ປ່າໄມ້ໃນລາວ ຖືກຕັດທຳລາຍ ຍ້ອນໂຄງການພັທນາ ຕ່າງໆ

ເປົ້າໝາຍທີ່ຣັຖບານລາວ ຈະເພິ່ມເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ ທົ່ວປະເທດໃນປີ 2035 ນັ້ນ ຄົງເປັນໄປໄດ້ຍາກ ຫລື ເປັນໄປບໍ່ໄດ້ ຍ້ອນຍັງມີການລັກຕັດໄມ້ ແລະໂຄງການສັມປະທານ ຕ່າງໆທໍາລາຍປ່າໄມ້ ຫລາຍຢູ່ ຂະນະທີ່ພາກຣັຖວ່າ ເປັນຍ້ອນປະຊາຊົນ ບຸກລຸກເນື້ອທີ່ປ່າ.

ໂຄງການພັທນາແຫ່ງນຶ່ງ ຢູ່ກາງປ່າ ທາງພາກເໜືອຂອງລາວ. ວັນທີ 16 ຕຸລາ ປີ 2022. RFA

ເນື້ອທີ່ປ່າໄມ້ໃນລາວ ຍັງຖືກບຸກລຸກຫລາຍ, ເຮັດໃຫ້ເປົ້າໝາຍທີ່ຣັຖບານ ວາງໄວ້ວ່າຈະເຮັດໃຫ້ເນື້ອທີ່ປ່າ ປົກຫຸ້ມ 70% ເນື່ອທີ່ທົ່ວປະເທດ ໃນປີ 2025 ນັ້ນ ຄົງເປັນໄປໄດ້ຍາກ ແລະຂ້ອນຂ້າງເປັນບັນຫາ ທ້າທາຍ ຍ້ອນຍັງມີການລັກຕັດໄມ້ ແລະໂຄງການສັມປະທານຕ່າງໆ ຂອງເອກກະຊົນທໍາລາຍປ່າໄມ້ ຮວມທັງຢູ່ບາງເຂດ ຊາວບ້ານທີ່ບໍ່ມີດິນທໍາກິນ ຍັງບຸກເບີກທີ່ດິນ ຢູ່ໃນເຂດປ່າໄມ້ ເພື່ອທໍາການປູກຝັງ ແລະລ້ຽງສັດນໍາດ້ວຍ.

ປະຊາຊົນລາວຜູ້ນຶ່ງ ຢູ່ແຂວງອັດຕະປື ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ມິນານີ້ ເຖິງການບຸກເບີກ ບຸກລຸກເນື້ອທີ່ປ່າໄມ້ ຂອງຊາວບ້ານວ່າ ແມ່ນເພື່ອຕ້ອງການ ທີ່ດິນທໍາການກະເສດ ຫລືສ້າງເຮືອນຢູ່ຖາວອນ ເທົ່ານັ້ນ, ແຕກຕ່າງໄປຈາກ ກຸ່ມນັກລົງທຶນ ທີ່ເຂົ້າສັມປະທານ ບຸກລຸກປ່າໄມ້ເພື່ອຜົລປໂຍດ ທາງທຸຣະກິຈ ຂອງພວກເຂົາ.

“ບໍຣິສັດເພິ່ນກະໄປບຸກເບີກ ບຸກລຸກໝົດ ເຂົາສິຕັດໄມ້ປ່າສງວນບ້ານນີ້ໝົດ ເຮັດສວນມັນຕົ້ນ ແຕ່ບໍ່ໄດ້ອະນຸຍາດໃຫ້ເພິ່ນ ເພິ່ນກະໄປລັກຕັດທາງ ເຮັດສວນໝົດ ງົວ-ຄວາຍບໍ່ມີທີ່ຢູ່ແລ້ວດຽວນີ້ ຍັງແຕ່ເລາະບ້ານທໍ່ນັ້ນເອງ.”

ຊາວບ້ານຜູ້ນີ້ເວົ້າຕື່ມອີກວ່າ ສາເຫດທີ່ເນື້ອທີ່ປ່າໄມ້ ໃນລາວຫລຸດລົງຫລາຍ ກໍເປັນຍ້ອນທາງການລາວ ໃຫ້ບໍຣິສັດຕ່າງໆ ສັມປະທານທີ່ດິນ ໃນເຂດປ່າໄມ້ ໂດຍບໍ່ໄດ້ຄໍານຶງເຖິງຜົລກະທົບ ຕໍ່ປ່າໄມ້ໃນລາວ ວ່າຍັງເຫລືອໜ້ອຍພຽງໃດ ຂະນະທີ່ຫລາຍບໍຣິສັດ ທີ່ໄດ້ຮັບສັມປະທານ ເນື້ອທີ່ຫລາຍເຖິງ 1,000 ປາຍເຮັກຕ້າຣ໌ນັ້ນ ກວມເນື້ອທີ່ປ່າໄມ້, ທີ່ດິນທໍາການຜລິດ ຂອງປະຊາຊົນ ໂດຍບໍ່ຮັບຟັງສຽງຂອງຊາວບ້ານ ໃນພື້ນທີ່ນັ້ນໆເລີຍ.

ຊາວບ້ານອີກຜູ້ນຶ່ງ ຢູ່ແຂວງ ຫົວພັນ ກໍເວົ້າວ່າ ເນື້ອທີ່ປ່າໄມ້ໃນລາວຫລຸດລົງນັ້ນ ສາເຫດທີ່ມາຈາກການບຸກລຸກປ່າໄມ້ ຂອງຊາວບ້ານ ເພື່ອທໍາການກະເສດ ແລະລ້ຽງສັດນັ້ນ ເປັນສັດສ່ວນທີ່ໜ້ອຍ ເມື່ອທຽບໃສ່ການລັກຕັດໄມ້ຂອງກຸ່ມນາຍທຶນ ເພາະໄລຍະທີ່ຜ່ານມາ ມີໂຮງງານເຟີນີເຈີ ຈໍານວນຫລາຍແຫ່ງ ຊຶ່ງໃນນັ້ນ ສ່ວນນຶ່ງກໍສົ່ງອອກໄປຂາຍໃຫ້ປະເທດວຽດນາມ ເຮັດໃຫ້ເນື້ອທີ່ປ່າໄມ້ຂອງລາວຖືກຕັດ ທໍາລາຍໄປຫລາຍ ແລະປັດຈຸບັນ ເນື້ອທີ່ປ່າໄມ້ຖືກບຸກລຸກ ແລະຖືກທໍາລາຍຫລາຍນັ້ນ ແມ່ນມາຈາກການພັທນາໂຄງການຕ່າງໆ ທີ່ໄດ້ຮັບການສັມປະທານຈາກທາງການທັງໝົດ ແລະວ່າ ຫາກທາງການກວດພົບ ຜູ້ບຸກລຸກເນື້ອທີ່ປ່າໄມ້ ກໍຄວນຈະກ່າວເຕືອນ,ປັບໃໝ ແລະລົງໂທດໄປຕາມລະບຽບ ກົດໝາຍຢ່າງເຂັ້ມງວດ.

ດັ່ງທີ່ທ່ານເວົ້າວ່າ:

“ປະຊາຊົນ ນັກທຸຣະກິຈ ແມ່ນຜູ້ໃດບຸກລຸກນີ້ ມີການປັບໄໝໃສ່ໂທດ ຢ່າງເຂັ້ມງວດໂລດ ເອົາຕາມລະບຽບຫັ້ນໂລດ ຄັນວ່າພັກຣັຖເຮົາ ບໍ່ອໍານວຍຄວາມສະດວກນີ້ ບໍ່ສາມາດຈະເຮັດໄດ້ເນາະ.”

ທາງດ້ານເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ແຂວງ ໄຊສົມບູນ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 1 ມີນານີ້ເຖິງສາເຫດ ທີ່ເຮັດໃຫ້ປ່າໄມ້ ພາຍໃນແຂວງໄຊສົມບູນ ຫລຸດໜ້ອຍລົງວ່າ ແມ່ນມາຈາກປະຊາຊົນບັນດາເຜົ່າ ໄປບຸກລຸກຖາງປ່າເຮັດໄຮ່ ຍ້ອນຊາວ ບ້ານເຫລົ່ານັ້ນ ບໍ່ມີທີ່ດິນທໍາການກະເສດ ຈໍາເປັນຕ້ອງອອກໄປບຸກລຸກຫລືຕັດໄມ້ທໍາລາຍປ່າ. ສ່ວນການບຸກລຸກເນື້ອທີ່ປ່າໄມ້ ເພື່ອດໍາເນີນທຸຣະກິຈ ຫລືຕັດໄມ້ຜິດກົດໝາຍ ໄລຍະຜ່ານ ມາກໍເຄີຍພົບເຫັນຢູ່ເປັນປະຈໍາ ແຕ່ປັດຈຸບັນບໍ່ມີແລ້ວ ເນື່ອງຈາກເນື້ອທີ່ປ່າໄມ້ ຫລື ຕົ້ນໄມ້ຂນາດໃຫຍ່ ແມ່ນເຫລືອໜ້ອຍລົງ ແລະເຂົ້າເຖິງຍາກ.

“ຖາມວ່າມີການບຸກລຸກບໍ່ ມີ...ມີທຸກປີ ຫລືວ່າຖາງປ່າເຮັດໄຮ່ ບາງຊົນເຜົ່ານີ້ໄປລະຕັດໄມ້ ແລ້ວເຮັດຮົ້ວໄມ້ອີ່ຫຍັງທັມດານີ້ແຫລະ ຕັດໄມ້ຂາຍ ເອີ... ມັນບໍ່ມີໄມ້ໃຫຍ່ເນາະ ໄມ້ໃຫຍ່ມັນຢູ່ໄກ.”

ຢ່າງໃດກໍຕາມ ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ແຂວງ ໄຊຍະບູຣີ ກໍກ່າວເຖິງສາເຫດ ສໍາຄັນທີ່ເຮັດໃຫ້ປ່າໄມ້ໃນລາວ ຫລຸດລົງວ່າ ແມ່ນເປັນຍ້ອນທາງການລາວ ໃຫ້ສັມປະທານເນື້ອທີ່ປ່າ ແກ່ບໍຣິສັດເອກກະຊົນ ເພື່ອພັທນາໂຄງການຕ່າງໆ.

“ປ່າຜລິດ ປ່າປ້ອງກັນ ປ່າສງວນກະຖືວ່າ ມັນກະທົບເຣື່ອງໂຄງການຂອງຣັຖບານ ມັນຊິແຕະຕ້ອງໂຕນັ້ນ ມັນທໍາລາຍປ່າໄມ້ເດ້ເນາະ.”

ທາງດ້ານເຈົ້າໜ້າທີ່ ອົງການສະຫະປະຊາຊາຕ ເພື່ອການພັທນາ ຫລື UNDP ປະຈໍາລາວ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 1 ມີນານີ້ວ່າ ປະເທດລາວ ຖືວ່າຢູ່ໃນສະ ຖານະປະເທດ ດ້ອຍພັທນາ ທີ່ກໍາລັງກ້າວໄປສູ່ປະເທດກໍາລັງພັທນາ ໃນອີກບໍ່ດົນນີ້. ນັ້ນໝາຍເຖິງ ເນື້ອທີ່ປ່າໄມ້ ແລະທີ່ດິນເປົ່າຫວ່າງ ຈະຖືກນໍາໄປພັທນາ ໂຄງການຕ່າງໆ ອີກເປັນຈໍານວນຫລາຍ ຊຶ່ງເປັນຄວາມຈໍາເປັນ ຂອງຣັຖບານລາວ. ແນວໃດກໍຕາມ ການພັທນາໂຄງການຕ່າງໆນັ້ນ ຈະຕ້ອງມີການສຶກສາ ຄວາມເປັນໄປໄດ້ ເພື່ອປະເມີນດ້ານເສຖກິຈ-ເທັກນິກວ່າ ຈະເກີດຜົນປໂຍດໜ້ອຍ-ຫລາຍພຽງໃດ ຈາກໂຄງການ ນັ້ນໆ. ຫາກໂຄງການໃດນຶ່ງ ມີຜົນກະທົບໜັກຈົນເກີນໄປ ຣັຖບານລາວກໍຄວນຈະຫລີກລ່ຽງ ບໍ່ໃຫ້ສືບຕໍ່ໂຄງການເພື່ອການປົກປັກ ຮັກສາເນື້ອທີ່ປ່າໄມ້ເອົາໄວ້, ໄດ້ປຽບທຽບໃສ່ປະຊາຊົນ ເມື່ອບໍ່ມີເງິນເພື່ອການພັທນາ ມີດິນກໍຕ້ອງໄດ້ຂາຍດິນ ຂອງຕົນໄປ.

“ໃຫ້ເຮົາຄິດໃສ່ໂຕ ເຮົາຍົກໂຕຢ່າງເຮົາມີເຮືອນ ແລ້ວເຮົາມີດິນກວ້າງ ເຮົາຊໍ້າພັດບໍ່ມີເງິນ ຕ້ອງຂາຍສ່ວນໃດສ່ວນນຶ່ງອອກໄປ ເພື່ອເອົາເງິນມາພັທນາ ເຮົາຍົກຕົວຢ່າງ ພັທນາປະເທດ ໜັກໜ່ວງຂຶ້ນຢູ່ ເຂົ້າໃຈຢູ່ ມັນບໍ່ສາມາດແບບມີລາຍໄດ້ ຣັຖບານກະເລີຍຕ້ອງເຮັດນະໂຍບາຍ ແບ່ງຮັບແບ່ງສູ້ແຫລະ.”

ທ່ານ ທອງພັດ ວົງມະນີ ຮອງຮັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງປ່າໄມ້ ແລະ ປົກປັກຮັກສາປ່າໄມ້ ເມື່ອວັນທີ 6 ກຸມພາຜ່ານມານີ້ວ່າ ການຄຸ້ມຄອງ ແລະປົກປັກຮັກສາ 3 ປະເພດປ່າໄມ້ໃນໄລຍະຜ່ານມາ ຄື ປ່າສງວນ, ປ່າຜລິດ ແລະປ່າປ້ອງກັນ ຖືວ່າຍັງບໍ່ບັນລຸຕາມເປົ້າໝາຍເທົ່າທີ່ຄວນ ເນື່ອງຈາກວ່າຍັງມີບາງຂົງເຂດ ເຫັນວ່າ ມີການບຸກລຸກທີ່ດິນປ່າໄມ້ ຂອງປະຊາຊົນ ໃນການປູກຝັງ, ລ້ຽງສັດ ແລະການສັມປະທານ ຂອງບໍຣິສັດຕ່າງໆ ຈຶ່ງບໍ່ສາມາດບັນລຸຕາມແຜນການ ທີ່ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ປ່າປົກຫຸ້ມ ທົ່ວປະເທດໄດ້ ແລະອີງຕາມຄໍາເວົ້າຂອງ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້, ໄລຍະປີ 2013-2022 ທາງການລາວໄດ້ໃຫ້ສັມປະທານ ທີ່ດິນປ່າໄມ້ (ຜ່ານສະພາແຫ່ງຊາດຮັບຮອງ) ທັງໝົດ 306 ໂຄງການ ກວມເອົາເນື້ອທີ່ປະມານ 610,149 ເຮັກຕ້າຣ໌.

ປັດຈຸບັນ ພື້ນທີ່ປ່າໄມ້ປົກຫຸ້ມໃນລາວ ມີເຫລືອຢູ່ປະມານ 14.7 ລ້ານເຮັກຕ້າຣ໌, ຄິດເປັນ 68%, ອີງຕາມຣາຍງານ ຂອງກະຊວງກະສິກັມ ແລະປ່າໄມ້. ຫລ້າສຸດນີ້ ເມື່ອເດືອນພິສຈິກາ 2022, ທາງການລາວ ກຽມຮ່າງຍຸທສາດປ່າໄມ້ ສະບັບໃໝ່ ເພື່ອສນີຕໍ່ສະພາແຫ່ງຊາຕ ຮັບຮອງ ໂດຍມີເປົ້າໝາຍຈະເຮັດໃຫ້ເນື້ອທີ່ ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຄວາມໝາຍຄື ເລື່ອນອອກໄປຕື່ມອີກ 13 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org