ແຂວງຫົວພັນ ໃຫ້ບໍຣິສັດ DLV Mining ຈຳກັດ ຂອງເອກະຊົນລາວ ເຂົ້າສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ຂຸດຄົ້ນຫິນ ອຸດສາຫະກັມ (Marble) ເຂດບ້ານຄໍ້, ບ້ານຖິ່ນ ແລະ ບ້ານຊຳໃຕ້ ໃນເມືອງຊຳໃຕ້ ເນື້ອທີ່ເກືອບ 800 ເຮັກຕ້າຣ. ໃນນີ້, ກວມເອົາດິນໄຮ່, ດິນສວນ ແລະ ດິນນາ ຂອງຊາວບ້ານຢ່າງໜ້ອຍ 10 ເຮັກຕ້າຣ, ເຊິ່ງໂຄງການຂຸດຄົ້ນຫິນ ອຸດສາຫະກັມ ຍັງຢູ່ຣະຫວ່າງການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ແລະ ຍັງບໍ່ທັນໄດ້ເຣີ່ມຂຸດຄົ້ນເທື່ອ.
ໃນເບື້ອງຕົ້ນ, ມີຊາວບ້ານ 3 ບ້ານ ທີ່ຈະສູນເສັຽດິນໄຮ່, ດິນສວນ ແລະ ດິນນາ ຈຳນວນນຶ່ງ ທັງໝົດປະມານ 70 ຄອບຄົວ, ແຕ່ ບໍ່ມີຄອບຄົວໃດ ຖືກໂຍກຍ້າຍ, ເຊິ່ງທາງບໍຣິສັດ ຜູ້ລົງທຶນ ແລະ ທາງການແຂວງ ກຳລັງປະເມີນລາຄາທີ່ດິນ ແລະ ຈະຊົດເຊີຍໃຫ້ ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ຢ່າງສົມເຫດສົມຜົລ. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນາ ນີ້ວ່າ:
“ໂຕນີ້ແມ່ນຖືກແຕ່ເຂດໄຮ່, ເຂດສວນ ຂອງປະຊາຊົນ ແລ້ວກະນາຈຳນວນນຶ່ງ. ທາງເຮົາກະໄດ້ຮິບໂຮມຂໍ້ມູນ ກຽມຊິກຳນົດຫົວໜ່ວຍ ການຊົດເຊີຍຜົລກະທົບ ປະມານ 70 ຄອບຄົວ ມັນຈະບໍ່ຖືກເຂດດິນປຸກສ້າງ ຂອງປະຊາຊົນ ບໍ່ຖືກບ້ານເນາະ ຖືກແຕ່ເຂດທຳການ ຜລິຕ.”
ເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວຕື່ມວ່າ ສ່ວນເຣື່ອງການປະເມີນສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ທາງການແຂວງ ກໍຍັງເປັນ ກັງວົນຢູ່ 3 ເຣື່ອງສຳຄັນ ຄື ເຣື່ອງຄຸນນະພາບອາກາດ ທີ່ຈະມີຝຸ່ນລະອອງຂນາດນ້ອຍ ກະຈາຍທົ່ວພື້ນທີ່ອ້ອມຂ້າງ, ເຣື່ອງສຽງດັງ ແຮງສັ່ນສະເທືອນ ແລະ ເຣື່ອງນ້ຳໜ້າດິນ, ເຊິ່ງຖືວ່າເປັນແຫຼ່ງນ້ຳສຳຄັນ ຂອງການດຳຣົງຊີວິຕ ຂອງຄົນ ແລະ ສັດປ່າ, ໂດຍບັນຫາດັ່ງກ່າວ ທາງບໍຣິສັດຜູ້ລົງທຶນ ຈະຕ້ອງໄດ້ສຶກສາຄືນ ຢ່າງລະອຽດ.
ກ່ຽວກັບເຣື່ອງນີ້, ຊາວບ້ານ ໃນເມືອງຊຳໃຕ້ ແຂວງຫົວພັນ ທີ່ຄາດວ່າຈະໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນາ ນີ້ວ່າ ດຽວນີ້ ເຫັນບໍຣິສັດລົງມາສຳຣວດແລ້ວ, ແຕ່ຍັງບໍ່ທັນມາເວົ້າ ເຣື່ອງການ ຊົດເຊີຍເທື່ອ.
“ເຂົາສຳຣວດໄວ້ ກໍກວມໄຮ່ ກວມນາແດ່, ສ່ວນຫຼາຍຢາກຖືກດິນນາຫັ້ນແຫຼະ. ຄືວ່າບໍ່ທັນເຫັນເຂົາມາເວົ້າມາວ່າແນວໃດ (ເຣື່ອງການຊົດເຊີຍ).”
ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ຊາວບ້ານສ່ວນໃຫຍ່ ມີອາຊີພເຮັດໄຮ່, ເຮັດສວນ ແລະເຮັດນາເປັນຫຼັກ. ຫາກດິນທັງໝົດ ສູນເສັຽໃຫ້ ໂຄງການ ຊາວບ້ານກໍຈະບໍ່ມີດິນທຳມາຫາກິນ ໄປຊອກຊື້ບ່ອນໃໝ່ກະບໍ່ໄດ້ແລ້ວ ເພາະດິນມັນມີໜ້ອຍ ຍ້ອນເປັນເຂດພູດອຍ.
ຊາວບ້ານອີກຜູ້ນຶ່ງ ທີ່ຈະໄດ້ຮັບຜົລກະທົບ ໃນເມືອງຊຳໃຕ້ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງຄ່າຊົດເຊີຍ ຕ່າງໆ ຍັງບໍ່ຮູ້ຣາຍລະອຽດເທື່ອ, ແຕ່ເບື້ອງຕົ້ນ ບໍຣິສັດໄດ້ລົງມາ ກໍມາບອກວ່າ ໂຄງການດັ່ງກ່າວ ຈະບໍ່ມີຜົລກະທົບໃດໆ ຕໍ່ຊາວ ບ້ານໃນພື້ນທີ່, ແຕ່ຊາວບ້ານສ່ວນໃຫຍ່ ເຫັນກົງກັນວ່າ ຍັງເປັນຫ່ວງເຣື່ອງຝຸ່ນລະອອງ ຂນາດນ້ອຍ ທີ່ເກີດຈາກການລະເບີດຫິນ, ເຣື່ອງນ້ຳເສັຽ ແລະ ເຣື່ອງສຽງ-ແຮງສັ່ນສະເທືອນ ຈາກການລະເບີດຫິນ ເພາະຢູ່ໃກ້ເຂດບ້ານ ບໍ່ເຖິງ 300 ແມັຕ.
“ເຣື່ອງຂີ້ຝຸ່ນ, ເຣື່ອງນ້ຳເສດ, ນ້ຳເສັຽ ບໍຣິສັດເພິ່ນກະເວົ້າ ເພິ່ນມາຜ່ານຂໍ້ມູນຂໍ້ຄົງຄ້າງເພິ່ນນ່າ ຊິບໍ່ມີຜົລກະທົບຫຍັງ ຕໍ່ປະຊາຊົນ, ເພິ່ນວ່ານ່າ. ຜ່ານມາ, ກະຂີ້ຝຸ່ນເນາະ ຮັບປະກັນບໍວ່າ ຈະບໍ່ມີຜົລກະທົບ ຕໍ່ປະຊາຊົນ.”
ຂະນະທີ່ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫົວພັນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການດັ່ງກ່າວ ກວມເອົາເນື້ອທີ່ຫຼາຍສົມຄວນ ທັງດິນ ຂອງຊາວບ້ານ ແລະ ປ່າໄມ້ທັມຊາດ ຈຶ່ງເຫັນວ່າ ຜົລກະທົບທີ່ຈະຕາມມາ ຂ້ອນຂ້າງຮຸນແຮງໜັກສົມຄວນ ຫາກບໍ່ມີການປະເມີນຜົລກະທົບ ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ.
“ກະຕ້ອງໄດ້ພິຈາຣະນາກ່ອນວ່າ ທາງນີ້ເຫັນວ່າ ມີຜົລກະທົບ ບໍ່ສາມາດເຮັດໄດ້ເນາະ ຜົລກະທົບຫຼາຍຢ່າງໄດ໋ ມັນໃຊ້ລະເບີດ ໃຊ້ຫຍັງສຽງນັນເນືອງຕ່າງໆ. ຣົບກວນທັງທັມຊາດ ທັງສັດປ່າ ມັນລະບໍ່ຄຳນຶງເຖິງວ່າ ຢູ່ພື້ນທີ່ໃສຫັ້ນນ່າ. ກະຕ້ອງມີການຢັ້ງຢືນ ທັງສິ່ງແວດລ້ອມ ທັງທັມຊາດ ທັງປ່າໄມ້”
ທ່ານກ່າວຕື່ມວ່າ ນອກຈາກຊາວບ້ານໃນພື້ນທີ່ ເມືອງຊຳໃຕ້ ທີ່ຈະໄດ້ຮັບຜົລກະທົບທາງຕຣົງແລ້ວ ອີກບັນຫາໃຫຍ່ ແລະ ສຳຄັນບໍ່ຕ່າງກັນ ກໍຄື ສິ່ງແວດລ້ອມ ທີ່ອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ນາໆພັນ ແລະ ສັດປ່າຈຳນວນຫຼາຍ 100 ຊະນິດ ທີ່ອາສັຍຢູ່ໃນປ່າບໍຣິເວນນັ້ນ, ກໍຈະໄດ້ຮັບຜົລກະທົບນຳດ້ວຍ.
ໂຄງການຂຸດຄົ້ນຫິນອຸດສາຫະກັມ ໂດຍບໍຣິສັດ DLV Mining ຈຳກັດ ເຣີ່ມສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ມາແຕ່ປີ 2019. ປັດຈຸບັນ, ຍັງບໍ່ມີຣາຍລະອຽດ ມູລຄ່າການລົງທຶນ ແລະ ອາຍຸສັມປະທານ ເນື່ອງຈາກຍັງບໍ່ທັນມີການເຊັນສັນຍາ ຂຸດຄົ້ນຫິນເທື່ອ.