ແຂວງຊຽງຂວາງ ຕຣຽມພ້ອມເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມສ໌ໃນທ້າຍປີ 2022 ນີ້ ພາຍຫລັງທີ່ໄດ້ເລື່ອນ ການຈັດມາເປັນເວລາ 3 ປີ ຍ້ອນບັນຫາເຣື່ອງຂອງສະພາບ ອາກາດແລະການແຜ່ຣະບາດຂອງ ໂຄວິດ-19 ໂດຍອີງຕາມ ກຳນົດເບື້ອງຕົ້ນ ຈະມີພິທີເປີດການແຂ່ງຂັນ ໃນວັນທີ 13 ທັນວາ 2022 ແລະ ມີພິທີປິດການແຂ່ງຂັນ ໃນວັນທີ 22 ທັນວາ 2022.
ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຊຽງຂວາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 11 ມີນານີ້ວ່າ:
“ຄະນະຮັບຜິດຊອບ ເພິ່ນປະຊຸມກັນວາງແຜນ ເບື້ອງຕົ້ນກວດຄືນອັນເກົ່າ ແລ້ວກະຊິກຽມຄວາມພ້ອມໃໝ່ນີ້ນ່າ ເພື່ອຊິກະກຽມກໍວາງແຜນ ຄາດຄະເນໄວ້ທ້າຍປີນີ້ແຫລະເດືອນ 12 ມີແຕ່ວ່າດຽວນີ້ ເພິ່ນມອບໃຫ້ກັມມະການເຕັກນິກ ກວດກາຄວາມພ້ອມຄືນ.”
ທ່ານໄດ້ກ່າວຕື່ມວ່າ ສຳລັບປະເພດກິລາທີ່ຈະທຳການແຂ່ງຂັນ ໃນກິລາແຫ່ງຊາດຄັ້ງນີ້ ມີຈຳນວນ 28 ປະເພດ ສ່ວນຈຳນວນນັກກິລາທີ່ຈະເຂົ້າຮ່ວມ, ບ່ອນພັກນັກກິລາ, ບ່ອນຈັດ ການແຂ່ງ ແລະມາຕການຕ່າງໆ ນັ້ນຍັງຈະມີການຫາລືກັນ ໃນກອງປະຊຸມຣະດັບຊາດ ທີ່ຈະມີຂຶ້ນໃນເດືອນເມສານີ້ ແລະຈະມີການຖແລງຂ່າວ ໃຫ້ຮູ້ອີກເທື່ອນຶ່ງ. ຖ້າວ່າຍັງມີການແຜ່ຣະບາດຂອງ ໂຄວິດ-19 ຫລາຍໃນໄລຍະທີ່ມີການແຂ່ງຂັນກິລາ ແຫ່ງຊາດກໍຈະປັບປ່ຽນຮູບແບບ ຈັດການແຂ່ງຂັນກິລາປະເພດຕ່າງໆ ໃນຣະບົບປິດໂດຍບໍ່ໃຫ້ຜູ້ຊົມ ເຂົ້າສນາມຄື ກັນກັບການແຂ່ງຂັນກິລາ ໂອລີມປິກທີ່ປະເທດຢີ່ປຸ່ນເມື່ອປີກາຍ.
ໃນຂະນະດຽວກັນ ທາງຄະນະຮັບຜິດ ຊອບຈັດການແຂ່ງຂັນກິລາ ແຫ່ງຊາດຄັ້ງທີ 11 ກໍໄດ້ສຳຣວດແລະຮີບໂຮມຂໍ້ມູນໂຮງແຮມ ແລະ ເຮືອນພັກຫລາຍແຫ່ງ ໃນແຂວງຊຽງຂວາງ ເພື່ອກະຕຣຽມໃຫ້ເປັນບ່ອນພັກຂອງບັນດານັກກິລາ ແລະຄຣູຝຶກຈາກແຂວງຕ່າງໆ ທີ່ຈະເຂົ້າຮ່ວມການແຂ່ງຂັນ ໃນຄັ້ງນີ້ດັ່ງຜູ້ປະກອບການເຮືອນພັກ ທ່ານນຶ່ງກ່າວວ່າ:
"ຕາມແຜນຫັ້ນເນາະ ແຕ່ກໍບໍ່ແນ່ໃຈຕາມແຜນ ເພິ່ນໃຫ້ເກັບກັມຂໍ້ມູນບ້ານພັກ ໂຮງແຮມໝົດເພື່ອວ່າ ຜູ້ແທນບໍ່ແຂກບໍ່ນັກກິລາພີ້ນ່າ 17-18 ແຂວງເພິ່ນເກັບກຳຂໍ້ມູນ ໄວ້ແນວນັ້ນຊິນ່າ ເຮົາມີ 17 ຫ້ອງ. "
ທາງດ້ານຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ແຂວງຊຽງຂວາງຫລາຍຄົນ ກໍຮູ້ສຶກດີໃຈທີ່ຈະມີການແຂ່ງຂັນກິລາແຫ່ງຊາດ ໃນທ້າຍປີນີ້ເພື່ອຊຸກຍູ້ສະພາບ ການທ່ອງທ່ຽວຂອງແຂວງ ໃຫ້ກັບມາຄຶກຄື້ນເນື່ອງຈາກນັບແຕ່ເກີດ ການແຜ່ຣະບາດຂອງໂຄວິດ-19 ມານີ້ເຮັດໃຫ້ໂຮງແຮມ-ເຮືອນພັກຫລາຍແຫ່ງປະສົບບັນຫາ ເຣື່ອງຂາດນັກທ່ອງທ່ຽວ ແລະລາຍໄດ້ຊຶ່ງຫລາຍຄົນກໍຫວັງວ່າ ການຈັດກິລາແຫ່ງຊາດຈະສາມາດດຶງດູດ ບັນດານັກທ່ອງທ່ຽວໄດ້.
ດັ່ງພະນັກງານ ໂຮງແຮມແຫ່ງນຶ່ງ ໃນເທສບານເມືອງແປກກ່າວວ່າ:
“ໂອຖ້າວ່າເພິ່ນເປີດເນາະ ກາຄິດວ່າຈະມີຜົລດີເນາະ ແຂກກາຄືວ່າຫັ້ນແຫລະ ເນາະຊ່ວງທີ່ວ່າໂຄວິດໄປກາຂາດລູກຄ້າ ຫລາຍເນາະເພິ່ນເປີດ ກາດີເນາະທາງເຮົາກາດີໃຈເນາະ ທີ່ວ່າຈະໄດ້ຮັບໃຊ້ແຂກເນາະໃຊ້ແຂກທີ່ມາຊົມໃຊ້ມາທ່ຽວ.”
ໃນຂະນະດຽວກັນ ພະນັກງານປະຈຳໂຮງແຮມ ອີກແຫ່ງນຶ່ງຢູ່ເທສບານເມືອງແປກກ່າວວ່າ ເຖິງຢ່າງໃດກໍຕາມທາງພາກສ່ວນທີ່ກ່ຽວຂ້ອງ ຈຳເປັນຕ້ອງໄດ້ຈັດກິລາແຫ່ງຊາດ ຢູ່ແຂວງຊຽງຂວາງໃນປີນີ້ ເນື່ອງຈາກຜູ້ປະກອບການດ້ານການທ່ອງທ່ຽ ວຫລາຍຫົວໜ່ວຍລ້ວນແຕ່ ລໍຖ້າທີ່ຈະຕ້ອນຮັບແຂກ ແລະນັກທ່ອງທ່ຽວໃນງານດັ່ງກ່າວເພື່ອຟື້ນຟູ ສະພາບເສຖກິຈຂອງໃຜລາວຫລັງທີ່ລໍຖ້າ ມາເປັນເວລາ 3 ປີແລ້ວ.
ດັ່ງຍານາງກ່າວວ່າ.
“ເພາະວ່າແນວໃດ ເພິ່ນກາຕ້ອງໄດ້ຈັດຫັ້ນນ່າ ເພິ່ນກາກຳນົດມື້ໄດ້ແລ້ວຫັ້ນນ່າ ເພິ່ນກາໄດ້ແຈ້ງມາແລ້ວເປັນແນວໃດ ກາຊິໃຫ້ເກີດວ່າຊັ້ນຊ່ວງນີ້ກາຖືວ່າ ຂະເຈົ້າກາເຣີ້ມເຂົ້າຂຶ້ນມາ ທ່ອງທ່ຽວແດ່ ເນາະເພາະວ່າຍາມນີ້ກາຄືມີຢູ່ ໃນຣະດັບຫລາຍແລ້ວ.”
ທາງດ້ານຊາວບ້ານຫລາຍຄົນ ໃນແຂວງຊຽງຂວາງກໍມີຄວາມພ້ອມ ທີ່ຈະເຂົ້າສນາມກິລາເພື່ອເບິ່ງ ການແຂ່ງຂັນກິລາແຕ່ລະປະເພດ ຄັນວ່າທາງຝ່າຍຈັດການແຂ່ງຂັນ ອະນຸຍາດໃຫ້ຜູ້ຊົມສາມາດເຂົ້າຮ່ວມ ຊົມໄດ້ຊຶ່ງຊາວແຂວງຊຽງຂວາງ ສ່ວນໃຫຍ່ກໍສາມາດປັບໂຕເຂົ້າກັບ ສະຖານະການໂຄວິດ-19 ໄດ້ແລ້ວ ແລະກໍບໍ່ໄດ້ຮູ້ສຶກຢ້ານຫລາຍ ຄືແຕ່ກ່ອນ.
ດັ່ງຊາວບ້ານ ຢູ່ເມືອງແປກ ນາງນຶ່ງກ່າວວ່າ:
“ໂອກາຕ້ອງໄດ້ໄປແຫລະ ກໍທັມດາເພາະຈັ່ງໃດກໍຈັດເປັນປະເພດວ່າ ພະຍາດທ້ອງຖິ່ນແລ້ວເດ້ ກາໄດ້ຍິນວ່າແນວນັ້ນເນາະ ແຕ່ວ່າດຽວນີ້ກາຍັງບໍ່ຮູ້ເພິ່ນ ມີການຈັດກັນແທ້ບໍ່ຖ້າວ່າ ມີກາເປັນການດີ.”
ໃນວັນທີ 7 ມີນາທີ່ຜ່ານມາ ຄະນະການນຳກະຊວງ ສຶກສາທິການ ແລະກິລາ ຮ່ວມກັບຄະນະການນຳຂອງ ແຂວງຊຽງຂວາງ ຫາກໍໄດ້ປະຊຸມຫາລື ກະຕຣຽມຄວາມພ້ອມ ສຳລັບການຈັດງານມະຫະກັມກິລາແຫ່ງຊາດ ຄັ້ງທີ 11 ແລະ ກຳນົດການຈັດໃນເດືອນທັນວາປີນີ້. ໃນຂະນະດຽວກັນ ກໍເຫັນດີໃຫ້ຈັດງານແຂ່ງຂັນກິລາຄົນພິການ ແຫ່ງຊາດຄັ້ງທີ 3 ຢູ່ແຂວງຊຽງຂວາງ ແລະເຫັນດີໃຫ້ໂຈະການເຄື່ອນໄຫວ ຂອງກຸ່ມເຍົາວະຊົນທັນວາ ໃນງານກິລາແຫ່ງຊາດດັ່ງກ່າວ ເພື່ອຫລີກລ້ຽງການແຜ່ຣະບາດ ຂອງໂຄວິດ-19.
ມະຫະກັມກິລາແຫ່ງຊາດ ຄັ້ງທີ 11 ຢູ່ແຂວງຊຽງຂວາງ ເຄີຍມີການກຳນົດຈັດຂຶ້ນ ໃນຣະຫວ່າງວັນທີ 21-30 ທັນວາປີ 2019 ແຕ່ຍ້ອນສະພາບອາກາດ ໃນໄລຍະດັ່ງກ່າວມີຄວາມໜາວເຢັນ ແລະບໍ່ເອື້ອອຳນວຍຕໍ່ນັກກິລາ ຈຶ່ງໄດ້ເລື່ອນໄປຈັດໃນວັນທີ 22 ມີນາ ຫາ ເດືອນ ເມສາ ປີ 2020 ແຕ່ມາຮອດເດືອນມີນາປີ 2020 ທາງຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີ ກໍໄດ້ມີຄຳສັ່ງໃຫ້ເລື່ອນການຈັດກິລາແຫ່ງຊາດ ອອກໄປແບບບໍ່ມີກຳນົດ ຍ້ອນສະຖານະການການແຜ່ຣະບາດ ຂອງໂຄວິດ-19 ຈົນມີມະຕິໃຫ້ກັບມາຈັດ ການແຂ່ງຂັນພາຍໃນທ້າຍປີນີ້.
ກ່ອນໜ້ານີ້ໃນປີ 2013 ທາງການລາວ ໄດ້ໃຊ້ງົບປະມານຈຳນວນຫລາຍກ່ວາ 200 ຕື້ກີບ ສຳລັບການກໍ່ສ້າງສນາມກິລາແຫ່ງໃໝ່ ຢູ່ແຂວງຊຽງຂວາງເພື່ອໃຊ້ສຳລັບ ການຈັດມະຫະກັມກິລາ ແຫ່ງຊາດ ຢູ່ແຂວງຊຽງຂວາງ ໂດຍສະເພາະ ແລະໄດ້ຖືກສ້າງສຳເຣັດໃນປີ 2017 ແຕ່ຍັງບໍ່ທັນໄດ້ເປີດໃຊ້ ແຂ່ງຂັນກິລາແບບເປັນທາງການ ແຕ່ຢ່າງໃດ.