ຍັງມີ ຊາວບ້ານ ລັກລອບ ເຂົ້າໄປ ຮ່ອນຄໍາ ໃນ ແມ່ນໍ້າຂອງ ເຂດ ເມືອງປາກອູ ແຂວງ ຫລວງພຣະບາງ ຈົນເຮັດໃຫ້ ນໍ້າ ທາງເຂດ ລຸ່ມລົງມານັ້ນ ຂຸ່ນ ເປັນສີແດງ ຊາວບ້ານ ກໍໄດ້ ຮ້ອງຮຽນ ຕໍ່ ພາກ ສ່ວນ ທີ່ ກ່ຽວຂ້ອງ ເພື່ອໃຫ້ ຊ່ວຍແກ້ໄຂ ຍ້ອນບໍ່ກ້າ ໃຊ້ນໍ້າ ຢ້ານວ່າ ຈະມີ ສານເຄມີ ຕົກຄ້າງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ໃນ ວັນທີ 13 ມີຖຸນາ 2014:
"ປະຊາຊົນ ເຂົາເຮັດແທ້ ກໍເຮັດແບບ ບໍຣິສັດ ບໍ່ໄດ້ຈັດສັນ ບໍ່ໄດ້ ຂຸດຄົ້ນ ຂະເຈົ້າ ກໍເຮັດແບບ ປະຖົມ ປະຖານ ຕາມ ພື້ນບ້ານ ບ່ອນ ຂຸດຄົ້ນ ກໍຖືວ່າ ມັນຢູ່ ຊານພູ ມັນກໍ ໄຫລລົງໃສ່ ຫັ້ນນະ ຕົວບ້ານ ຫ້ວຍອ໋ວນ ແລ້ວກໍໄປ ຕົກໃສ່ ນໍ້າເຊືອງ ແຕ່ ການປ້ອງກັນ ນໍ້າເຄ ມີ ພວກເຮົາ ກໍຍັງ ບໍ່ທັນ ຮູ້ຈັກ ຂະເຈົ້າ ລະອຽດ".
ເມື່ອປີ 2 ປີ ຜ່ານມາ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງນີ້ ເຄີຍປະກາດ ຫ້າມບໍ່ໃຫ້ ປະຊາຊົນ ທີ່ ບໍ່ໄດ້ຮັບ ອະນຸຍາດ ຂຸດຄໍາ ແລະ ໄດ້ສົ່ງ ເຈົ້າໜ້າທີ່ ໄປກວດກາ ແລະ ກໍພົບວ່າ ມີສານເຄມີ ຕົກຄ້າງ ສົ່ງ ຜົລກະທົບ ຕໍ່ ຊາວບ້ານ ທີ່ໃຊ້ນໍ້າ.
ການຮ່ອນຄໍາ ຂອງຊາວບ້ານ ສ່ວນຫລາຍ ຈະໃຊ້ ສານເຄມີ ໄຊຍານາຍ ແລະ ບາຫລອດ ຊຶ່ງ ບໍ່ສາມາດ ສລາຍໄດ້ ຕາມທັມຊາດ ທັງ ຍັງຕົກຄ້າງ ຢູ່ໃນດິນ ໃນນໍ້າຂອງ ແລະ ຝຸງສັດນໍ້າ ຫາກ ປະຊາຊົນ ຈັບເອົາໄປກິນ ກໍຈະ ເຈັບເປັນໄດ້.ເຈົ້າໜ້າທີ່ ກ່າວ ຕື່ມອີກວ່າ ບັນຫາ ທີ່ວ່ານີ້ ສົ່ງ ຜົລກະທົບ ຕໍ່ ຊາວບ້ານ ໂດຍກົງ. ດັ່ງນັ້ນ ເຈົ້າໜ້າທີ່ ກ່ຽວຂ້ອງ ຄວນໄປ ກວດກາ ແລະ ອົບຮົມ ຊາວບ້ານ ກ່ຽວກັບ ເຣື່ອງນີ້ ນໍາດ້ວຍ.