ສ້າງເຂື່ອນ ຕັດໄມ້ ທໍາລາຍປ່າ


2013.04.18
F-logs ປ່າໄມ້ຫລວງຫລາຍ ຖືກທໍາລາຍ ໂດຍບໍ່ຄໍານຶງເຖີງ ຜົນຮ້າຍທີ່ຕາມມາ ຍ້ອນເຫັນແກ່ໄດ້
Friengs/fb

ການສ້າງເຂື່ອນ ຫລາຍແຫ່ງ ໃນ ສປປລາວ ເຮັດໃຫ້ມີ ການຕັດໄມ້ ຢ່າງ ຫລວງຫລາຍ.

ນັກວິທຍາສາດ ດ້ານ ສະພາບແວດລ້ອມ ເວົ້າວ່າ ມີພຽງ ເຫດຜົລດຽວ ທີ່ລາວ ສ້າງເຂື່ອນ ຫລາຍໆແຫ່ງ ເພາະວ່າ ພວກຂະເຈົ້າ ສາມາດ ຕັດຕົ້ນໄມ້ ຢ່າງຖືກຕ້ອງ ຕາມກົດໝາຍໄດ້, ໂດຍສະເພາະ ແມ່ນຕົ້ນໄມ້ ທີ່ມີ ຣາຄາແພງ ທັງໝົດ ແມ່ນຖືກຕັດ ຈາກເຂດ ເຂື່ອນ ນ້ຳເທີນ 2, ແຕ່ວ່າ ປະຕົ້ນໄມ້ ເນື້ອອ່ອນ ແລະ ຣາຄາຖືກໄວ້.

ຖ້າຫາກວ່າ ລາວ ປະຕິບັດຕາມ ການສເນີ ທີ່ຈະສ້າງເຂື່ອນ ເຖິງ 124 ແຫ່ງ, ທ່ານ ພອນສັກ ວິໄລສັກ, ນຶ່ງ ໃນຈຳນວນ ນັກທຸຣະກິດ ຄ້າໄມ້ ທີ່ມີຊື່ສຽງ ໃນລາວ, ຈະເປັນຜູ້ ບຸກເບີກ ພື້ນທີ່ ສຳລັບ ການກໍ່ສ້າງ ເຂື່ອນດັ່ງກ່າວ. ບໍຣິສັດ ກໍ່ສ້າງ ແລະ ຄ້າໄມ້ ຂອງທ່ານ ຢູ່ໃນລາວ, ທີ່ມີຊື່ວ່າ ພອນສັກ ກຣຸບ, ໄດ້ຮັບຜົນປໂຍດ ຈາກການຕັດໄມ້ ໃນການກໍ່ສ້າງ ເຂື່ອນນ້ຳເທີນ 2, ອີງຕາມ ອົງການ ສືບສວນ ສະພາບແວດລ້ອມ, ຊຶ່ງໄດ້ອອກ ຣາຍງານ ກ່ຽວກັບ ບໍຣິສັດ ຂອງທ່ານ ທີ່ ດຳເນີນກິຈກັມ ຕັດໄມ້ ໃນ ສປປລາວ.

ມີຫລັກຖານ ທີ່ປະກົດໃຫ້ເຫັນ ວ່າ ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກບ້ານ ຂອງຂະເຈົ້າ ໃນບໍຣິເວນ ເຂື່ອນນ້ຳເທີນ 2 ໄປຢູ່ໃນເຂດ ດິນປູກຝັງ ທີ່ ມີຄຸນພາບຕ່ຳ, ເນື່ອງຈາກວ່າ ບໍຣິສັດ ພອນສັກ ຈະໄດ້ຕັດ ຕົ້ນໄມ້ ໃນເຂດ ທົງພຽງ ນາກາຍ ບ່ອນທີ່ ປະຊາຊົນ ຖືກໂຍກຍ້າຍອອກ. ນັກວິຊາການ ຕ່າງປະເທດ ທີ່ຄຸ້ນເຄີຍ ກັບ ສະຖານະການ ໄດ້ເດີນທາງ ເຂົ້າໄປ ໃນລາວ ເມື່ອປີກາຍນີ້ ເວົ້າວ່າ ຊາວບ້ານ ຢູ່ໃນເຂດດັ່ງ ໄດ້ພາກັນ ຕັດໄມ້ ຢ່າງຜິດກົດໝາຍ ເພື່ອການ ດຳຣົງຊີວິດ ຂອງຂະເຈົ້າ.

ທ່ານ ເວົ້າວ່າ ພວກເຮົາ ໄດ້ຖາມ ຫລາຍຄຳຖາມ ກັບປະຊາຊົນ ແລະ ພົບວ່າ ຊາວບ້ານ ໄດ້ຕັດໄມ້ ເນື້ອແຂງ ແລະ ໄມ້ ທີ່ມີ ຣາຄາແພງ ເພື່ອລ້ຽງຊີບ ຂອງຂະເຈົ້າ. ພວກຂະເຈົ້າ ເວົ້າວ່າ ພວກຂະເຈົ້າ ໄດ້ຂາຍໄມ້ ໃຫ້ແກ່ ບໍຣິສັດ ພອນສັກ. ສ່ວນ ປະຊາຊົນ ອີກກຸ່ມນຶ່ງ ເວົ້າວ່າ ພວກຂະເຈົ້າ ໄດ້ລັກລອບ ລ່າສັດປ່າ ທີ່ຫາຍາກ ແລະ ນົກ ເພື່ອສົ່ງຂາຍ ໃຫ້ຈີນ ແລະ ວຽດນາມ. ເຖິງຢ່າງໃດ ກໍຕາມ, ບໍຣິສັດ ພອນສັກ ບໍ່ໄດ້ຕອບ ຄຳຖາມໃດໆ ກ່ຽວກັບ ຄວມເຫັນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.