ມາຕຖານຂົວນ້ຳຊັນຖືກ ກວດສອບ
2016.09.15
ເຈົ້າໜ້າທີ່ ສະເພາະກິຈ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງລາວ ໄດ້ໄປກວດກາ ມາຕຖານ ຂອງ ການກໍ່ສ້າງ ຂົວ ຂ້າມນ້ຳຊັນ ເມືອງທ່າໂທມ ແຂວງ ໄຊສົມບູນ ຍ້ອນຂົວນັ້ນ ເປ່ເພ. ເຈົ້າໜ້າທີ່ ຂອງກະຊວງ ເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ໃນອາທິດ ທີ່ ຜ່ານມາວ່າ ສະພາບການ ເປ່ເພ ຂອງຂົວ ນັ້ນແມ່ນ ເປັນຍ້ອນ ການກໍ່ສ້າງ ບໍໍ່ໄດ້ ມາຕຖານ ຊຶ່ງ ປັດຈຸບັນ ທາງກະຊວງ ກຳລັງ ກວດສອບ ຢູ່.
ທ່ານວ່າ ທີ່ຜ່ານມາ ໄດ້ໄປກວດສອບ ຫຼາຍໂຄງການ ແລ້ວ ແລະ ເຫັນວ່າ ບໍ່ໄດ້ມາຕຖານ ດ້ານເຕັກນິກ ແລະ ໃຊ້ວັສດຸ ກໍ່ສ້າງ ທີ່ບໍ່ມີ ຄຸນນະພາບ, ມີການ ປ່ອຍປະລະເລີຍ ຂອງ ກົມກວດກາ ເຕັກນິກ, ບໍ່ມີການ ກວດສອບ ເຣຶ່ອງ ຄຸນນະພາບ ຂອງ ບໍລິສັດ ຮັບເໝົາ ກໍ່ສ້າງ.
ທ່ານເວົ້າອີກວ່າ ນອກຈາກ ຂົວ ຂ້າມນ້ຳຊັນ ແລ້ວ ກໍຍັງມີ ຂົວນ້ຳງາດ ແຂວງວຽງຈັນ, ຂົວ ຂ້າມນ້ຳຂອງ ຢູ່ແຂວງ ໄຊຍະບູຣີ ແລະ ຍັງມີຂົວ ອີກຫຼາຍແຫ່ງ ທີ່ເປ່ເພ ຍ້ອນການກໍ່ສ້າງ ບໍ່ໄດ້ ມາດຕະຖານ ຊຶ່ງຂນະນີ້ ກຳລັງເລັ່ງໃຫ້ ສ້ອມແປງ ຢູ່. ກ່ຽວກັບ ບັນຫາ ດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ເຄີຍໄດ້ ຕິດຕໍ່ໄປຫາ ເຈົ້າໜ້າທີ່ ຂັ້ນສູງ ຂອງ ກະຊວງ ເພື່ອຂໍຣາຍລະອຽດ ແຕ່ບໍ່ໄດ້ ຮັບຄໍາຕອບ.
ເມື່ອຕົ້ນປີ ທີ່ແລ້ວ ກະຊວງ ໂຍທາທິການ ແລະຂົນສົ່ງ ໄດ້ແຕ່ງຕັ້ງ ຄນະກຳມະການ ກວດກາ ແລະ ປຶກສາຫາລື ກ່ຽວກັບ ການສ້ອມແປງ ຂົວ ຂ້າມນ້ຳຊັນ ຊຶ່ງ ປະກອບດ້ວຍ 8 ທ່ານ ເພື່ອ ໄປກວດກາ, ຕີຣາຄາ ສະຖານະພາບ ຂອງຂົວ ຕົວຈິງ ແລະ ປະເມີນ ມູລຄ່າ ການ ສ້ອມແປງ ແລະ ສະເໜີ ຮູບການ ຄັດເລືອກເອົາ ບໍຣິສັດ ຮັບເໝົາ ເພື່ອ ສ້ອມແປງ ຂົວ ດັ່ງກ່າວນັ້ນ.