ແຈ້ງ ເຈົ້າຂອງເຂື່ອນ ໃຫ້ກວດກາ ຄວາມປອດພັຍ ໃນຣະດູຝົນນີ້

ຣັຖບານລາວ ອອກແຈ້ງການ ໃຫ້ເຈົ້າຂອງເຂື່ອນ ກວດກາຄວາມປອດພັຍ ຂອງເຂື່ອນໃນຣະດູຝົນ ປີນີ້ ໃນຂະນະທີ່ ປະຊາຊົນເວົ້າວ່າ ຢູ່ລາວມີເຂື່ອນໄຟຟ້າເປັນຈຳນວນຫຼາຍ ແລະ ບໍ່ຢາກໃຫ້ເກີດ ປວັດສາຕຊໍ້າຮອຍ ຍ້ອນເຫດການເຂື່ອນແຕກທີ່ຜ່ານມາ ສົ່ງຜົລກະທົບ ຕໍ່ຊີວິຕແລະຊັພສິນ ຢ່າງຫລວງຫລາຍແລ້ວ.

ເຂື່ອນໄຟຟ້ານ້ຳງື່ມ 1 (ເຂື່ອນທ່າລາດ) ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພວມປ່ອຍນ້ຳອອກຈາກເຂື່ອນ ທັງ 4 ປະຕູ (TS). RFA

ຫ້ອງການກະຊວງພະລັງງານ ແລະບໍ່ແຮ່ ອອກແຈ້ງການໃນມື້ວັນທີ 18 ກໍຣະກະດານີ້ ໃຫ້ເຈົ້າຂອງໂຄງການ ແລະຫົວໜ້າເຂື່ອນໄຟຟ້າໃນທົ່ວປະເທດ ຕຣຽມຄວາມພ້ອມ ສໍາລັບບໍຣິຫານຈັດການນໍ້າ, ແຜນຮັບມືສຸກເສີນ ແລະດ້ານຄວາມປອດພັຍ ຂອງເຂື່ອນໃນຣະດູຝົນ ປີ 2022 ນີ້ ໃນຂະນະທີ່ປະຊາຊົນເວົ້າວ່າ ຢູ່ປະເທດລາວ ມີເຂື່ອນໄຟຟ້າຫລວງຫລາຍ, ບໍ່ຢາກໃຫ້ເກີດປວັດສາຕຊໍ້າຮອຍ ຍ້ອນເຂື່ອນຈໍານວນນຶ່ງໄດ້ແຕກມາແລ້ວ.

ດັ່ງປະຊາຊົນ ຢູ່ເມືອງສນາມໄຊ ແຂວງອັດຕະປື ຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 20 ກໍຣະກະດານີ້ວ່າ:

ກໍແມ່ນຢູ່ວ່າ ເປັນປະຊາຊົນຢູ່ບ້ານ ແຕ່ວ່າພວກເຮົາມັນບໍ່ໆໆເຫັນວ່າ ເຂົາລົງແຖວເຂດ ເຂດກົງຫັ້ນມັນເກີດໂຕນັ້ນຫັ້ນຕີ້ ມັນເກີດອຸທົກກະພັຍ ອືຄວນຈະມີໆ.

ເຖິງແມ່ນວ່າ ທາງການລາວ ແລະເຈົ້າຂອງເຂື່ອນໄຟຟ້າໃນລາວ ຈະໃຫ້ຄວາມສໍາຄັນໃນການ ບໍຣິຫານຈັດການນໍ້າໜ້າເຂື່ອນ ເພື່ອຄວາມປອດພັຍ ຂອງເຂື່ອນໃນຣະດູຝົນຫລາຍຂຶ້ນ ແຕ່ປະຊາຊົນທີ່ຢູ່ໃຕ້ເຂື່ອນກໍຍັງກັງວົນ ນໍາເຣື່ອງຜົລກະທົບຕ່າງໆ ທີ່ອາຈເກີດຂຶ້ນ ຫາກເຂື່ອນແຕກອີກ ຍ້ອນຍັງບໍ່ທັນຮູ້ເຣື່ອງການຮັບມື ກັບເຫດການນັ້ນ.

ດັ່ງປະຊາຊົນ ຢູ່ເມືອງສນາມໄຊນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ໄດ້ເຮັດເປັນໄລຍະ ກ່ອນຣະດູຝົນ ຫລັງຈາກມີບົດຮຽນເປັນຈັ່ງຊີ້ຫັ້ນນ່າ ເພິ່ນກໍມີການ...ຫັ້ນນ່າ ມີການແຈ້ງເນາະ ເປັນໄລຍະໆຫັ້ນນ່າ ແຕ່ວ່າໄດ້ຝຶກແບບຕົວຈິງຫັ້ນ ຂະເຈົ້າຍັງບໍ່ໄດ້ມີການຝຶກເນາະ ມີແຕ່ວ່າແຈ້ງເຕືອນ ແລ້ວກໍໃຫ້ຄວາມຮູ້ ໃນແຕ່ລະໄລຍະໆ ບ່ອນວ່າໃຫ້ມີສະຕິລະວັງໂຕຫັ້ນນ່າ.

ກ່ອນຈະປ່ອຍນໍ້າ ອອກຈາກເຂື່ອນໄຟຟ້າ ຕ້ອງແຈ້ງໃຫ້ທາງການ ຮູ້ລ່ວງໜ້າກ່ອນຢ່າງໜ້ອຍ 7 ມື້ ແລະພາຍຫລັງ 48 ຊົ່ວໂມງ ທີ່ທາງການອະນຸຍາດໃຫ້ ຈຶ່ງປ່ອຍນໍ້ານັ້ນອອກໄດ້.

ດັ່ງເຈົ້າໜ້າທີ່ ດ້ານການບໍຣິຫານຈັດການນໍ້າ ກົມນະໂຍບາຍ ແລະແຜນພະລັງງານ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກໍຣະກະດານີ້ວ່າ:

ອໍ໋ ພາຍຫລັງອັນ... ແຈ້ງການໂຕນີ້ມີແຕ່ວ່າ ກໍຣະນີເຂື່ອນໂຕໃດ ເຂື່ອນເຂົາສິເປີດປະຕູນໍ້າເນາະ ແລ້ວເຂົາເຈົ້າກໍຕ້ອງໄດ້ແຈ້ງມາ ທາງພວກເຮົາ. ແລ້ວພວກເຮົາຊິຕ້ອງໄດ້ແຈ້ງການ ຫາທາງເມືອງ, ຫາແຂວງ. ແລ້ວກໍມີມາດຕການ ໃນການຮັບມືຫັ້ນແຫລະ ວ່າເວລາເປີດ ມັນຊິເປັນແນວໃດໆ. ໃຫ້ປະຊາຊົນຮັບຊາບ ໃນຕອນລຸ່ມລ່ວງໜ້າ 7 ວັນຫັ້ນ. ແຈ້ງມາຊື່ໆໄດ໋ ແຕ່ວ່າບາດຊິເປີດອີກ ແມ່ນ 2 ວັນເນາະ 48 ຊົ່ວໂມງຫັ້ນອີກ.

ພ້ອມກັນນັ້ນ ທາງການຍັງແຈ້ງເຕືອນໃຫ້ ເຈົ້າຂອງໂຄງການ ແລະຫົວໜ້າເຂື່ອນໄຟຟ້າ ເພີ່ມຄວາມເອົາໃຈໃສ່, ເຝົ້າລະວັງ ແລະຕິດຕາມ ສະພາບອາກາດຕລອດເວລາ ເຊັ່ນການກໍ່ຕົວຂອງພະຍຸ, ທິດທາງຂອງພະຍຸ ແລະປະຣິມານນໍ້າ ທີ່ຈະໄຫລລົງອ່າງໜ້າເຂື່ອນ ແລະທັງກວດກາໂຄງສ້າງຂອງເຂື່ອນ ແລະອຸປະກອນ ທີ່ຕິດພັນກັບປະຕູລະບາຍນໍ້ານັ້ນ ໃຫ້ດີ.

ດັ່ງເຈົ້າໜ້າທີ່ ກົມຄຸ້ມຄອງ ຄວາມປອດພັຍອຸດສາຫະກັມ ພະລັງງານ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ທາງດ້ານໂຕເຂື່ອນ ພວກເຮົາກໍໄດ້ຕິດຕາມ ອຸປກອນອີ່ຫຍັງຕ່າງໆຫັ້ນນ່າ ວ່າມັນມີຄວາມພ້ອມປານໃດ. ກວດ check ເບິ່ງວ່າລະດັບນໍ້າ ວ່າມັນມີລະດັບນໍ້າ ທົ່ວເຖິງໜ້ອຍຫລາຍປານໃດ໋. ເຮົາຊິສາມາດຮູ້ໄດ້ໃນທາງອຸປກອນຫັ້ນແຫລະ ອີ່ຫຍັງຕ່າງໆຫັ້ນ. ແລ້ວກໍໃຫ້ທາງຜູ້ພັທນາໂຄງການຫັ້ນວິເຄາະ ອອກມາວ່າ ອຸປກອນໂຕໃດ ທີ່ວ່າມັນມີການເປ່ເພ ຫລືວ່າມັນມີ... ໃດທີ່ມັນມີຄວາມຜິດດ່ຽງຫັ້ນ. ພວກເຮົາກໍໄດ້ກວດເບິ່ງເນາະ.

ທ່ານກ່າວຕື່ມວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຂໍໃຫ້ເຈົ້າຂອງໂຄງການ ແລະຫົວໜ້າເຂື່ອນໄຟຟ້າທົ່ວປະເທດ ເອົາໃຈໃສ່ແກ້ໄຂບັນຫາ ໃນກໍຣະນີເກີດແຜ່ນດິນໄຫວ ຊຶ່ງທີ່ຜ່ານໄດ້ເກີດຂຶ້ນຫລາຍຄັ້ງ ຢູ່ພາກເໜືອຂອງລາວ.

ເມື່ອມີແຈ້ງການ ສະບັບດັ່ງກ່າວອອກມາ ຄືແນວນັ້ນແລ້ວ ເຈົ້າຂອງໂຄງການ ແລະຫົວໜ້າເຂື່ອນໄຟຟ້າໃນທົ່ວປະເທດ ກໍຈະຕ້ອງໄດ້ປະຕິບັດຕາມ, ເພື່ອຄວາມປອດພັຍ ທຸກພາກສ່ວນທີ່ກ່ຽວຂ້ອງ ຮວມທັງກອງຫລອນ ກໍຊ່ອຍກັນເຝົ້າລະວັງ.

ດັ່ງຜູ້ຮັບເໝົາໂຄງການ ກໍ່ສ້າງເຂື່ອນໄຟຟ້າ ຢູ່ແຂວງອຸດົມໄຊ ທ່ານນຶ່ງກ່າວໃນມື້ວັນທີ 20 ກໍຣະກະດານີ້ວ່າ:

ອັນນີ້ເພິ່ນກໍມີ ເພິ່ນກໍມີຂໍ້ກົດບັງຄັບ ເຂົາມີນະໂຍບາຍເມິດ ຫັ້ນແຫລະ ແລ້ວແຕ່ໂຄງການເພາະວ່າ ບາງທີກໍຕ້ອງສົ່ງມອບ. ກໍໄດ້ມີກອງຫລອນ ກອງຫຍັງເນາະ ຄອຍສື່ສານກັບຊາວບ້ານ ແຕ່ລະກຸ່ມ ແຕ່ລະຝ່າຍຫັ້ນນ່າ.

ກ່ຽວກັບເຣື່ອງທີ່ວ່ານີ້ ພະນັກງານທີ່ເຮັດວຽກ ນໍາບໍຣິສັດກໍ່ສ້າງເຂື່ອນໄຟຟ້າ ຢູ່ແຂວງເຊກອງຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ເຈົ້າຂອງໂຄງການ ແລະຫົວໜ້າເຂື່ອນ ບໍ່ໄດ້ຕຣຽມແຜນ ຮັບມືສຸກເສີນ ແລະຄວາມປອດພັຍ ໃຫ້ປະຊາຊົນພໍເທົ່າໃດ ແລະມັກຈະແຈ້ງໃຫ້ທາງການ ຮູ້ກ່ຽວກັບເຣື່ອງການເປີດ-ປິດເຂື່ອນ ເພື່ອໃຫ້ທາງການແຈ້ງເຕືອນປະຊາຊົນ.

ຖ້າຈະເຕືອນກໍ ຖ້າຈະເປີດໃຊ້ໄຟ ຈະລອງຄັ້ງແລກກ່ອນ ຈະແຈ້ງສິ່ງແວດລ້ອມແຂວງ ແລ້ວກໍຖ້າຂຶ້ນກັບ...ເຊກອງ... ຖ້າຂຶ້ນກັບແຂວງກໍຈະໃຫ້... ຜແນກສິ່ງແວດລ້ອມແຂວງ ວ່າດໍາເນີນການ.

ທີ່ຜ່ານມາ ປະເທດລາວ ເຄີຍເກີດເຫດເຂື່ອນໄຟຟ້າ ຈໍານວນນຶ່ງແຕກ ທີ່ໄດ້ສ້າງຄວາມເສັຍຫາຍ ອັນໃຫຍ່ຫລວງ ໃຫ້ແກ່ປະຊາຊົນລາວ ເປັນຕົ້ນ ໃນທ້າຍເດືອນກໍຣະກະດາ ປີ 2018 ເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຊຶ່ງຢູ່ຕິດກັບເມືອງສນາມໄຊ ແຂວງອັດຕະປື ແຕກ ເຮັດໃຫ້ນໍ້າ 5,000 ລ້ານແມັດກ້ອນ ໄຫລລົງມາຖ້ວມແບບ ກະທັນຫັນ ເຮັດໃຫ້ປະຊາຊົນ ເມືອງສນາມໄຊ ຫລາຍພັນຄອບຄົວ ສູນເສັຍບ້ານເຮືອນ ແລະຊັພສິນ ແລະມີຜູ້ຫາຍສາບສູນໄປ ປະມານ 200 ຄົນ; ໃນປີ 2017 ກໍເກີດເຫດເຂື່ອນໄຟຟ້າ ນໍ້າເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ແຕກ ເຮັດໃຫ້ນໍ້າ 5 ແສນແມັດກ້ອນ ໄຫລລົງມາຖ້ວມ, ປະຊາຊົນທີ່ຢູ່ໃນເຂດໃຕ້ເຂື່ອນ ໄດ້ຮັບຜົລກະທົບ ແລະເສັ້ນທາງຫລາຍຈຸດ ຖືກຕັດຂາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org