ກິ່ນເໝັນຈາກໂຮງງານ ຜລິດເຈັ້ຽ ຜ່ອນຄາຍ
ກິ່ນເໝັນ ຈາກໂຮງງານ ຜລິດເຈັ້ຽ ຊັນ-ເປເປີ ຢູ່ ແຂວງສວັນນະເຂດ ຫຼຸດຜ່ອນລົງ ແດ່ແລ້ວ.
-
ສຸພັດຕາ
2018-07-12 -
-
-
Your browser doesn’t support HTML5 audio
ປັດຈຸບັນ ກິ່ນເໝັນຈາກໂຮງງານເຈັ້ຽ ຊັນ-ເປເປີ ຂອງຈີນ ຕັ້ງຢູ່ບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ຫຼຸດຜ່ອນລົງແດ່ແລ້ວ ປະຊາຊົນ ທີ່ຢູ່ເຂດໃກ້ຄຽງ ໂຮງງານດັ່ງກ່າວ ບໍ່ໄດ້ໂທຣະສັບ ໄປຮ້ອງຮຽນຕໍ່ຫ້ອງການປົກຄອງເມືອງ ເຣື້ອງກິ່ນເໝັນແຮງອີກ.
ປົກກະຕິແລ້ວ ປະຊາຊົນຈະຮ້ອງຮຽນທຸກມື້. ດັ່ງທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງ ເມືອງເຊໂປນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ:
“ມື້ນີ້ຫັ້ນ ສາຍໂທມາຢູ່ຈຸດນຶ່ງ ວ່າບໍ່ມີແລ້ວ ພວກເຮົາມີທັງ 8 ໝູ່ບ້ານ ກັບອີກ 2 ໂຮງຮຽນ ແຕ່ກະບໍ່ເຫັນຂະເຈົ້າໂທມາຫັ້ນນະ ຄືຊິແມ່ນ ຫຼຸດຜ່ອນ ຄັນເໝັນຫັ້ນ ຂະເຈົ້າກະບອກວ່າ ມີກິ່ນແລ້ວເດີ້ ມື້ນັ້ນມື້ນີ້ ກາງຄືນບໍ ຫຼືວ່າຕອນຊິຄໍ່າຫັ້ນນະ.”
ທ່ານກ່າວວ່າ ໄລຍະນີ້ ເຫັນປະຊາຊົນຈົ່ມເຣື່ອງກິ່ນເໝັນ ໜ້ອຍລົງກວ່າເກົ່າແລ້ວ ແຕ່ກໍຍັງມີກິ່ນເໝັນຢູ່ ຈະໃຫ້ໂຮງງານຢຸດມີກິ່ນເໝັນ ເລີຍນັ້ນ ຄົງເປັນໄປບາດດຽວບໍ່ໄດ້ ຊຶ່ງເຈົ້າໜ້າທີ່ພາກສ່ວນ ກ່ຽວຂ້ອງ ກຳລັງຕິດຕາມ ກວດກາແກ້ໄຂ ບັນຫາກິ່ນເໝັນ ຂອງໂຮງງານ ດັ່ງກ່າວ ຢ່າງໃກ້ຊິດຢູ່.
ດ້ານເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງເຊໂປນ ກ່າວວ່າ ກ່ຽວກັບກິ່ນເໝັນຈາກໂຮງງານເຈັ້ຽ ຊັນເປເປີ ນັ້ນບໍ່ຮູ້ຄັນແນ່ວ່າ ມີອັນຕລາຍຕໍ່ ສຸຂພາບ ຂອງປະຊາຊົນ ຫຼາຍໜ້ອຍຊໍ່າໃດ ເພາະບໍ່ມີເຄື່ອງວັດແທກ ຮູ້ພຽງແຕ່ວ່າ ສົ່ງຜົລເສັຽຕໍ່ສຸຂພາບຈິດ ຂອງ ປະຊາຊົນແບບຫຼີກຫຼ້ຽງ ບໍ່ໄດ້. ດັ່ງທີ່ທ່ານ ກ່າວວ່າ:
“ກະບໍ່ຮູ້ຄືກັນ ວ່າຂັ້ນຕອນຂອງການກວດຫັ້ນ ເຮົາບໍ່ໄດ້ເອົາຕົວໃດມາວັດແທກຫັ້ນນະ ມັນກະຍາກຢູ່ໃດ໋ ກະບໍ່ຮູ້ວ່າມັນຊິ ອັນຕະລາຍຊ່ຳໃດ ຫັ້ນນະ ແຕ່ວ່າມັນຊິມີລົບກວນຫັັ້ນແຫຼະ.”
ເມື່ອວັນທີ 6 ກໍຣະກະດາ ຜ່ານມາຄນະປົກຄອງເມືອງເຊໂປນ ແລະພາກສ່ວນກ່ຽວຂ້ອງ ຈາກແຂວງສວັນນະເຂດ ໄດ້ປະຊຸມກັບເຈົ້າຂອງ ໂຮງງານ ດັ່ງກ່າວ ເພື່ອຫາວິທີແກ້ໄຂບັນຫາ ກິ່ນເໝັນນັ້ນ ໃນເບື້ອງຕົ້ນ ຝ່າຍເຕັກນິກ ຂອງໂຮງງານຣາຍງານວ່າ ສາເຫດ ທີ່ມີກິ່ນເໝັນ ເປັນຍ້ອນນໍ້າເສັຽໄຫຼ ເຂົ້າອ່າງບໍາບັດ ຜ່ານຄວາມຮ້ອນສູງເກີນໄປ ຈຶ່ງເຮັດໃຫ້ມີກິ່ນເໝັນ ແຮງເກີນຄວບຄຸມ ແລະໂຮງງານ ຈະໄດ້ປັບ ຄວາມຮ້ອນ ນັ້ນໃຫ້ເຫຼືອ ປະມານ 35 ຫາ 40 ອົງສາ ເພື່ອເຮັດໃຫ້ນໍ້າເສັຽ ສົ່ງກິ່ນເໝັນໜ້ອຍລົງ.
ໂຮງງານດັ່ງກ່າວ ເຣີ້ມເຮັດການຜລິດ ໃນໄລຍະທົດລອງ ຕັ້ງແຕ່ວັນທີ່ 21 ເດືອນພຶສພາ ໄປຈົນຮອດ ວັນທີ່ 20 ເດືອນສິງຫາ ປີນີ້.