ປັດຈຸບັນ ຣັຖບານ ມີການໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຕ່າງປະເທດ ເປັນຈຳນວນຫຼາຍ ເຮັກຕ້າຣ໌ ແລະ ການສັມປະທານ ໄດ້ໄປກວມເອົາທີ່ດິນທຳກິນ ຂອງປະຊາຊົນ ເຮັດໃຫ້ເຂົາເຈົ້າບໍ່ມີທີ່ດິນ ທຳກິນ ຈົນເຂົາເຈົ້າຕ້ອງເຂົ້າໄປບຸກເບີກ ທີ່ດິນໃໝ່.
ປະຊາຊົນ ທ່ານ ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ມັນກະຜົລກະທົບແຫຼະ ປະຊາຊົນບໍ່ມີເນື້ອທີ່ທຳການຜລິດ ມັນຜົລກະທົບແນວນັ້ນແຫຼວ ບາດນີ້ ປະຊາຊົນກະໄປບຸກລຸກປ່າສະຫງອກ ສະຫງວນ ອຶກກະທຶກຄຶກໂຄມ. ຂອງແນວບໍ່ມີໃຫ້ເຮັດ ເຮັດຈັ່ງໃດ ມີແຕ່ເຂົາບຸກລຸກເລີຍ ຂັ້ນບຸກລຸກແນວນັ້ນ ກະວ່າ ຖືກຈັບ ຖືກປັບໃໝຜູ້ລະ 20, 30 ລ້ານ ກີບ, 70 ລ້ານ ກີບກະມີ ຄັນບໍ່ເຮັດ ກະບໍ່ມີບ່ອນເຮັດ ຊິເຮັດຈັ່ງໃດ.”
ການໃຫ້ສັມປະທານ ທີ່ດິນແກ່ນັກລົງທຶນ ເປັນຈຳນວນຫຼາຍ ຕໍ່ໜ້າ ກໍຈະບໍ່ມີທີ່ດິນ ໃຫ້ແກ່ປະຊາຊົນ ໄດ້ຜລິດກະສິກັມ ເພື່ອລ້ຽງຊີບ ຍ້ອນວ່າ ທີ່ດິນສ່ວນຫຼາຍຖືກນັກລົງທຶນ ຕ່າງປະເທດ ຈັບຈອງເອົາໝົດແລ້ວ.
ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ:
“ກະມີຫັ້ນແຫຼະ ມີແຕ່ເວົ້າເລື່ອງທີ່ດິນຫັ້ນແຫຼະ ມີບັນຫາ ກະຍ້ອນວ່າ ດິນນີ້ ບໍຣິສັດນີ້ ສັມປະທານຫຼາຍບ່ອນ ຈົນໝົດຫັ້ນນ່າ ບໍ່ວ່າເຂດໃດ ເຂດໃດ ຖືກບໍຣິສັດສັມປະທານໝົດ ວຽດ, ຈີນ ນັບມື້ນັບໝົດນ່າດິນ ອາດຊິບໍ່ມີແລ້ວ.”
ເນື້ອທີ່ດິນສ່ວນໃຫຍ່ ທີ່ຣັຖບານ ໃຫ້ນັກລົງທຶນສັມປະທານນັ້ນ ສ່ວນຫຼາຍເປັນດິນ ທີ່ປະຊາຊົນເຄີຍຈັບຈອງມາກ່ອນ.
ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ:
“ດິນຫັ້ນ ມັນເປັນດິນຂອງປະຊາຊົນ ແຕ່ກ່ອນຫັ້ນ ບາດນີ້ ການບຸກເບີກ ໃຫ້ບໍຣິສັດ ທັງໝົດຫັ້ນນ່າເນື້ອທີ່ ບາດນີ້ ປະຊາຊົນ ບໍ່ມີດິນທຳການຜລິດ ກະມັນກະມີບັນຫາເດັກນ້ອຍໄວຣຸ້ນ ມີແຕ່ຫາລັກກິນຫັ້ນແຫຼະ.”
ປະຊາຊົນ ບໍ່ມີໃບຕາດິນຖາວອນ ຈຶ່ງເກີດຊ່ອງວ່າງ ທີ່ເຈົ້າໜ້າທີ່ຣັຖ ເອົາດອນເຂົາເຈົ້າໃຫ້ນັກລົງທຶນສັມປະທານ. ບາງກໍລະນີ ນາຍບ້ານ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຂາຍໃຫ້ນັກລົງທຶນໂດຍຕຣົງ. ໂຕຢ່າງ ທີ່ດິນຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ທີ່ນາຍບ້ານ ແລະ ເຈົ້າໜ້າທີ່ເມືອງ ແລະ ແຂວງ ເຊັນຂາຍດິນໃຫ້ບໍຣິສັດ ຢາງພາຣາວຽດນາມ.
ປະຊາຊົນ ທີ່ບໍ່ມີທີ່ດິນ ຈຳເປັນຕ້ອງໄດ້ໄປເຊົ່າທີ່ດິນ ນຳບໍຣິສັດ ເພື່ອມາຜລິດກະສິກັມ ເພື່ອລ້ຽງຊີບ ຈາກທີ່ແຕ່ກ່ອນ ເຂົາເຈົ້າເປັນເຈົ້າຂອງທີ່ດິນ ແຕ່ປັດຈຸບັນ ປະຊາຊົນ ຈຳນວນນຶ່ງ ຕ້ອງໄດ້ເຊົ່າທີ່ດິນນຳຄົນຕ່າງປະເທດ.
ປະຊາຊົນອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ຍາມນີ້ກະບໍ່ມີທີ່ດິນ ໝົດລະບໍ່ມີບ່ອນເຮັດ ບໍຣິສັດຍຶດໝົດ ເອົາໝົດ ຫາເຊົ່າດິນເຂົາຢູ່ ເຊົ່າຢູ່ນຳບໍຣິສັດ.”
ຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ ມີຄົນຈີນໄປເລາະຊື້ທີ່ດິນນຳຊາວບ້ານ ໃນລາຄາ 10 ລ້ານກີບຕໍ່ເຮັກຕ້າຣ໌ ໂດຍການໃສ່ຊື່ຄົນລາວແທນ ອີງຕາມຂໍ້ມູນຈາກປະຊາຊົນ ເມືອງປາກຊ່ອງ.
ປະຊາຊົນ ຈະເຂົ້າໄປບຸກເບີກເນື້ອທີ່ດິນໃໝ່ ເພື່ອເຮັດການຜລິດກະສິກັມ ແຕ່ເຈົ້າໜ້າທີ່ບໍ່ອະນຸຍາດໃຫ້ເຮັດ ຍ້ອນ ເຈົ້າໜ້າທີ່ອ້າງວ່າ ເປັນດິນປ່າຜລິດ ປະຊາຊົນບໍ່ສາມາດເຂົ້າໄປບຸກເບີກໄດ້.
ເຖິງວ່າ ຣັບຖານ ພະຍາຍາມ ສົ່ງເສີມວຽກງານ ເພື່ອປູກພືດເປັນສິນຄ້າ ແລະ ປູກພືດ ເພື່ອຄ້ຳປະກັນສະບຽງອາຫານ, ແຕ່ ໃນໂຕຈິງແລ້ວ ບໍຣິສັດຕ່າງປະເທດເປັນຜູ້ທີ່ໄດ້ຮັບສັມປະທານ ແລະ ບໍ່ໄດ້ໃຫ້ຜົລປໂຍດຕໍ່ປະຊາຊົນ ຢູ່ຊົນບົດທີ່ເປັນຄົນສ່ວນໃຫຍ່.
ຍານາງ Shalmali Guttal ຜູ້ອຳນວຍການ ອົງການ Focus on the Global South ຊຶ່ງເປັນອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຄີຍເຮັດວຽກຢູ່ປະເທດລາວ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ມີການຕັດໄມ້ອອກມາ ເພື່ອເຮັດກະສິກັມ ແລະ ອຸດສາຫະກັມແລ້ວ ມັນກໍເກີດຜົລກະທົບຕໍ່ລະບົບນິເວດວິທະຍາ ສົ່ງຜົລກະທົບຕໍ່ຕາຝັ່ງເຈື່ອນ ຜົລກະທົບຕໍ່ແມ່ນ້ຳ ມີການໃຊ້ສານເຄມີຫຼາຍເຂົ້າໃນທຸຣະກິຈ ກະສິກັມ ຜົລກະທົບດັ່ງກ່າວ ມີຄວາມຮ້າຍແຮງ ຕໍ່ການດຳລົງຊີວິດຂອງປະຊາຊົນ ຢູ່ເຂດຊົນບົດ ສະນັ້ນ ເມື່ອເບິ່ງຄືນຫຼັງແລ້ວ 15 ປີ ຜ່ານມາ ການເຮັດທຸຣະກິຈກະສິກັມ ບໍ່ໄດ້ຮັບໃຊ້ປະຊາຊົນທ້ອງຖິ່ນແຕ່ຢ່າງໃດ.”
ຕໍ່ກັບການທີ່ ຣັຖບານລາວ ຕ້ອງການຢາກສົ່ງເສີມການປູກພືດເປັນສິນຄ້າ ແລະ ຄ້ຳປະກັນສຽງອາຫານນັ້ນ ໃນທາງນຶ່ງ ກໍເປັນສັນຍານທາງບວກ.
ຍານາງ Shalmali Guttal ກ່າວ່າ :
“ຄິດວ່າ ມັນເປັນສິ່ງທີ່ດີ ທີ່ຜູ້ນຳປະເທດ ຮັບຮູ້ຄວາມສັມຄັນໃນການເພີ່ມທະວີ ວຽກງານກະສິກັມ ແລະ ການດຳລົງຊີວິດປະຊາຊົນ ຢູ່ເຂດຊົນນະບົດ ແລະ ໃຫ້ຄວາມສົນໃຈ ຍົກບັນຫານີ້ ເຮັດໃຫ້ສາກົນໃຫ້ຄວາມສົນໃຈ ວ່າ ຈະຕ້ອງມີການປູກພືດຫຼາຍຂຶ້ນໃນປະເທດລາວ ແລະ ເພື່ອຫລຸດຜ່ອນການນຳເຈົ້າສິນຄ້າ ແລະ ເພີ່ມການຜລິດສະບຽງອາຫານໃນລາວ.”
ໃນອີກທາງນຶ່ງ ກໍຄື ຣັຖບານພຽງແຕ່ ຕ້ອງການຢາກສົ່ງເສີມ ການປູກພືດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ ຫຼື ການພັທນາກະສິກັມ ແລະ ປ່າໄມ້, ແຕ່ ບໍ່ໄດ້ເວົ້າເຖິງການປະຕິຮູບທີ່ດິນ ການນຳໃຊ້ທີ່ດິນໃຫ້ເກີດຄວາມຍືນຍົງ ແກ່ປະຊາຊົນທ້ອງຖິ່ນ.
ຍານາງ Shalmali Guttal ໄດ້ກ່າວວ່າ:
“ສິ່ງທີ່ອອກເປັນຂ່າວປະກົດວ່າ ສ່ວນຫຼາຍຈະເລັງໃສ່ແຕ່ ການຫັນປຽນກະສິກັມ ແລະ ປ່າໄມ້ ເພື່ອຮັບໃຊ້ການປູກພືດເປັນສະບຽງຫາຫານ, ແຕ່ ບໍ່ໄດ້ເວົ້າເຣື່ອງການນຳໃຊ້ທີ່ດິນແນວໃດ ໃຫ້ເກີດຄວາມຍືນຍົງ.”
ປະຊາຊົນ ຢູ່ເຂດຊົນນະບົດອາໄສ ທີ່ດິນປ່າໄມ້ເປັນແຫຼ່ງສະບຽງ ອາຫານຂອງເຈົ້າເຈົ້າ.
ຍານາງ Shalmali Guttal ກ່າວວ່າ:
“ປະຊາຊົນສ່ວນຫຼາຍ ທີ່ດຳລົງຊີວິດຢູ່ຊົນນະບົດ ເຮັດການຜລິດ ແບບຄອບຄົວ ແລະ ເພື່ອຈະໃຫ້ເຂົ້າເຈົ້າສາມາດເຮັດໄດ້ນັ້ນ ເຂົາເຈົ້າຕ້ອງມີທີ່ດິນເປັນຂອງໂຕເອງ ແລະ ສິ່ງທີ່ສັມຄັນກໍຄື ເຂົາເຈົ້າຕ້ອງການທີ່ດິນປ່າໄມ້ຊຸມຊົນ ເພື່ອໃຫ້ສາມາດເກັບເຄື່ອງປ່າຂອງດົງ ມາເປັນອາຫານ ຍ້ອນວ່າ ແຫຼ່ງອາຫານສ່ວນຫຼາຍຂອງປະຊາຊົນ ຢູ່ເຂດຊົນນະບົດ ແມ່ນມາຈາກປ່າ.”
ປະເທດລາວ ມີການລົງທຶນທາງດ້ານກະສິກັມ ມີການເຮັດທຸຣະກິຈ ທາງດ້ານກະສິກັມ ບໍ່ວ່າຈະເປັນບໍຣິສັດ ລາວເອງ ແລະ ບໍຣິສັດຂອງຕ່າງປະເທດ ທີ່ເຂົ້າມາສັມປະທານທີ່ດິນ ທີ່ກວ້າງໃຫຍ່. ບາງກໍລະນີ ຣັຖບານໃຫ້ສັມປະທານ ແກ່ນັກລົງທຶນຕ່າງປະເທດ ແຕ່ຫຼັງຈາກມີການຕັດໄມ້ອອກໝົດ ແລ້ວ ເນື້ອທີ່ປ່າໄມ້ ແລະ ເນື້ອທີ່ດິນ ກໍມີການເຊື່ມໂຊມ.
ຍານາງ Shalmali Guttal ກ່າວວ່າ:
“ທີ່ດິນປ່າໄມ້ກວ້າງໃຫຍ່ ຖືກຫັນປ່ຽນມາເປັນການຕັດໄມ້ອອກ ແລະ ຫຼັງຈາກຕັດໄມ້ອອກໝົດແລ້ວ ເນື້ອທີ່ປ່າໄມ້ກໍມີການເຊື່ອໂຊມ ບໍ່ວ່າ ຣັຖບານຈະພິຈາລະນາບັນຫານີ້ຫຼືບໍ່ ແຕ່ ຄວາມຈິງກໍຄື ເນື້ອທີ່ດິນປ່າໄມ້ກໍຖືກນຳໃຊ້.”

ເຂດພັທນານັ້ນ ມີການເຕີບໂຕຢູ່ ໂດຍສະເພາະໂຕເມືອງ, ປະຊາຊົນສ່ວນນຶ່ງ ກໍໄດ້ຄ່າຊົດເຊີຍ ສ່ວນໃດສ່ວນນຶ່ງ ຫຼື ລາຍໄດ້ຈາກການເຮັດກະສິກັມ ແບບພັນທະສັນຍາ ປະຊາຊົນສ່ວນນຶ່ງ ມີການດຳລົງຊີວິດດີຂຶ້ນ ແຕ່ ປະຊາຊົນ ສ່ວນໃຫຍ່ ຢູ່ເຂດຊົນບົດ ກໍຍັງມີຊີວິດການເປັນຢູ່ບໍ່ດີຂຶ້ນ.
ຍານາງ Shalmali Guttal ໄດ້ກ່າວວ່າ:
“ຂ້ອຍກໍຍັງບໍ່ທັນມີຫຼັກຖານ ປະຈັກຕາວ່າ ການເຮັດທຸຣະກິຈ ດ້ານກະສິກັມ ສົ່ງຜົລດີຕໍ່ປະຊາຊົນ ສ່ວນໃຫຍ່ ໂດຍສະເພາະ ຜູ້ທີ່ທຸກຍາກ.”
ເຈົ້າໜ້າທີ່ກະຊວງ ຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່່າວວ່າ ທົ່ວປະເທດລາວ ມີການຂຶ້ນທະບຽນໃບຕາດິນແລ້ວ 1.6 ລ້ານປາຍຕອນ ແລະຍັງບໍ່ຂຶ້ນທະບຽນ ອອກໃບຕາດິນຖາວອນ 1.3 ລ້ານປາຍຕອນ.
ບັນຫາທີ່ເກີດຂຶ້ນກໍຄື ຊາວບ້ານບໍ່ໃບຕາດິນ ເປັນຊ່ອງວ່າງໃຫ້ເຈົ້າໜ້າທີ່ບາງຄົນ ແລະ ບໍຣິສັດເອກຊົນ ເຂົ້າມາສັມປະທານ ແລະ ເຂົາດິນຂອງເຂົາເຈົ້າໄດ້.
ຍານາງ ບົວຄຳ ທິບພະວົງ ອະດີດ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫຼວງວຽງຈັນ ເຄີຍສເນີ ໃຫ້ຣັຖບານກວດຄືນ ທີ່ດິນໃນທົ່ວປະເທດ ທີ່ມີການຈັບຈອງ ແລະບຸກລຸກທີ່ດິນ ແບບບໍ່ຖືກຕ້ອງ ຕາມກົດໝາຍ ໂດຍສະເພາະກັບເຈົ້າໜ້າທີ່ຣັຖ ບາງຄົນ ທີ່ໄປຈັບຈ່ອງເອົາທີ່ດິນຣັຖ ມາເປັນຂອງໂຕເອງ ຫລື ສວຍໃຊ້ໜ້າທີ່ຕຳແໜ່ງ ເອື້ອຜົລປະໂຫຍດໃຫ້ກັບພັກພວກ ແລະກຸ່ມນາຍທຶນ.
ອີງຕາມຂໍ້ມູນຈາກ ກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ຣັຖບານໄດ້ໃຫ້ສັມປະທານທີ່ດິນແກ່ນັກລົງທຶນ ເພື່ອເພື່ອປູກໄມ້ອຸດສາຫະກັມ ຫຼາຍກວ່າ 1 ລ້ານເຮັກຕ້າຣ໌ ເຊິ່ງຍັງບໍ່ລວມເອົາທີ່ດິນໃຫ້ສັມປະທານສຳລັບໂຄງການເຂື່ອນ ແລະ ໂຄງການບໍ່ແຮ່.
ເຖິງຢ່າງ ໃດກໍຕາມ, ຜູ້ສັງເກດການເລື່ອງໃຫ້ການສັມປະທານ ທີ່ດິນ ກໍເຫັນວ່າ ເນື້ອທີ່ສັມປະທານທີ່ດິນໃນໂຕຈິງ ຈະສູງກວ່າຂໍ້ມູນຈາກທາງການລາວ ຍ້ອນວ່າ ການເຊົ່າ ແລະ ສັມປະທານ ທີ່ດິນຢູ່ບາງເຂດ ບໍ່ໄດ້ແຈ້ງໃຫ້ທາງການລາວ ຂັ້ນສູນກາງໄດ້ຮັບຮູ້.
ບັນຫາທີ່ດິນ ທີ່ບໍ່ສາມາດແກ້ໄຂໄດ້ ແລະ ເປັນບັນຫາຊໍາເຮື້ອມາຫຼາຍປີ ຍ້ອນວ່າ ຍັງມີການຈັບຈອງດິນຂາຍໃຫ້ເອກຊົນ ແລະ ການປະຕິບັດກົດໝາຍ ຍັງບໍ່ສັກສິດ.
ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເລື່ອງບັນຫາທີ່ດິນເນາະ ເຮົາຊິປະຕິຮູບແນວໃດກະແນວ ເລື່ອງການປະຕິຮູບທີ່ດິນ ຖ້າວ່າ ຍັງໃຫ້ມີເອກຊົນມາຜູກຂາດບໍ່ ຫຼືວ່າ ຣັຖຍັງຂາຍໃຫ້ເອກຊົນບໍ່ ອັນນີ້ນິ ຄືຊິບໍ່ສງົບຈັກເທື່ອດອກ.”
ມີການດັດແກ້ກົດໝາຍທີ່ດິນ ແຕ່ ບໍ່ມີການບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດ, ເຈົ້າໜ້າທີ່ມີການບັງຄັບໃຊ້ກົດໝາຍ ກັບປະຊາຊົນ ແຕ່ ບໍ່ບັງຄັບໃຊ້ກັບເຈົ້າໜ້າທີ່ຜູ້ກະທຳຜິດ.
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ກ່າວຕື່ມວ່າ:
“ກົດໝາຍເພື່ອປະຊາຊົນ ບໍ່ແມ່ນກົດໝາຍຂອງພະນັກງານ ພະນັກງານເຮັດອິຫຍັງ ກະຍົກເວັ້ນ ຍົກໂຕຢ່າງ ບໍ່ແມ່ນເພື່ອພນັກງານທະຫານ.”
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ຍັງຍົກໂຕຢ່າງວ່າ:
“ດິນຂອງເຈົ້ານາຍ 1,000 ເຮັກຕ້າຣ໌ 2,000 ເຮັກຕ້າຣ໌ ລະກົດໝາຍໝາຍ ກໍານົດແນວນັ້ນບໍ່ ແຕ່ ບາດເສັຽພາສີ ພັດບໍ່ມີຄົນເສັຽ.”
ເຈົ້າໜ້າທີ່ກະຊວງ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ເຄີຍເປີດເຜີຍຂໍ້ມູນວ່າ ເຈົ້າໜ້າທີ່ແຂວງ ໃຫ້ສັມປະທານທີ່ດິນ ເຂດປ່າສງວນແຫ່ງຊາຕ ແກ່ນັກລົງທຶນເພື່ອປູກຢ່າງພາຣາ ແລະ ນອກຈາກນີ້ ກໍມີເກີດມີຂໍ້ຂັດແຍ່ງ ດ້ານທີ່ດິນລະຫວ່າງ ເຈົ້າຂອງໂຄງການ ແລະ ປະຊາຊົນທ້ອງຖິນ ຈົນເຮັດໃຫ້ປະຊາຊົນ ທີ່ເປັນເຈົ້າຂອງທີ່ດິນຖືກຈັບຂັງຄຸກ.