ຫຼັງພະຍຸ ດິນເຈື່ອນ ເຮືອນເພ

ສິດນີ
2016.08.23
f-xiengngeun ສະພາບຂອງບ້ານເຮືອນ ພາຍຫຼັງນໍ້າຖ້ວມ ທີ່ເມືອງຊຽງເງິນ ແຂວງຫຼວງພຣະບາງ
RFA

ຖນົນຫຼວງ ຫຼາຍສາຍ ໃນເຂດພາກກາງ ແລະ ພາກເຫນືອ ຂອງລາວ ໄດ້ຮັບ ຜົລກະທົບ ຈາກ ດິນເຈື່ອນ ແລະ ບາງສາຍ ກໍເປ່ເພ ຍ້ອນ ລົມພະຍຸ ໃຕ້ຝຸ່ນ ດຽນມູ ໃນທ້າຍ ອາທິດນີ້ ເຮັດໃຫ້ມີຜູ້ ເສັຽຊີວິດ ສອງຄົນ ທີ່ແຂວງ ຫຼວງພຣະບາງ. ຖນົນຫົນທາງ ຫຼາຍສາຍ ທີ່ເປ່ເພ ຍ້ອນດິນເຈື່ອນ ໃນພາກເຫນືອ ຂອງລາວ ເຮັດໃຫ້ ການສັນຈອນ ໄປມາ ຊັກຊ້າ ຢຸດສງັກ ສ້າງຄວາມລຳບາກ ໃຫ້ແກ່ ຜູ້ໃຊ້ຣົດ ໃຊ້ຖນົນ ທຸກປະເພດ ໃນ ອາທິດນີ້.

ໃນການແກ້ໄຂ ບັນຫານີ້ ຫ້ອງການ ຜແນກ ໂຍທາທິການ ແລະຂົນສົ່ງ ທ້ອງຖິ່ນ ກໍໄດ້ເຮັດວຽກ ຮ່ວມກັບ ບໍຣິສັດ ເອກກະຊົນ ດຳເນີນ ການສະສາງ ແລະປັບປຸງ ເສັ້ນທາງ ທີ່ຖືກ ດິນເຈື່ອນຖົມ ເພື່ອໃຫ້ຣົດ ສາມາດ ແລ່ນຜ່ານໄດ້, ຊຶ່ງ ທາງການແຂວງ ກໍໄດ້ຂໍ ງົປມານ ໃຊ້ຈ່າຍ ແລະ ການຊ່ອຍເຫລືອ ຈາກ ຣັຖບານ ໃນການປັບປຸງ ສ້ອມແຊມ ຖນົນສາຍຕ່າງໆ ທີ່ໄດ້ຮັບ ຜົລກະທົບ.

ຖນົນຫຼວງທີ່ຖືກ ຜົລກະທົບ ຫຼາຍຄື: ຖນົນເລກທີ 4C ຣະຫວ່າງ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງ ຫຼວງພຣະບາງ ຄວາມຍາວ ປະມານ 68 ກິໂລແມັດ ແລະ ຖນົນຫຼວງ ຈາກ ເມືອງຊຽງເງິນ ຫາ ບ້ານປາກອນ ເມືອງນານ ແຂວງ ຫຼວງພຣະບາງ. ນອກນັ້ນ ກໍແມ່ນ ຖນົນເລກທີ 13 ເຫນືອ ໃນບາງຈຸດ ຣະຫວ່າງ ແຂວງວຽງຈັນ ຫາ ແຂວງຫຼວງພຣະບາງ ໂດຍສະເພາະ ບໍຣິເວນ ໃກ້ຮ້ານ ອາຫານ ພູພຽງຟ້າ. ທີ່ ແຂວງຜົ້ງສາລີ ແລະ ແຂວງອື່ນໆ ໃນເຂດ ພາກເຫນືອ ກໍເສັຽຫາຍ ຫຼາຍ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.