ຜູ້ເຄາະຮ້າຍຈາກເຂື່ອນແຕກ ບັນຫາ ທະວີຄູນ
2019.02.08

ເຈົ້າໜ້າທີ່ຜູ້ຕາງໜ້າກຸ່ມອົງການຈັດຕັ້ງພາກປະຊາສັງຄົມ, ຈາກປະເທສເກົາຫຼີໃຕ້, ທີ່ໄດ້ໄປຢ້ຽມຢາມຜູ້ປະສົພພັຍເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເມື່ອເດືອນມົກກະຣາ ທີ່ຜ່ານມານັ້ນໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 08 ກຸມພາ ນີ້ວ່າ, ການຟື້ນຟູຊີວິຕການເປັນຢູ່ ຂອງຊາວບ້ານ, ທີ່ປະສົພພັຍເຂື່ອນແຕກນັ້ນ ຍັງດຳເນີນໄປຢ່າງຊ້າ, ຊາວບ້ານສ່ວນໃຫຍ່ ຢູ່ໃນສະພາວະ ທີ່ຫຍຸ້ງຍາກ, ຂາດເຂີນເຄື່ອງໃຊ້ສອຍ ທີ່ຈຳເປັນໃນຊີວິຕປະຈຳວັນ ແລະ ເຂົ້າປາ ອາຫານ ແມ່ນຖືວ່າຢູ່ໃນສະຖານນະການ ທີ່ຫຍຸ້ງຍາກ ທີ່ສຸດ. ດັ່ງຍານາງໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 08 ກຸມພາ ນີ້ວ່າ:
“Their lives are not really in good condition and they are kind of lack of basic needs for their lives. Food is the most difficult thing that they are the most in difficult situation because they only get their rice from the government and only 5,000 kip per day for their basic meal. ຊີວິຕການເປັນຢູ່ຂອງພວກຜູ້ປະສົພພັຍ ແມ່ນບໍ່ຄ່ອຍຈະດີ ເລີຍ ແລະ ພວກເຂົາກໍຂາດສິ່ງຈຳເປັນພື້ນຖານໃນຊີວິຕປະຈຳວັນ. ເຂົ້າປາອາຫານ ແມ່ນສິ່ງທີ່ຫຍຸ້ງຍາກທີ່ສຸດ ສຳລັບຊາວບ້ານ ເພາະວ່າ ພວກເຂົາພຽງແຕ່ໄດ້ຮັບເຂົ້າສານ ຈາກຣັຖບານຈັດຫາມາໃຫ້ ແລະ ສຳລັບຄ່າອາຫານແມ່ນ 5 ພັນກີບຕໍ່ມື້."
ຍານາງກ່າວຕື່ມວ່າ, ນອກຈາກເງິນຊື້ອາຫານທີ່ໜ້ອຍ ບໍ່ພຽງພໍຕໍ່ການກິນຢູ່ໃນແຕ່ລະມື້ແລ້ວ, ຊາວບ້ານຍັງບໍ່ມີນ້ຳດື່ມພຽງພໍ ເມື່ອທຽບກັບ ຊີວິຕກ່ອນເຂື່ອນແຕກ. ນອກຈາກນີ້ຊາວບ້ານຈຳນວນນຶ່ງ ເກີດປ່ວຍທາງຈິຕ, ແລະມີອາການທາງປະສາດ, ບາງຄົນຢູ່ໃນສະພາວະເພີ້ຝັນ, ເມີ່ລອຍ ຢ້ານກົວວ່າຈະເກີດເຂື່ອນແຕກ ຊ້ຳອີກ ແລະ ຍັງຝັນເຫັນພາບມື້ທີ່ເຂື່ອນແຕກນັ້ນຢູ່ທຸກມື້.
“Some of them expressed their trauma. Some of them are dreaming of that night that evening of the incident. Some of them are very scared of the collapse every day. When they visit their houses again they feel like scary. ບາງຄົນສະແດງອາການລະເມີເພີ້ຝັນ, ບາງຄົນຍັງຄົງຝັນເຫັນເຫຕການເຂື່ອນແຕກ, ໃນແລງແລະຄືນມື້ນັ້ນ. ບາງຄົນ ຢ້ານວ່າເຂື່ອນແຕກທຸກມື້. ເມື່ອພວກເຂົາກັບເມືອຢາມເຮືອນເກົ່າເຂົາອີກເທື່ອນຶ່ງ ພວກເຂົາຮູ້ສຶກຢ້ານ."
ຍານາງກ່າວມ້ວນທ້າຍວ່າ ສິ່ງທີ່ຊາວບ້ານຕ້ອງການທີ່ສຸດໃນເວລານີ້, ແມ່ນການຂະບວນການກັບເຂົ້າສູ່ຊີວິຕການເປັນຢູ່ຢ່າງມີອິສລະ ຄື ແຕ່ກ່ອນ, ເພາະຊາວບ້ານສ່ວນໃຫຍ່, ເປັນຊາວໄຮ່ຊາວນາ ກໍຢາກກັບໄປຊອກຢູ່ຫາກິນຕາມທີ່ຄຸ້ນເຄີຍ, ເຊິ່ງການຢູ່ໃນຄ້າຍພັກຊົ່ວຄາວ ທີ່ທາງການຈັດສັນໄວ້ໃຫ້ ແມ່ນເຕັມໄປດ້ວຍຄວາມກົດດັນ, ອຶດອັດໃຈ ແລະ ຮູ້ສຶກສິ້ນຫວັງກັບຊີວິຕ.
ປະຈຸບັນ, ທາງການລາວ ກໍເລັ່ງຟື້ນຟູຊີວິຕການເປັນຢູ່ໃຫ້ແກ່ຊາວບ້ານ, ໂດຍແມ່ນສຳນັກງານນາຍົກຣັຖມົນຕຣີ, ກໍໄດ້ອອກແຈ້ງການ ໃນວັນທີ 06 ກຸມພາ ຮຽກຮ້ອງໃຫ້ຄນະກັມມະການສະເພາະກິຈ, ເລັ່ງຟື້ນຟູຊີວິຕການເປັນຢູ່ຜູ້ປະສົພພັຍໂດຍໄວ.