ເກີດເຫດ ຜູ້ໂດຍສານ ຄ້າງຢູ່ໃນຣົຖໄຟ ລາວ-ຈີນ ຫຼາຍຊົ່ວໂມງ
ເກີດເຫດ ຣົຖໄຟລາວ-ຈີນ ແລ່ນລະຫວ່າງ ແຂວງຫຼວງພຣະບາງ ຫານະຄອນຫຼວງວຽງຈັນ ໄດ້ຢຸດກາງທາງ ຫຼາຍເທື່ອ ເນື່ອງຈາກ ລົມພະຍຸ ແລະຝົນຕົກໜັກ ເຮັດໃຫ້ການ ແລ່ນຣົຖໄຟ ລ້າຊ້າ ຢ່າງໜ້ອຍ 8 ຊົ່ວໂມງ ຈຶ່ງເຖິງຈຸດໝາຍ ປາຍທາງ.
-
ຈຳປາທອງ
2022-03-08 -
-
-
Your browser doesn’t support HTML5 audio
ຣົຖໄຟລາວ-ຈີນ ຖ້ຽວ 13:30 ໂມງ ທີ່ແລ່ນອອກຈາກສະຖານີ ແຂວງຫລວງ ພຣະບາງ ໄປຫານະຄອນຫລວງວຽງຈັນ ໃນມື້ວັນທີ 7 ມິນານີ້ ໄດ້ຢຸດລະຫວ່າງທາງຫລາຍເທື່ອ ເສັຍເວ ລາ 8 ຊົ່ວໂມງ ຄືໄດ້ຈອດບ່ອນນຶ່ງປະມານ 1 ຫາ 2 ຊົ່ວໂມງຈຶ່ງໄດ້ໄປຕໍ່ ຍ້ອນລົມພະຍຸ ແລະຝົນຕົກໜັກ ເຮັດໃຫ້ການເດີນ ທາງລ້າຊ້າ ຊຶ່ງຕາມປົກກະຕິແມ່ນໃຊ້ເວລາພຽງ 1 ໂມງກັບ 40 ນາທີ, ອີງຕາມຄໍາເວົ້າຂອງຄົນໂດຍສານຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 8 ມິນານີ້.
“ຢູ່ລາວຝົນຕກໜັກ ພະຍຸເຂົ້າ ແລ້ວເຮັດໃຫ້ຣົຖໄຟເກີດມີບັນຫາບໍ່ ຫລືວ່າຈັ່ງໃດກະບໍ່ແນ່ໃຈ ມີແຕ່ທາງເຈົ້າໜ້າ ທີ່ເພິ່ນແຈ້ງວ່າ ທາງຂ້າງໜ້າມັນມີພະຍຸແຮງ ບໍ່ສາມາດໄປໄດ້ ອາຈເປັນທາງມື່ນບໍ່ ຫລືວ່າຈັ່ງໃດກະບໍ່ຮູ້ ຄືກັນ.”
ຜູ້ໂດຍສານອີກຄົນນຶ່ງ ທີ່ຢູ່ໃນຂະບວນຣົຖໄຟດັ່ງກ່າວ ກໍເວົ້າວ່າ ໃນໄລຍະທີ່ຜູ້ ໂດຍສານຫລາຍຄົນຄ້າງຢູ່ໃນຣົຖນັ້ນ ຢາກດື່ມນໍ້າກໍບໍ່ມີໃຫ້ດື່ມ, ຢາກກິນເຂົ້າກໍບໍ່ໄດ້ກິນ, ເຮັດໃຫ້ຜູ້ໂດຍສານທີ່ຄ້າງຢູ່ໃນຣົຖເປັນເວລາຫລາຍຊົ່ວໂມງ ບໍ່ພໍໃຈຍ້ອນຫິວນໍ້າ ຫິວເຂົ້າ.
“ຈອດບ່ອນນຶ່ງແລ້ວຈອດຮອດຊົ່ວໂມງປາຍພຸ້ນນະ 9 ໂມງເຄິ່ງຕອນຄໍ່າຈັ່ງສິມາຮອດຢູ່ນະຄອນຫລວງ. ຂອງກິນຫັ້ນຂະເຈົ້າບໍ່ມີເລີຍ ຂະເຈົ້າກະບໍ່ໃຫ້ອອກນອກ ລະກະບໍ່ມີຫຍັງຂາຍ. ທີ່ຈິງຢູ່ໃນຣົຖຫັ້ນຂະເຈົ້າມີນໍ້າກິນຢູ່ນ່າ. ແຕ່ວ່າໄດ້ຖາມຂະເຈົ້າແລ້ວ ຂະເຈົ້າກໍຕອບວ່າບໍ່ມີນໍ້າກິນເລີຍ ມັນຕິດຂັດດົນໂພດເດ໋ ຜູ້ໂດຍສານກະຫິວຫລາຍ.”
ທ່ານກ່າວຕື່ມວ່າ ຫລັງເກີດເຫດການນັ້ນ ຕົນກໍບໍ່ຢາກໃຫ້ບໍຣິສັດທາງຣົຖໄຟ ລາວ-ຈີນ ຊົດເຊີຍຫຍັງຍ້ອນຄວາມລ່າຊ້ານັ້ນແນວໃດ, ແຕ່ຢາກໃຫ້ທາງບໍຣິສັດອອກມາຊີ້ແຈງ ເຖິງສາເຫດທີ່ເຮັດໃຫ້ການເດີນທາງລ່າຊ້າ ແລະຢາກໃຫ້ບໍຣິສັດ ປັບ ປຸງລະບົບການແລ່ນຣົຖໄຟໃຫ້ດີຂຶ້ນ, ບໍ່ໃຫ້ເກີດເຫດການຂັດຂ້ອງ ຫລືການເດີນທາງລ່າຊ້າແບບນີ້ອີກ ແລະກໍຄວນມີການບໍຣິການນໍ້າດື່ມ ແລະອາຫານໃຫ້ຜູ້ໂດຍສານທຸກຊັ້ນແບບເທົ່າທຽມກັນ ໃນຂະນະທີ່ຣົຖໄຟແລ່ນ.
ແລະຄົນລາວອີກຜູ້ນຶ່ງ ທີ່ເດີນທາງໄປກັບຄອບຄົວ ຢູ່ໃນຣົຖໄຟຂະບວນດັ່ງກ່າວ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 8 ມິນານີ້ວ່າ ຕົນກໍຮູ້ສຶກກັງວົນຫລາຍເຣື່ອງ ຄວາມປອດພັຍຂອງຄົນໃນຄອບຄົວ ຍ້ອນເຫດການທີ່ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ເກີດບັນຫາດ້ານສຸຂພາບ ຕໍ່ຜູ້ໂດຍສານ ໂດຍສະເພາະຜູ້ມີໂຣກປະຈໍາຕົວ ຍ້ອນຕ້ອງໄດ້ອົດເຂົ້າ ອົດນໍ້າເປັນເວລາຫລາຍຊົ່ວໂມງ ແລະກໍອາດໄປໂຮງໝໍບໍ່ທັນ ຫາກເກີດລົ້ມປ່ວຍແບບກະທັນຫັນ.
“ໄປນໍາຫັ້ນສົມມຸດວ່າ ຜູ້ສູງອາຍຸຫລືວ່າຜູ້ມີໂຣກປະຈໍາຕົວເນາະ ຫິວເຂົ້າຫຍັງຫັ້ນນະ ບໍ່ມີອັນຢູ່ອັນກິນຢູ່ໃນຣົຖໄຟຫັ້ນນ່າ ສິເຮັດໃຫ້ຄົນເສັຽຊີວິດບໍ່ ຫລືວ່າສຸຂພາບອ່ອນເພັຽບໍ່ອີ່ຫຍັງຫັ້ນນ່າ ມັນບໍ່ມີຄວາມຮັບຜິດຊອບຫັ້ນນ່າ ເຂົ້າບໍ່ມີນໍ້າບໍ່ມີເນາະ ມີແຕ່ວ່າເອົາສ່ວນຕົວໄປຂອງໃຜຂອງລາວ.”
ທ່ານເວົ້າຕື່ມວ່າ ຕົນຢາກໃຫ້ບໍຣິສັດທາງຣົຖໄຟ ອອກມາຖແລງຂ່າວຊີ້ແຈງເຖິງສາເຫດຣົຖໄຟຂັດຂ້ອງໃນມື້ນັ້ນ ເພາະເປັນເຣື່ອງໃຫຍ່ ຊຶ່ງຜູ້ໂດຍສານຈໍາເປັນຕ້ອງໄດ້ຮັບຮູ້ ເພື່ອສ້າງຄວາມເຊື່ອໝັ້ນໃຈໃຫ້ແກ່ຜູ້ໂດຍສານ ທີ່ມີແຜນຈະໃຊ້ບໍຣິການຣົດໄຟ ແລະພ້ອມດຽວກັນນັ້ນ ກໍຢາກໃຫ້ປັບປຸງການບໍຣິການນໍາດ້ວຍ.
ໃນຂະນະດຽວກັນ ຄົນໂດຍສານຈໍານວນນຶ່ງ ກໍເຫັນວ່າ ການທີ່ຣົຖໄຟຢຸດພັກຄືແນວນັ້ນ ເປັນເຣື່ອງປົກກະຕິ ເພື່ອຄວາມປອດພັຍ ຍ້ອນເກີດພັຍທັມມະຊາດ. ຜູ້ໂດຍສານຄົນນຶ່ງເວົ້າວ່າ ຢູ່ຫລວງພຣະບາງຝົນຕົກໜ້ອຍນຶ່ງ ບໍ່ມີບັນຫາຫຍັງ.
“ພະຍຸເຂົ້າຢູ່ຫລວງພຣະບາງ ເຮົາກໍບໍ່ຮູ້ສຶກຫຍັງ ເພາະວ່າຢູ່ຫລວງພຣະບາງຝົນມັນຍິບໆ ຫັ້ນນ່າ ກໍບໍ່ມີບັນຫາຫຍັງ ເຈົ້າ ເພາະວ່າເຮົາບໍ່ມີບັນຫາຫຍັງປານໃດຫັ້ນນ່າ.”
ຕໍ່ເຫດການເກີດຂຶ້ນທີ່ວ່ານີ້ ເຈົ້າໜ້າທີ່ຄຸ້ມຄອງທາງຣົຖໄຟເວົ້າວ່າ ສາເຫດທີ່ເຮັດໃຫ້ຣົຖໄຟຖ້ຽວດັ່ງກ່າວ ຕ້ອງໄດ້ຢຸດຄ້າງຢູ່ຫລາຍບ່ອນ ແລະມີຄວາມລ້າຊ້ານັ້ນ ຍ້ອນເກີດພະຍຸ ແລະຝົນຕົກໜັກ, ຢ້ານອາຈເກີດຄວາມບໍ່ປອດພັຍຕໍ່ລະບົບເຕັກ ນິກຂອງຣົຖໄຟ.
“ສາເຫດກະຈາກທັຊາດຫັ້ນແຫລະ ພະຍຸເຂົ້າຍ້ອນສາຍຝົນ ຍ້ອນເຕັກນິກ ມັນເກີນຄ່າຄວາມສາມາດຂອງຮັຖ ຕ້ອງໄດ້ຢຸດ ເວລາຝົນຕົກແຮງສິມີຜົນກະທົບຫຍັງບໍ່ ໂຕນີ້ບໍ່ສະເພາະແຕ່ຢູ່ລາວດອກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ບໍຣິສັດ ທາງ ຣົຖໄຟລາວ-ຈີນ ເພື່ອຂໍ້ຮູ້ລາຍລະອຽດກ່ຽວກັບສາເຫດ ແລະແນວທາງແກ້ໄຂ, ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດຊີ້ແຈງ ແລະໃຫ້ຄວາມເຫັນໄດ້.
ໃນມື້ດຽວກັນນັ້ນ ຄົນໂດຍສານຣົຖໄຟ ທີ່ເດີນທາງ ອອກຈາກນະຄອນຫລວງວຽງຈັນ ໄປແຂວງຫລວງພຣະບາງ ໄດ້ເວົ້າທາງສື່ສັງຄົມອອນລາຍວ່າ ຣົຖໄຟໄດ້ອອກຈາກ ນະຄອນຫລວງວຽງຈັນເວລາ 16:00 ໂມງ ກໍມີຄວາມລ້າຊ້າ ແລະໄດ້ຢຸດຢູ່ຫລາຍບ່ອນຄືກັນ ຍ້ອນມີພະຍຸ ແລະຝົນຕົກໜັກ, ໄປຮອດສະ ຖານີຫລວງພຣະບາງ ເວລາ 21:00 ໂມງປາຍ.
ກ່ຽວກັບເຫດການທີ່ເກີດຂຶ້ນກັບຣົຖໄຟ ລາວ-ຈີນ ຄັ້ງນີ້ ຄົນໂດຍສານຈໍານວນນຶ່ງ ໄດ້ເວົ້າຜ່ານສື່ສັງຄົມອອນລາຍວ່າ ເຫດການຄັ້ງນີ້ບໍ່ເປັນຄັ້ງທໍາອິດ ທີ່ຣົຖໄຟນີ້ຢຸດຄ້າງລະຫວ່າງທາງ ຊຶ່ງກ່ອນໜ້ານີ້ກໍເຄີຍເກີດເຫດຣົຖໄຟຢຸດຄ້າງຢູ່ບາງບ່ອນ ແບບບໍ່ຮູ້ສາເຫດຄັກແນ່.