ສຳພາດທ່ານເຈົ້າເມືອງ ສະໜາມໄຊ

ອຸ່ນແກ້ວ ສຸກສະຫວັນ
2018.07.24
F-Snamxay ໜ່ວຍກູ້ພັຍຂອງທາງການ ອອກທໍາການຊ່ອຍເຫຼືອ ປະຊາຊົນ ໃຫ້ໄປຢູ່ໃນພື້ນທີ່ປອດພັຍ
Screen captured : Attapeu Atp

ກ່ຽວກັບເຫດການນ້ຳຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ຢ່າງໜັກໜ່ວງ ເອເຊັຽເສຣີ ໄດ້ຂໍສຳພາດ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສະໜາມໄຊ ຕອນເວລາ ປະມານ 6 ໂມງເຊົ້າ ຂອງມື້ນີ້. ທ່ານ ບຸນໂຮມ ພົມມະສານ ກ່າວວ່າສາເຫດ ທີ່ເຮັດໃຫ້ ນ້ຳຖ້ວມໜັກ ແມ່ນເປັນຍ້ອນ ສັນເຂື່ອນເຊປຽນ ແຕກ.

ນອກຈາກນີ້ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ກໍໄດ້ໃຫ້ສຳພາດ ເອເຊັຍເສຣີ ໃນເວລາປະມານ 16 ໂມງ ຂອງມື້ນີ້ (24 ກໍຣະກະດາ) ວ່າດຽວນີ້ ກະກຳລັງຊ່ວຍເຫລືອ ປະຊາຊົນ ຕັ້ງແຕ່ 5 ໂມງແລງ ຂອງວານນີ້ (23 ກໍຣະກະດາ) ຈົນມາຮອດດຽວນີ້ ວັນທີ 24 ກໍຣະກະດາ.

ກ່ອນທີ່ ສັນເຂື່ອນຈະແຕກ, ໃນວັນທີ 23 ກໍຣະກະດາ 2018, ບໍຣິສັດ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ອອກແຈ້ງການດ່ວນ ໃຫ້ມີ ການຍົກຍ້າຍ ປະຊາຊົນ ຢູ່ໃກ້ເຂດເຂື່ອນເຊປຽນ ຍ້ອນວ່າສັນເຂື່ອນ ມີຮອຍແຕກແຫງ ແລະຊຸດຕົວ.

ທ່ານ Lee Kang Yeol ຫົວໜ້າຝ່າຍຈັດສັນ ຍົກຍ້າຍປະຊາຊົນ ຂອງບໍຣິສັດດັ່ງກ່າວ ໄດ້ມີໄດ້ອອກແຈ້ງການດ່ວນ ໄປຫາຫົວໜ້າຝ່າຍ ຈັດສັນ ແລະ ຍົກຍ້າຍ ປະຊາຊົນ ຢູ່ແຂວງຈຳປາສັກ ແລະ ແຂວງອັດຕະປື ເພື່ອໃຫ້ຍົກຍ້າຍປະຊາຊົນ ທີ່ຢູ່ພື້ນທີ່ລຸ່ມ ແມ່ນ້ຳເຊປຽນ ໃຫ້ຂຶ້ນໄປຢູ່ພື້ນທີ່ສູງ. ເນື້ອໃນແຈ້ງການໄດ້ຂຽນວ່າ:

ບໍຣິສັດເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ຫລື PNPC ຕ້ອງຂໍອະພັຍ ທີ່ຈະແຈ້ງໃຫ້ທ່ານໄດ້ຊາບວ່າ ສັນເຂື່ອນ ຫລື Saddle Dam D ປັດຈຸບັນຢູ່ໃນສະພາບ ທີ່ບໍ່ປອດພັຍ ແລະຈະເປັນອັນຕະລາຍ ຍ້ອນຝົນຕົກໜັກ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ເຮັດໃຫ້ປະຣິມານ ນ້ຳໄຫລລົ້ນຝາຍກັ້ນນ້ຳ ຂອງເຂື່ອນ ຫລື Dam Crest. ຖ້າວ່າ ຄູກັ້ນອ່າງເກັບນ້ຳຂອງເຂື່ອນ ແຕກ, ຈະເຮັດໃຫ້ປະຣິມານນ້ຳ ຈໍານວນ 5 ລ້ານໂຕນ ໄຫລລົງສູ່ພື້ນທີ່ຕອນລຸ່ມຂ ອງແມ່ນ້ຳເຊປ່ຽນ.

ສະນັ້ນຈຶ່ງແຈ້ງການດ່ວນເຖິງພໍ່ແມ່ປະຊາຊົນ ທີ່ຢູ່ໃກ້ກັບແມ່ນ້ຳເຊປ່ຽນ ຕອນລຸ່ມ ໃຫ້ອົພຍົບໄປຢູ່ພື້ນທີ່ສູງ ເພື່ອຫລີກລ້ຽງອຸບັດຕິເຫດ ທີ່ບໍ່ຄາດຄິດ ຍ້ອນຝົນຕົກໜັກ. ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຈະພຍາຍາມເຮັດທຸກຢ່າງ ໃນການອົພຍົບ ປະຊາຊົນ.

ນັ້ນເປັນແຈ້ງການຂອງ ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ໄດ້ອອກມາໃນວັນທີ 23 ກໍຣະກະດາ ກ່ອນທີ່ສັນເຂື່ອນ ຫລື Saddle Dam D ຈະແຕກ.

ນອກຈາກນີ້ ກໍມີຣາຍງານຢ່າງບໍ່ເປັນທາງການ ວ່າພົບຜູ້ເສັຍຊີວິດ 2 ຄົນ ໃນເບື້ອງຕົ້ນ. ສ່ວນວ່າ ຣາຍລະອຽດເພີ້ມເຕີມ ວິທຍຸເອເຊັຍເສຣີ ຈະຕິດຕາມ ແລະຣາຍງານອີກໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.