ນ້ຳຕົກຕາດ ທີ່ມີຊື່ສຽງ ຂອງແຂວງຫຼວງພຣະບາງ ໄດ້ຮັບຜົລກະທົບ ຈາກອາກາດ ແຫ້ງແລ້ງ

ສະພາບອາກາດ ແຫ້ງແລ້ງ ໄດ້ສົ່ງຜົລເຮັດໃຫ້ ແຫຼ່ງທ່ອງທ່ຽວ ນ້ຳຕົກ ໄດ້ຮັບຜົລກະທົບ ເຊິ່ງນ້ຳຕົກຕາດແສ້ ແລະ ຕາດກວາງຊີ ທີ່ມີຊື່ສຽງ ຂອງແຂວງຫຼວງພຣະບາງ ກໍໄດ້ຮັບຜົລກະທົບນີ້ນຳ ຂະນະທີ່ນັກທ່ອງທ່ຽວ ຢຸດການເດີນທາງ ໄປທ່ຽວນ້ຳຕົກ ໃນໄລຍະນີ້ ເຮັດໃຫ້ທຸຣະກິຈທີ່ກ່ຽວພັນ ກັບແຫຼ່ງທ່ອງທ່ຽວ ຖືກກະທົບ.

ເດັກນ້ອຍ ກຳລັງຫຼິ້ນນ້ຳຕົກຕາດກວາງຊີ, ແຂວງຫຼວງພຣະບາງ ເດືອນພຶສພາ 2023. Courtesy Photo

ນໍ້າຕົກຕາດແສ້ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ຊຶ່ງເປັນນໍ້າຕົກທີ່ສວຍງາມ ແລະສົດຊື່ນ ນັ້ນ ມາໃນຂະນະນີ້ ໄດ້ບົກແຫ້ງ ບໍ່ມີນໍ້າ ເຮັດໃຫ້ນັກທ່ອງທ່ຽວຜິດຫວັງ, ເມື່ອມາເຖິງບໍ່ເຫັນນໍ້າຕົກ, ເຫັນແຕ່ໂງ່ນຫີນ ແລະພື້ນດິນ ຈຶ່ງພາກັນກັບ, ອິງຕາມຄໍາເວົ້າ ຂອງນັກທ່ອງທ່ຽວ ທ່ານນຶ່ງ ທີ່ໄປທ່ຽວນໍ້າຕົກຕາດແສ້ຄັ້ງທໍາອິດ ເມື່ອວັນທີ 9 ພຶສພານີ້.

ມີ 2 ກຸ່ມທີ່ໄປນໍາກັນ ແລ້ວໄປເຂົາເຫັນບໍ່ມີນໍ້າ ເຂົາກໍກັບເລີຍ ມັນແຫ້ງບໍ່ມີນໍ້າເລີຍ ມີແຕ່ຕົ້ນໄມ້ທັມດານີ້ແຫຼະ ຄືປ່າ ແລ້ວກໍເປັນຫີນແຫ້ງໆແລ້ວຊ່ວງນີ້ ມັນກໍບໍ່ມີນໍ້າມີຫຍັງ ກໍບໍ່ມີຄົນ ຄົນກໍບໍ່ມີນໍ້າກໍບໍ່ມີ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ບ້ານແອນ ເມືອງຊຽງເງິນ ຊຶ່ງເປັນບ້ານທີ່ຢູ່ໃກ້ກັບນໍ້າຕົກຕາດແສ້ ກໍເວົ້າໃນມື້ດຽວກັນນີ້ ເຖິງຜູ້ປະກອບການທຸຣະກິຈ ຂນາດນ້ອຍ ເປັນຕົ້ນຮ້ານອາຫານ ໃນເຂດນໍ້າຕົກນັ້ນວ່າ ພວກເຂົາເຈົ້າ ບໍ່ໄດ້ເປີດຮ້ານ ເພື່ອບໍຣິການນັກທ່ອງທ່ຽວ ຍ້ອນບໍ່ມີນັກທ່ອງທ່ຽວມາ, ແຕ່ພວກເຂົາເຈົ້າ ເວົ້າວ່າ ຈະລໍຖ້າໃຫ້ຕາດແສ້ ມີນໍ້າກ່ອນ ຈຶ່ງຈະກັບມາເປີດຮ້ານອາຫານ ເພື່ອບໍຣິການນັກທ່ອງທ່ຽວຕາມປົກກະຕິ.

ຕາດແສ້ນີ້ ມັນຈະບໍ່ມີບໍ່ມີແຂກໄປເລີຍນ່າ ມັນບໍ່ມີແນວເບິ່ງເດ້ເນາະ ບົກແຫ້ງຫຼາຍ ບໍ່ມີນໍ້າຕົກນ່າ ບໍ່ມີນໍ້າຕາດນ່າ ມີແຕ່ນໍ້າລັດພື້ນລົງມາຢູ່ລຸ່ມພີ້ຊື່ໆ ແລ້ວກໍຮ້ານອາຫານແຂກບໍ່ໄປ ເຂົາເຈົ້າກໍເຊົາ ຊ່ວງໃດທີ່ວ່ານໍ້າປົກຕິມາແລ້ວ ເຂົາເຈົ້າກໍໄປຄືເກົ່າ.

ຜູ້ປະກອບການທຸຣະກິຈ ຂນາດນ້ອຍອີກຜູ້ນຶ່ງ ທີ່ຂັບຣົຖສອງແຖວນໍາທ່ຽວ ແຂວງຫຼວງພຣະບາງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ຍ້ອນສະພາບອາກາດດຽວນີ້ ມີຄວາມແຫ້ງແລ້ງ ແລະຮ້ອນ ຈຶ່ງບໍ່ມີລູກຄ້າທີ່ຈະຈ້າງໄປນໍ້າຕົກຕາດແສ້ ອີກແລ້ວ ແລະລູກຄ້າທີ່ຈ້າງໄປນໍ້າຕົກຕາດ ກວາງຊີ ກໍແທບຈະບໍ່ມີເລີຍ ເຊັ່ນມື້ວັນທີ 10 ພຶສພານີ້ ກໍໄດ້ລູກຄ້າພຽງຄົນດຽວ.

ຕາດແສ້ ບໍ່ຄ່ອຍມີຄົນໄປ ຊ່ວງນີ້ສ່ວນຫຼາຍເຂົາເຈົ້າໄປຕາດກວາງຊີ ຕາດກວາງຊີ ກໍບໍ່ມີ ແລ້ວແຂກເຣີ່ມບໍ່ມີແລ້ວ ນ້ອງກໍ່ຫາກໍ່ໄດ້ມາ ຊ່ວງນີ້ແຂກເຣີ່ມບໍ່ມີແລ້ວ ຖ້າເດືອນ 8 ເດືອນ 9 ພຸ້ນແຫຼະຈຶ່ງຄ່ອຍມີແຂກຕື່ມ ເພາະວ່າມັນມໍ່ບຸນຊ່ວງເຮືອ ແດ່ ມໍ່ມື້ບຸນດຽວນີ້ ຮ້ອນຢູ່ດຽວນີ້.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຊຽງເງິນ ກ່າວເຖິງນໍ້າຕົກຕາດແສ້ ວ່າ ບົກແຫ້ງແທ້ ຍ້ອນອາກາດແຫ້ງແລ້ງ ແລະເປັນຍາມມັນແຫ້ງ. ທ່ານເວົ້າວ່າ ແຕ່ເດືອນໜ້າ ເປັນຕົ້ນໄປ ຈົນເຖິງເດືອນຕຸລາ ຈະມີຝົນຕົກລົງມາ ຈະເຮັດໃຫ້ນໍ້າຕົກຕາດແສ້ ກັບມາມີນໍ້າໄຫຼ ຜ່ານຫີນປູນຄືເກົ່າ.

ບົກແຫ້ງແລ້ວຍາມນີ້ນ່າ ອີກເດືອນໜ້ານີ້ ກໍຈະເຣີ່ມມີນໍ້າແລ້ວ ເຣີ່ມເດືອນ 6 ໄປເນາະ ເພາະວ່າຝົນຕົກແລ້ວ ເຣີ່ມີນໍ້າໄປເນາະ ເດືອນ 6 ເດືອນ 7 ເດືອນ 8 ເດືອນ 9 ເດືອນ 10 ກໍຍ້ອນທັມມະຊາຕ ມັນນີ້ແຫຼະ ຮອດຍາມມັນແຫ້ງ ມັນກໍແຫ້ງເນາະ.

ນໍ້າຕົກຕາດອີກແຫ່ງນຶ່ງ ທີ່ລືຊື່ ຂອງແຂວງຫຼວງພຣະບາງ ຄື ນໍ້າຕົກຕາດກວາງຊີ ດຽວນີ້ ນໍ້າກໍຫລຸດໜ້ອຍລົງ ເຮັດໃຫ້ນັກທ່ອງທ່ຽວ ແລະຜູ້ປະກອບການ ໄດ້ຮັບຜົລກະທົບ. ນໍ້າຕົກຕາດກວາງຊີ ທີ່ຂຶ້ນຊື່ວ່າ ເປັນນໍ້າຕົກຫີນປູນ ສີຂຽວ ມໍຣະກົດ, ມີຄວາມສູງ 71 ແມັດ, ນໍ້າຕົກ 6 ຊັ້ນ ແລະເຄີຍມີສາຍນໍ້າຕົກແຮງນັ້ນ ມາມື້ນີ້ ບໍ່ຄືເກົ່າແລ້ວ ຍ້ອນປີນີ້ ບໍ່ມີຝົນຕົກ ມາເປັນເວລາຫຼາຍເດືອນແລ້ວ ເຮັດໃຫ້ເກີດຄວາມແຫ້ງແລ້ງ ຫຼາຍກວ່າປີທີ່ຜ່ານໆມາ. ມາຮອດມື້ນີ້ ນໍ້າຕົກຕາດກວາງຊີ ກໍຍັງມີຢູ່ ແຕ່ບໍ່ຫຼາຍ.

ດັ່ງນັກທ່ອງທ່ຽວ ທີ່ໄປທ່ຽວນໍ້າຕົກຕາດກວາງຊີ ເມື່ອວັນທີ 9 ພຶສພານີ້ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ນໍ້ານີ້ ຍັງງາມຍັງຂຽວອຶ້ມຄື້ມ ຄືເກົ່າຢູ່ ແຕ່ວ່າມັນຫາກຢາກໜ້ອຍ ປີນີ້. ໜ້ອຍກວ່າປີຜ່ານມາ ນໍ້າຕົກຕາດມັນຈະບໍ່ຫຼາຍເນາະ. ມັນຈະບໍ່ງາມ ມັນຈະພຸ້ງອອກຄືເຮົາເບິ່ງຢູ່ໃນທີວີ ຫັ້ນນ່າ ແຕ່ໄປດຽວນີ້ ພໍອາບໄດ້ ນໍ້າມັນກໍຕົກຢູ່ ໂຕຕາດອັນຍ້ອຍ ຜາລົງມານ່າ ທັມມະດາ ຄືສາເຫດທີ່ພາໃຫ້ນໍ້າໜ້ອຍຫັ້ນ ຍ້ອນບໍ່ມີຝົນຕົກເນາະ ເດືອນ 11 ມາຮອດເດືອນ 5 ນີ້ ຝົນຫາກໍ່ຕົກ ໝົ້ງປະມານ 2-3 ຫ່ານີ້ແຫຼະ ແລ້ວມັນກໍເຮັດໃຫ້ປ່າທັມມະຊາຕ ຢູ່ເຂດນັ້ນກໍຫ່ຽວແຫ້ງເນາະ ແລ້ວມັນກໍພາໃຫ້ນໍ້າໜ້ອຍ.
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣບາງ ກໍກ່າວວ່າ ປີນີ້ນໍ້າຕົກຕາດ ກວາງຊີ ມີໜ້ອຍກວ່າປີທີ່ຜ່ານມາ.

ຄືວ່າປີນີ້ມັນແລ້ງຫຼາຍເນາະ ຖ້າອີກປະມານທ້າຍເດືອນນີ້ນ່າ ຈະຫຼາຍຢູ່ເພາະວ່າ ຝົນຫາກໍ່ເຣີ່ມຕົກວ່າງ 1 ມື້ເພາະວ່າປີນີ້ ມັນແລ້ງຫຼາຍ ເຂດອ້ອມແອ້ມຂ້າງ ຫ້ວຍອ້ອມຂ້າງກໍແຫ້ງໝົດ. ເຈົ້າ! ປົກຕິບໍ່ແຫ້ງ ຮ້ອນຫຼາຍ ມັນກໍເລີຍແຫ້ງ ຕາດກວາງຊີເນາະ ຄືພໍ່ແມ່ປະຊາຊົນ ເຮັດກະສິກັມຫັ້ນນ່າເນາະ ປູກເຂົ້າປູກຫຍັງຢູ່ແຖວນັ້ນ ເຂົ້າອິຫຍັງກໍລົ້ມຕາຍຫຼາຍເດ໋ ຄືວ່າເຂົ້າຂາດນໍ້າຫັ້ນນ່າ ຂາຍເຄື່ອງກໍຊິໄດ້ຮັບຜົນກະທົບ ຄືກັນແຫຼະ ເພາະວ່ານັກທ່ອງທ່ຽວ ເຂົາເຈົ້າບໍ່ໄປ ເພາະວ່າຍາມນີ້ຣະດູແລ້ງ ເຂົາເຈົ້າກໍຈະເຊີດຫາ ມີນໍ້າບໍ່ ມີນໍ້າ ຈັ່ງຊີ້ແຫຼະເນາະ.”

ນິຕະຍະສານ ທ່ອງທ່ຽວທີ່ມີຊື່ສຽງ ຂອງໂລກ Tripadvisor ລະບຸວ່າ ນໍ້າຕົກຕາດກວາງຊີ ຂຶ້ນຊື່ວ່າເປັນນໍ້າຕົກ ທີ່ງາມທີ່ສຸດໃນເອເຊັຽ ຕາເວັນອອກສ່ຽງໃຕ້ ເປັນອັນ ດັບ 1 ແລະ ນໍ້າຕົກຕາດແສ້ ເປັນອັນດັບ 7.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org