ທະຫານລັກຂຸດຄໍາ ບໍ່ມີໃຜກ້າປາກ


2013.06.04
f-river ນໍ້າຫ້ວຍ ທີ່ໄຫລລົງສູ່ ລໍານໍ້າສາຍໃຫຍ່ ເມື່ອບົກແຫ້ງ ຈະກະທົບ ຫລາຍຢ່າງ
Mek/fb

 

ບໍ່ມີ ຫນ່ວຍງານ ຫຼື ຫ້ອງການ ໃດ ຂອງ ຣັຖບານລາວ ກ້າອອກມາ ປະນາມ ການຂຸດຄຳ ນອກຣະບົບ ຂອງ ກຸ່ມທະຫານ ທີ່ເມືອງ ໄຊສົມບູນ.

ຈາກຄຳເວົ້າ ຂອງ ເຈົ້າຫນ້າທີ່ ກ່ຽວຂ້ອງ ດ້ານ ສິ່ງແວດລ້ອມ ກ່ຽວກັບ ມີທະຫານ ກຸ່ມນຶ່ງ ໄດ້ພາກັນ ລັກຂຸດຄຳ ໃນເຂດເມືອງ ໄຊສົມບູນ ແຂວງວຽງຈັນ ແບບ ສະຊາຍ ແລະ ໄດ້ຮຽກຮ້ອງ ໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ຄື ກົມບໍ່ແຮ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຮ່ວມໄປຮອດ ກະຊວງປ້ອງກັນ ປະເທດ ໄປແກ້ໄຂ ເຣື້ອງນີ້ ປາກົດວ່າ ບໍ່ມີ ຫນ່ວຍງານໃດ ອອກມາ ຮັບຮູ້ ຕໍ່ສິ່ງທີ່ ເກີດຂຶ້ນ ເມຶ່ອຖາມໄປຍັງ ກົມບໍ່ແຮ່ ດຣ. ສີມອນ ພິຈິດ ຫົວຫນ້າ ກົມບໍ່ແຮ່ ຕອບວ່າ:

"ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ບໍ່ແມ່ນ ພວກເຮົາ ຮັບຜິດຊອບ ເຣື້ອງຂຸດຄົ້ນ ນອກຣະບົບ ໃຫ້ເອີ້ນຫາ ກົມທໍຣະນີ ວິທຍາ ແລະ ແຮ່ທາດເດີ".

ທາງກະຊວງ ປ້ອງກັນ ປະເທດ ເວົ້າວ່າ ຕ້ອງມີ ຫນ່ວຍງານ ທີ່ກ່ຽວຂ້ອງ ໃນບັນຫາ ດ່ັງກ່າວ ຍື່ນຫນັງສື ມາຫາ ກະຊວງ ປ້ອງກັນ ປະເທດກ່ອນ ທາງກະຊວງ ຈະແຈ້ງ ໄປຫາຫນ່ວຍງານ ຄວບຄຸມ ທະຫານ ໃນເຂດນັ້ນ ຖ້າມີແຕ່ ເວົ້າຊື່ໆ ກໍຈະບໍ່ມີ ຄວາມຫມາຍ ຫຍັງຫມົດ. ໃນຂະນະ ດຽວກັນ ຫົວຫນ້າ ກົມທໍຣະນີສາດ ແລະ ບໍ່ແຮ່ ທ່ານ ຈັນສອນ ແສນ ບຸດທະລາດ ກໍປະຕິເສດ ວ່າ ບໍ່ມີສ່ວນ ຮັບຜິດຊອບ ກ່ຽວກັບ ເຣື້ອງນີ້. ດັ່ງທ່ານ ເວົ້າວ່າ:

"ບໍ່ຕ້ອງຖາມ ຂ້າພະເຈົ້າ ໄປຖາມ ກະຊວງ ທາງດ້ານ ບໍ່ແຮ່ພຸ້ນ".

ເມືອງ ໄຊສົມບູນ ເປັນເຂດ ທີ່ມີການ ຄວບຄຸມ ຂອງ ຝ່າຍທະຫານ ຄົນພາຍນອກ ບໍ່ ສາມາດ ເຂົ້າໄປໄດ້ ແລະ ບັນຫາ ທີ່ເກີດຂື້ນນີ້ ຕ້ອງແມ່ນ ຝ່າຍຣັຖບານ ເປັນຜູ້ ຮັບຜິດຊອບ ພຽງຄົນດຽວ ການຂຸດຄຳ ແບບສະຊາຍ ຂອງ ກຸ່ມທະຫານ ສົ່ງມົລພິດ ລົງໃສ່ ຫ້ວຍນ້ຳ ລໍາທານ ຢ່າງໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.