ນັກຮຽນເຂດຊົນນະບົດ ຂາດເຂີນ ເຄື່ອງນຸ່ງ ກັນໜາວ
2020.12.04

ນັກຮຽນຊົນເຜົ່າຢູ່ເຂດຫ່າງໄກ ເປັນຕົ້ນຢູ່ພາກເໜືອຂອງລາວ ຮວມທັງແຂວງໄຊສົມບູນ ແຂວງອຸດົມໄຊ ແລະແຂວງຫຼວງນໍ້າທາ ຈໍານວນຫລວງຫລາຍຂາດເຂີນເຄື່ອງ ນຸ່ງຫົ່ມໃນຣະດູໜາວ.
ສະເພາະແຂວງ ໄຊສົມບູນ ນັກຮຽນຊົນເຜົ່າຊັ້ນປະຖົມ-ມັທຍົມຕົ້ນ ທີ່ທຸກຍາກ ຢູ່ເມືອງລ່ອງແຈ້ງ ແລະເມືອງອະນຸວົງ ຈໍານວນ 2 ພັນປາຍຄົນ ຍັງຂາດເຂີນເຄື່ອງນຸ່ງຫົ່ມ ໃນຍາມໜາວ. ນັກຮຽນນຸ່ງເຄື່ອງ 1 ຊຸດເປັນເວລາຫລາຍມື້ ຍ້ອນພໍ່ແມ່ບໍ່ມີເງິນຊື້ໃໝ່ໃຫ້, ໄດ້ດັງ ໄຟຝີງ ກ່ອນເຂົ້າໂຮງຮຽນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກ ສຶກສາທິການ ແລະ ກິລາແຂວງ ໄຊສົມບູນ ຕໍ່ RFA ໃນມື້ວັນທີ 4 ທັນວາ ນີ້:
“ໂຕຈິງນີ໋ ກໍສ່ວນໃຫຍ່ພວກເຮົາ ໃນຊ່ວງໄລຍະນີ້ ເຣື່ອງເຂົ້າກິນອາຫານກໍພໍມີຢູ່ ແຕ່ວ່າເຄື່ອງນຸ່ງຫົ່ມເນາະ ເຂົາເຈົ້າມີເຄື່ອງຊຸດນຶ່ງ ໃຫ້ລູກເຕົ້າເຂົາ ລະເຂົາກໍຢູ່ໄດ້ ຈັ່ງຊີ່ນ່າ ໂດຍພື້ນຖານນ່າ ຂາດຈັ່ງຊື່ ໃໝ່ຈັ່ງຊີ້ນີ໋ນ່າ.”
ທ່ານກ່າວຕື່ມວ່າ ແຂວງ ໄຊສົມບູນ ໄດ້ສເນີແຜນ ຂໍທຶນຊ່ວຍເຫລືອເຣື່ອງເຄື່ອງນຸ່ງຫົ່ມ ໃຫ້ນັກຮຽນພາຍໃນແຂວງ ໄປຫາຂັ້ນເທິງ ແຕ່ຂັ້ນເທິງບໍ່ທັນອະນຸມັດເທື່ອ ຍັງຢູ່ ໃນຂັ້ນຕອນ ຂອງການຄົ້ນຄວ້າພິຈາຣະນາຢູ່.
ຢູ່ເມືອງງາ ເມືອງຮຸນ ເມືອງປາກແບງ ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ກໍມີນັກຮຽນຊົນເຜົ່າຢູ່ຊັ້ນ ປະຖົມ-ມັທຍົມຕົ້ນ ທີ່ຢູ່ເຂດພູດອຍ ທຸກຍາກ ຫລືເປັນກໍາພ້າກໍາພອຍ ກໍມີຫລາຍເຖິງ 2 ພັນປາຍຄົນ ທີ່ຂາດເຂີນເຄື່ອງນຸ່ງຫົ່ມ. ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາແຂວງອຸດົມໄຊ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:
“ເດັກຊົນເຜົ່າທີ່ຢູ່ຫ່າງໄກ ສອກຫລີກຫັ້ນແຫລະ ມາໂຮງຮຽນນີ໋ ເຈົ້າໄປເບິ່ງທະແມ໋ ເຈົ້າດູຕົນຊາດພຸ້ນແຫລະ ມາໂຮງຮຽນກໍເສື້ອຂາດ ບໍ່ມີເສື້ອ ໃຫຍ່ມາມາສັ່ນທົດໆໆໆຢູ່ນີ້ ເຫັນຢູ່ນີ໋ຈົນວ່າ ໂອ໋ຍ ສັ່ນທົດໆໆໆນີ້ນ່າ ຄັນໄປເບິ່ງຢູ່ທາງນອກນີ໋ ນໍ້າຕາຈົນຮອດສິອອກ ກໍຍັງວ່າ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ແຂວງອຸດົມໄຊ ຍັງມີເດັກນ້ອຍທຸກຍາກ ແລະກໍາພາກໍາພອຍ ຫລາຍ ທີ່ຍັງລໍຖ້າການຊ່ວຍເຫລືອ ເຣື່ອງເງິນອຸດໜູນຣາຍເດືອນ ເຄື່ອງນຸ່ງຫົ່ມ ນັ້ນຢູ່.
ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາແຂວງ ກໍກ່າວຕໍ່ RFA ໃນມື້ວັນທີ 4 ທັນວານີ້ວ່າ ນັກຮຽນຊົນເຜົ່າ ຊັ້ນມັທຍົມຢູ່ເຂດນອກ 1,061 ຄົນ ທຸກຍາກ ຫລື ເປັນກໍາພ້າກໍາພອຍ ກໍຂາດເຂີນເຄື່ອງນຸ່ງຫົ່ມ ແລະ ເຄື່ອງນອນ ກັນໜາວຄືກັນ, ຈະດັງ ໄຟຝິງ ກໍບໍ່ມີໄມ້ທີ່ຈະໃຫ້ດັງ ໄມ້ດັງໄຟຫາຍາກຫລາຍ, ທ່ານກ່າວ:
“ໂອ໋ ຣະດູໜາວເປັນໄປໄດ້ກໍຢາກໄດ້ເສື້ອກັນໜາວ ນີ໋ແຫຼະ ຜ້າຫົ່ມຈຸນີ໋ ອັນອື່ນແທ້ກໍດີຢູ່. ໂອ໋ ໜາວລະບໍ່ ດັງໄຟກໍຄື ຢູ່ໂຮງຮຽນ ຊົນເຜົ່ານີ໋ກໍ໋ ຈະດັງໄຟກໍບໍ່ມີຟືນ ຟືນກໍຊອກຫາຍາກ ແຕ່ກໍຮູ້ຈັກດັງແຫຼະ ເຂົາກໍແບ່ງກັນໄປຊອກ, ຊອກກະສ່ວນຫຼາຍກໍໄກແຫຼະເນາະ ໄກຣົດຣາງກໍບໍ່ມີອີກ.”
ທ່ານກ່າວຕື່ມວ່າຜແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ໄດ້ຮັບທຶນຈາກແຂວງ ຊຶ່ງກໍຖືວ່າບໍ່ພຽງພໍ ຫັກຄ່າອາຫານ ເດັກນ້ອຍ ກໍໝົດແລ້ວ.
ນາຍຄຣູຢູ່ໂຮງຮຽນ ມັທຍົມກິນນອນ ຊົນເຜົ່າ ບ້ານເລົາ ເມືອງນາແລ ແຂວງຫລວງນໍ້າທາ ກ່າວວ່າ ຢາກໄດ້ເຄື່ອງນຸ່ງຫົ່ມ ແລະ ເຄື່ອງນອນກັນໜາວ ໃຫ້ນັກຮຽນ ເນື່ອງຈາກນັກຮຽນ ຈໍານວນນຶ່ງ ມີເຄື່ອງມາ ຊຸດ 2 ຊຸດ ແລ້ວນຸ່ງກັນໜາວຕລອດ ບໍ່ໄດ້ປ່ຽນເຄື່ອງ ແລະ ອາສັຍດັງໄຟຝີງ ຢູ່ໜ້າຫໍພັກ ກ່ອນເຂົ້າຮຽນ ເພື່ອອົບອຸ່ນຮ່າງກາຍ:
“ເຂົາເຈົ້າໃຊ້ຊີວິດ ຖືວ່າມາຮຽນຢູ່ ອອກຈາກພໍ່ແມ່ມາຢູ່ໃນຫໍພັກຫັ້ນນະ ແລ້ວກໍມາຮຽນຫັ້ນນ່າມັນໃຊ້ເວລາ 5 ວັນເນາະ ເຂົາເຈົ້າ ລະມີແຕ່ເຄື່ອງ 1-2 ຊຸດຫັ້ນນ່າ ແລ້ວນຸ່ງຕລອດເລີຍ ຖ້າວ່າເຈົ້າຊັກເນາະ ມັນກໍຕາກບໍ່ທັນແຫ້ງ ມື້ທີ່ໜາວແຮງ ເຂົາເຈົ້າກໍດັງໄຟຝີງ ຢູ່ໜ້າຫໍພັກ ແລ້ວພວກເຮົາກໍເລື່ອນ ເວລາຂຶ້ນຫ້ອງ ນັ້ນໄປ ປະມານ 9 ໂມງປາຍ ພວກເຮົາຈຶ່ງຮຽນ.”
ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງຫລວງນໍ້າທາ ທ່ານດຽວກັນນີ້ ກ່າວອີກວ່າ ຖ້າຫາກມີຜູ້ໃດ ສາມາດຮວບຮວມ ເຄື່ອງຂອງ ບໍຣິຈາກ ໃຫ້ນັກຮຽນພາຍໃນແຂວງ ນີ້ໄດ້ ຈະອອກໃບຍ້ອງຍໍ ປະກາດກຽດຕິຄຸນ ທີ່ເຮັດຄວາມດີຕໍ່ສັງຄົມໃຫ້.
ອີງຕາມຣາຍງານຂອງກົມ ອຸຕຸນິຍົມ ແລະ ອຸທົກສາດ ນະຄອນຫລວງວຽງຈັນ ວັນທີ 30 ພຶສຈິກາ ຜ່ານມາ, ສະພາບອາກາດແຕ່ ວັນທີ 30 ພຶສຈິກາ ຫາວັນທີ 6 ທັນວາ ສະເພາະ ແຂວງອຸດົມໄຊ ແລະ ຫລວງນໍ້າທາ ຈະໜາວ ພ້ອມທັງມີໝອກໜາ ປົກຫຸ້ມຢູ່ ທົ່ວໄປ. ໃນຕອນເຊົ້າ ອຸນຫະພູມຕໍ່າສຸດ 10 ຫາ 12 ອົງສາ, ສູງສຸດ 24 ຫາ 26 ອົງສາ.
ບາງມື້ອາກາດອາຈລົງເຖິງ 1 ຫລື 2 ອົງສາ. ສະເພາະແຂວງ ໄຊສົມບູນ ອາຈໜາວເຢັນ ພ້ອມມີໝອກບາງ ປົກຄຸມທົ່ວໄປ ແລະ ໝອກໜາໃນຕອນເຊົ້າ ພ້ອມທັງມີລົມພັດແຮງ ຢູ່ບາງບໍຣິເວນ. ອຸນຫະພູມຕໍ່າສຸດ 8 ຫາ 10 ອົງສາ ແລະສູງສຸດ 24 ຫາ 26 ອົງສາ.