ນັກຮຽນບໍ່ມີເຄື່ອງນຸ່ງ ຍາມໜາວ
2020.12.22
ເດັກນ້ອຍນັກຮຽນ ໂຄງຮຽນ ມໍ ຕົ້ນ ວຽງແກ້ວ ເມືອງແບງ ແຂວງອຸດົມໄຊ ຂາດເຂີນເຄື່ອງຊຸດນອນ ແລະ ເຄື່ອງນຸ່ງ ໃນຍາມໜາວ.
ເດັກນ້ອຍນັກຮຽນຊົນເຜົ່າກຶມຸ ໂຮງຮຽນ ມໍ ຕົ້ນ ວຽງແກ້ວ ຢູ່ບ້ານຕ່າງດູ່ ເມືອງແບງ ແຂວງອຸດົມໄຊ ທີ່ນອນຫໍພັກ ຂາດເຂີນຜ້າຫົ່ມ, ສາດປູບ່ອນນອນ, ໂສ້ງ ເສື້ອ, ມຸ້ງ ແລະ ອາຫານ ແຫ້ງຕ່າງໆ ເປັນເວລາ 10 ປີ ແລ້ວ.
ເຖິງວ່າ ຄຣູ ຢູ່ໂຮງຮຽນໄດ້ຂຽນໃບສເນີ ຫາທາງການຂັ້ນເມືອງ ແລະ ຂັ້ນແຂວງ, ແຕ່ແຂວງແລະເມືອງ ກໍບໍ່ໄດ້ສນອງງົບປະມານ ໃຫ້ໄດ້. ຄຣູທ່ານນຶ່ງ ຜູ້ທີ່ສງວນຊື່ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 22 ທັນວາ ວ່າ:
"ຂາດເຂີນມາ 10 ປາຍປີມາແລ້ວ, ຫຼັກໆກໍແມ່ນອາຫານການກິນ ສໍາເຣັດຮູບນີ້ແຫຼະ, ການກິນຢູ່ເຂົາເຈົ້າກະບໍ່ພຽງພໍ ເຄື່ອງນຸ່ງຫົ່ມ ຫັ້ນ, ຊ່ວງນີ້ມັນກໍຈະໜາວແດ່ ຖືວ່າຂຽນໄປ ສເນີໄປ ຕລອດເກືອບວ່າທຸກເດືອນ ຫັ້ນແຫຼະ, ກະບໍ່ມີຕອບສນອງ ຫັ້ນ, ກະມີແຕ່ປ່ອຍ ເຂົາຢູ່ກິນ ຕາມທໍາມະຊາດກະແບບນີ້ແຫຼະ ຄັນຂັ້ນເທິງບໍ່ເບິ່ງກະບໍ່ສ່າງຊິວ່າແຫຼະ."
ສະພາບຫໍພັກຂອງນັກຮຽນ, ປູພື້ນ ແລະແອ້ມຝາ ດ້ວຍໄມ້ແປ້ນ ແລະ ບາງບ່ອນກໍເປ່ເພ. ໂຮງຮຽນດັ່ງກ່າວມີນັກຮຽນທັງໝົດ 243 ຄົນ ແລະ ນັກຮຽນທີ່ນອນຫໍພັກມີຈໍານວນ 126 ຄົນ ຊຶ່ງໃນນັ້ນ ມີຜູ້ທີ່ຂາດເຂີນເຄື່ອງຊຸດນອນ ແລະ ເຄື່ອງນຸ່ງ 86 ຄົນ ທີ່ມາຈາກ ຄອບຄົວທີ່ທຸກຍາກ. ທ່ານກ່່າວຕື່ມອີກວ່າ:
"ມັນເປັນຊົນເຜົ່າກຶມຸ ໝົດຢູ່ນີ້ແຕ່ວ່່າບໍ່ແມ່ນໂຮງຮຽນກິນນອນຊົນເຜົ່າ, ເດັກຂາດເຊີນມີຢູ່ 86 ຄົນ, ທີ່ວ່າ ມີຣາຍຊື່ທີ່ວ່າ ເຮົາບໍ່ໄດ້ ເກັບເງິນ ກ່ຽວກັບເງິນສະມາຄົມກິລາ ແລະ ກະການພັນທະຕ່າງໆ ເຮົາບໍ່ໄດ້ເກັບນໍາເຂົາ, ເພາະເຂົາມີໃບຢັ້ງຢືນ ຈາກອົງການ ປົກຄອງບ້ານ ເຮົານີ້ທີ່ວ່າ ພໍ່ແມ່ບໍ່ສາມາດຊ່ວຍເຫຼືອໄດ້ນ່າ."
ເຈົ້າໜ້າທີ່ເມືອງແບງ ຜູ້ຂໍສງວນຊື່ ກ່າວວ່າ ກໍາລັງຕິດຕໍ່ໄປຫາໂຮງຮຽນ ວ່າ ຕ້ອງການເຄື່ອງນຸ່ງຫົ່ມເທົ່າໃດ, ແຕ່ຈະຊ່ວຍເຫຼືອ ເບື້ອງຕົ້ນກ່ອນຕາມຄວາມສາມາດ ເຖີງວ່າ ງົບປະມານ ສໍາລັບໃຫ້ໂຮງຮຽນຍັງບໍ່ມີກໍຕາມ:
"ງົບຫັ້ນແທ້ ກະບໍ່ມີດອກເນາະ, ພວກເຮົາມີເຄື່ອງຢູ່ນີ້ຈໍານວນນຶ່ງເນາະ, ກະບໍ່ຫຼາຍດອກ ແຕ່ວ່າແກ້ໄຂໄດ້ຊໍ່າໃດກະຊິແກ້ຫັ້ນນ່າ, ດຽວນີ້ກໍາລັງຈະຕິດຕໍ່ຫາທາງໂຮງຮຽນ ເຂົາເບິ່ງເນາະ, ຕ້ອງການເຄື່ອງນຸ່ງຫົ່ມຫັ້ນເທົ່າໃດ ເສື້ອຜ້າເທົ່າໃດ."
ເຈົ້າໜ້າທີ່ເມືອງແບງ ທ່ານນີ້ ກ່າວວ່າ ນັກຮຽນທີ່ນອກຢູ່ຫໍພັກ ມາຈາກບ້ານໄກ ແລະ ມີຄອບຄົວທຸກຍາກ:
"ບາງຄອບຄົວກະຈົນວ່າ ເຂົ້າຂາດແລງ ແກງຂາດໝໍ້ ພຸ້ນນ່າ, ທຸກຍາກແທ້ໆລະ, ຜ້າຫົ່ມ ຜ້າຫຍັງກະບໍ່ມີຫັ້ນນ່າ, ບາງຄອບຄົວ ກະເຖິງຂັ້ນນັ້ນເດ້ ເວລານອນກະຈົນວ່າໄດ້ດັງໄຟຜິງ ໄປນອກໝົດຄືນຫັ້ນນ່າ."
ເຈົ້າໜ້າທີ່ຫ້ອງການສຶກສາ ເມືອງແບງ ທ່ານນຶ່ງ ໄດ້ກ່າວວ່າ, ຍັງບໍ່ມີງົບປະມານຈາກຣັຖບານ ແຕ່ ຈະມີພາກເອກະຊົນເຂົ້າມາ ຊ່ວຍເຫຼືອບາງຄັ້ງ:
"ງົບປະມານສ່ວນຫຼາຍ ບໍ່ມີດອກເດີ, ດົນໆ ກໍຈະມີເປັນໂຄງການ, ເປັນບໍຣິສັດ ອີ່ຫຍັງເຂົ້າຊ່ວຍເຫຼືອ, ແລະ ດົນໆ ກໍຈະມີພາກ ເອກະຊົນ ເເຂົ້າມາຊ່ວຍເຫຼືອ ຫາກບໍ່ມີຫຼາຍດອກ."
ຫຼັງຈາກສື່ສັງຄົມອອນລາຍ ໄດ້ເຜີຍແຜ່ອອກໄປ, ກໍມີປະຊາຊົນບາງສ່ວນ ເຂົ້າມາຊ່ວຍເຫຼືອ ດ້ວຍການມອບອາຫານແຫ້ງຈໍານວນນຶ່ງ ໃຫ້ແກ່ເດັກນ້ອຍນັກຮຽນ, ແຕ່ນັກຮຽນກໍຍັງ ຂາດເຄື່ອງນຸ່ງນອນ ໃນຍາມໜາວ ອີງຕາມຂໍ້ມູນ ຈາກ ຄຣູ ຢູ່ໂຮງຮຽນວຽງແກ້ວ.
ນອກຈາກໂຮງຮຽນນີ້ແລ້ວ ໂຮງຮຽນໃນຫລາຍແຂວງໃນລາວ ໃນເຂດຫ່າງໄກ ກໍຍັງຂາດເຂີນເຄຶື່ອງກັນໜາວ ແລະ ນຸ່ງຫົ່ມໃນຍາມ ໜາວຫລາຍຢູ່.