ້ຳ ທີ່ແຂວງຫລວງພຣະບາງ ກ່າວວ່າ:
"ມັນມາຄາຢູ່ເຂື່ອນ ມາຄາຢູ່ເຂື່ອນຫັ້ນກໍຕໍ່ເຮືອ ເພີ່ນກໍບໍ່ໄດ້ຫ້າມ ມີແຕ່ປະສານໄປທາງ ຜົ້ງສາລີ ພຸ້ນຕື່ມ ໄປເມືອງຂວາ ຂະເຈົ້າຈະມາຮັບ ເອົາຢູ່ໂຕປາກເຂືື່ອນ ຂຶ້ນເມືອ ແລ້ວເຮົາໄປສົ່ງຮອດແຕ່ຫາງເຂື່ອນຫັ້ນ ເພາະວ່າດຽວນີ້ ມັນມີເຂື່ອນສອງສາມບ່ອນພຸ້ນ."
ການປະກາດຈາກເຈົ້າຫນ້າທີ່ລາວ ກ່ຽວກັບການຕັນນ້ຳອູ ຫລັງຈາກສິ້ນສຸດ ການສ້າງເຂຶ່ອນນ້ຳອູ 3 ສຳເຣັດວ່າງຫລັງໆມານີ້ ບໍ່ແມ່ນຈະສ້າງ ຄວາມເສັຽຫາຍໃຫ້ແກ່ ທຸຣະກິດການທ່ອງທ່ຽວ ໃນສອງເມຶອງດັ່ງກ່າວເທົ່ານັ້ນ ຍັງລາມໄປຮອດ ນະຄອນ ຫຼວງພຣະບາງ ທາງພາກເຫນືອ ນຳອີກ ຍ້ອນເປັນຕົ້ນທາງ ທີ່ມາຂອງນັກທ່ອງທ່ຽວ ໃນອະດີດ.
ການຕັນນ້ຳອູ ສ້າງຄວາມເສັຽຫາຍ ຕໍ່ລາຍໄດ້ຂອງປະຊາຊົນທ້ອງຖິ່ນ ຈາກການທ່ອງທ່ຽວ ຢ່າງຫລວງຫລາຍ ຍ້ອນວ່າ ນັກທ່ອງທ່ຽວ ຣະບົບນິແວດ ຈະບໍ່ກັບຄືນມາທ່ອງທ່ຽວ ໃນເຂດດັ່ງກ່າວອີກຕໍ່ໄປ ໃນອານາຄົດ ບໍ່ແມ່ນຈະສົ່ງຜົລກະທົບຕໍ່ແມ່ນ້ຳອູ ເທົ່ານັ້ນຍັງຈະສົ່ງຜົລ ກະທົບໄປສູ່ ປາຍທາງແລະຕົ້ນທາງ ຂອງການທ່ອງທ່ຽວນຳອີກ ເປັນຕົ້ນ ນະຄອນຫລວງພຣະບາງ ແລະ ເຂດເມືອງທາງພາກເຫນືອ ຂອງແມ່ນ້ຳອູ ຫລາຍພັນບ້ານ.