ຊາວບ້ານ ຢູ່ແຂວງຫົວພັນ ທີ່ເສັຍດິນ ໃຫ້ໂຄງການ ເຂື່ອນນໍ້າຮາວ ຍັງບໍ່ໄດ້ຄ່າຊົດເຊີຍ
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ແລວທາງສາຍສົ່ງໄຟຟ້າ ຂອງເຂື່ອນນ້ຳຮາວ ຢູ່ແຂວງຫົວພັນ ຈຳນວນ 25 ຄອບຄົວ ຮຽກຮ້ອງໃຫ້ທາງລາວ ຈ່າຍຄ່າຊົດເຊີຍ ໃນລາຄາທີ່ເໝາະສົມ ຊຶ່ງປັດຈຸບັນໂຄງການ ເຂື່ອນນໍ້າຮາວ ກຳລັງຢູ່ໃນ ລະຫວ່າງການກໍ່ສ້າງ.
-
ໄຊຍາ
2022-05-20 -
-
-
Your browser doesn’t support HTML5 audio
ຊາວບ້ານ 25 ຄອບຄົວ ຢູ່ໃນເມືອງຊຳເໜືອ, ເມືອງວຽງໄຊ ແລະ ເມືອງສົບເບົາ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບສູນເສັຽທີ່ດິນທຳກະເສດ ຍ້ອນໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຈາກເຂື່ອນໄຟຟ້ານໍ້າຮາວ ຫາສະຖານີໄຟຟ້າຊຳເໜືອ ຍັງບໍ່ທັນໄດ້ຮັບເງິນຊົດເຊີຍ ພ້ອມຮຽກຮ້ອງໃຫ້ທາງການລາວ ຊົດເຊີຍເງິນໃຫ້ກັບຊາວບ້ານຢ່າງເໝາະສົມ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບ ໃນເມືອງວຽງໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສພານີ້ວ່າ:
“ກາມີກຳນົດແບບເປັນວ່າ ສວນໝາກ ສວນກິນ ໝາກ ຫຼືວ່າຕົ້ນນັ້ນ ຕົ້ນນີ້ເບາະ ຫຼືວ່າແມ່ນຫຍັງຕ່າງໆ ຫັ້ນ ກາທາງເມືອງລົງມາ ສົມທົບກັບອຳນາດການປົກຄອງ ຄືວ່າກາມີບັນຊີ ລະອຽດດອກ ຢາກຮຽກຮ້ອງເພິ່ນ ຢາກໃຫ້ຫຼາຍກວ່ານັ້ນເດ້.”
ຊາວບ້ານຜູ້ອີກນີ້ກ່າວຕື່ມ ທີ່ດິນທີ່ຊາວບ້ານສູນເສັຽໃຫ້ກັບໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຫ່ງນີ້ ສ່ວນຫຼາຍຈະເປັນດິນໄຮ່, ດິນສວນ ທີ່ຊາວບ້ານປູກຕົ້ນໄມ້ຊະນິດຕ່າງໆ ເອົາໄວ້ເຖິງ ຈະມີມູນຄ່າບໍ່ສູງ ແຕ່ຊາວບ້ານກໍໄດ້ເພິ່ງພາຜລິດ ເພື່ອນຳໄປຂາຍຕາມຕລາດ ກໍພໍກຸ້ມຢູ່ກຸ້ມກິນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊົດເຊີຍເງິນໃຫ້ກັບຊາວບ້ານຫຼາຍແດ່.
ຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບກ່າວວ່າ ຕອນນີ້ຍັງບໍ່ທັນຮູ້ວ່າ ທາງການລາວຈະຊົດເຊີຍເງິນໃຫ້ ກັບຊາວບ້ານແບບໃດ ແລະຊົດເຊີຍຫຼາຍເທົ່າໃດ ເພາະຍັງບໍ່ເຫັນພາກສ່ວນທີ່ກ່ຽວຂ້ອງ ລົງມາໂອ້ລົມກັບຊາວບ້ານເທື່ອ. ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ມາວັດແທກເອົາດິນໄຮ່, ດິນສວນຂອງຊາວບ້ານໄປຈຳນວນນຶ່ງ.
ດັ່ງຊາວບ້ານ ໃນເມືອງວຽງໄຊ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 20 ພຶສພາ ນີ້ວ່າ:
“ຖືກແທ້ ເຫັນເຂົາມາແທກບ່ອນນຶ່ງວ່າ ເສັຽດິນຢູ່ບ່ອນແປະນາຫັ້ນເນາະ ຍັງໆບໍ່ທັນເຫັນເຂົາມາແທກ ແທກແລ້ວສິເຮັດເສົາໄຟຟ້າ ໃສ່ເທີງສວນເນາະ ຖືກສວນ, ຖືກໄຮ່ແປະນາ.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງຊຳເໜືອກ່າວວ່າ ສູນເສັຽດິນໄຮ່ ໃຫ້ກັບໂຄງການບໍຮອດ 1 ເຮັກຕ້າຣ໌ແຕ່ກາຍັງບໍ່ຮູ້ວ່າ ຈະໄດ້ຮັບເງິນຊົດເຊີຍໜ້ອຍຫຼາຍຊໍ່າໃດ. ຊຶ່ງຊາວບ້ານແຕ່ລະຄອບຄົວ ກໍບໍ່ໄດ້ຄັດຄ້ານແລະຮຽກຮ້ອງຫຍັງ ແຕ່ທາງການລາວກໍບອກໃຫ້ຮູ້ວ່າ ຈະຈ່າຍເງິນຊົດເຊີຍໃຫ້ກັບຊາວບ້ານ ໄປຕາມຂໍ້ຕົກລົງຂອງລະບຽບ ກົດໝາຽ.
ດັ່ງຊາວບ້ານ ໃນເມືອງຊຳເໜືອ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສພາ ນີີ້ວ່າ:
“ເຂົາກາໄລ່ຕາມລະບຽບ ກົດໝາຽຫັ້ນແຫຼະ ເຂົາອີງຕາມກົດໝາຽ ຮ້ອງຫຼາຍກາບໍ່ໄດ້ ເພາະວ່າກົດໝາຽເດ້ ກົດໝາຽວ່າແນວນັ້ນ ກາແນວນັ້ນ ຂໍ້ຕົກລົງຂອງເຈົ້າເມືອງ ເຈົ້າແຂວງວ່າແນວນັ້ນ ກາສໍ່ານັ້ນແຫຼະ.”
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມກ່າວວ່າ ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຂອງໂຄງການເຂື່ອນນໍ້າຮາວ ຫາກໍສຳເຣັດກອງປະຊຸມປຶກສາຫາລື ແລະຣາຍງານຜົລການສຶກສາ ຜົລກະທົບຕໍ່ສິ່ງແວດລ້ອມໃນເບື້ອງຕົ້ນ ແລະຍັງຈະສືບຕໍ່ ການປະເມີນຜົລກະທົບສິ່ງແວດລ້ອມຕື່ມອີກ. ສະນັ້ນຄອບຄົວທີ່ຖືກຜົລກະທົບ 25 ຄອບຄົວນັ້ນ ຈຶ່ງຍັງບໍ່ທັນໄດ້ຮັບເງິນຊົດເຊີຍເທື່ອ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສພານີ້ວ່າ:
“ໂຕນີ້ຫາກໍຈັດກອງປະຊຸມ ຜ່ານແຜນຄຸ້ມຄອງສິ່ງແວດລ້ອມເນາະ ປະຊາຊົນກໍເຫັນດີແລ້ວ ເຂົາຈັ່ງສິລົງໄປຊົດເຊີຍ ຂໍ້ມູນອັນໃດກໍຍັງບໍ່ເຮັດຣະອຽດດີ ເຂົາກໍຍັງສິລົງໄປຕື່ມ ແລ້ວກໍຍັງຂັ້ນຕອນທີ່ວ່າ ຍັງຄົ້ນຄ້ວາກັນສູ່ມື້ນີ້ນ່າ.”
ສຳລັບໂຄງການກໍ່ສ້າງ ສາຍສົ່ງໄຟຟ້າ 115 ກິໂລໂວນ ຈາກເຂື່ອນໄຟຟ້ານໍ້າຮາວ ຫາສະຖານີຊໍາເໜືອຊຶ່ງກໍ່ສ້າງຕາມແລວເສັ້ນທາງ ໝາຽເລກ 6A ມີຄວາມຍາວທັງໝົດ 44 ປາຍ ກິໂລແມັດ.
ສ່ວນເຂື່ອນໄຟຟ້ານໍ້າຮາວ ມີກຳລັງການຜລິດ 22 ເມກາວັຕ ໂດຍເປັນການລົງທຶນ ຂອງບໍຣິສັດ ນໍ້າຮາວຈະເຣີນພາວເວີຣ໌ ຈຳກັດຜູ້ດຽວ ຖືຮຸ້ນ 100%, ມູນຄ່າການລົງທຶນ ປະມານ 40 ລ້ານປາຍໂດລ້າຣ໌ສະຫະຣັຖ ຊຶ່ງຢູ່ພາຍໃຕ້ບໍຣິສັດກຸ່ມດວງຈະເຣີນພັທນາ ກໍ່ສ້າງຈຳກັດຜູ້ດຽວ.
ປັດຈຸບັນໂຄງການເຂື່ອນນໍ້າຮາວ ພວມກຳລັງຢູ່ລະຫວ່າງການກໍ່ສ້າງ ຍັງບໍ່ເຖິງ 50% ຂອງໜ້າວຽກທັງໝົດ ແຕ່ຫາກກໍ່ສ້າງສຳເຣັດ ເຂື່ອນແຫ່ງນີ້ຈະຂາຍໄຟຟ້າໃຫ້ ກັບຣັຖວິສາຫະກິຈໄຟຟ້າລາວທັງໝົດ.