ປັຈຈຸບັນ ຄນະຜູ້ໃຈບຸນ ຈາກ ປະເທດໄທ ໄດ້ເດິນທາງ ໄປຊ່ວຍເຫລືອ ຜູ້ປະສົພພັຍ ນໍ້າຖ້ວມ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ໂດຍໄດ້ຂົນເຄື່ອງຂອງ ຫລາຍຢ່າງ ໄປມອບໃຫ້ແກ່ ຜູ້ປະສົບພັຍ ຕາມບ້ານ ຕ່າງໆເປັນຕົ້ນ: ອາຫານແຫ້ງ, ນໍ້າດື່ມ, ແລະເຄື່ອງໃຊ້ ທີ່ຈໍາເປັນ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງປາກເຊ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 11 ກັນຍາ ນີ້ວ່າ:
“ສ່ວນຫລາຍກໍເຫັນໄທ ເຂົາມາຊ່ວຍເປັນອາຫານ ປາກະປ່ອງ ເປັນໝີ່ ເປັນຫຍັງ ເຂົາເອົາມາ ສ່ວນຫລາຍເຂົາມາເອງ ເຂົາມາຕິດຕໍ່ ທາງພາກສ່ວນ ເຮົາແລ້ວເຂົາໄປເອງ ບ້ານສົ່ງ ນາຈຽງ ແກ້ງຊັນ ໂພນງາມ ເຂດໃກ້ໆນີ້ ເຂົາໄປໄກບໍ່ໄດ້ ມັນຍັງມີຂິ້ຕົມ.”
ທ່ານກ່າວຕື່ມວ່າ ສໍາຫລັບສະຖານະການ ນໍ້າຖ້ວມຢູ່ ນະຄອນປາກເຊ ຫລ້າສຸດ ໃນວັນທີ່ 11 ກັນຍາ ນີ້ ຣະດັບນໍ້າຂອງ ໄດ້ຫລຸດລົງເຫຼືອ 12 ແມັດ ແລະ ນໍ້າເຊ ໄດ້ລົດລົງເຫຼືອ 9.55 ແມັດ ເຮັດໃຫ້ນໍ້າຖ້ວມ ໃນເຂດເທສບານ ຫລຸດລົງນໍາ ຍັງເຫລືອແຕ່ບາງບ້ານ ທີ່ນໍ້າຍັງຖ້ວມ ຢູ່ ເປັນຕົ້ນ: ບ້ານປາກເຊ ບ້ານໂພນກຸງ ແລະ ບ້ານໂພນສະອາດ ຂນະທີ່ ທາງການໄດ້ຈັດສົ່ງທິມງານກາແດງ ແລະເຈົ້າໜ້າທີ່ ຈາກໂຮງໝໍ ແຂວງ ໄປປະຈໍາການ ຢູ່ພື້ນທີ່ ແຕ່ລະຈຸດ ເພື່ອໃຫ້ຄວາມຊ່ວຍເຫລືອ ຫຼືປິ່ນປົວປະຊາຊົນ ແຕ່ເຖິງຢ່າງໃດກໍ່ຕາມທາງການ ນະຄອນປາກເຊ ກໍ່ຍັງຕ້ອງການ ຄວາມຊ່ວຍເຫລືອ ຕື່ມອີກເປັນຕົ້ນ: ຈັກສູບນໍ້າ ແລະ ເງິນ ຊ່ວຍເຫລືອ ຜູ້ປະສົບພັຍ.
ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ປັຈຈຸບັນ ກໍ່ມີພາກສ່ວນ ເອກກະຊົນ ທະຍອຍເຂົ້າໄປ ຊ່ວຍເຫລືອ ຜູ້ປະສົບພັຍ ເຊັ່ນກັນ ໂດຍ ໄດ້ມອບອາຫານແຫ້ງ ເປັນຕົ້ນ ເຂົ້າສານ ນໍ້າດຶ່ມ, ຮວມທັງເງິນ ບໍຣິຈາກ ໃຫ້ແກ່ຜູ້ປະສົບພັຍ ໃນບາງພື້ນທີ່ ຊື່ງເບື້ອງຕົ້ນ ທົ່ວເມືອງ ມີຜູ້ປະສົບພັຍ ທັງໝົດ 2,127 ຄອບຄົວ, ດັ່ງ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງຍົມມະລາດ ກ່າວວ່າ:
”ດຽວນີ້ ກໍເຣີ້ມມີທະຍອຍ ພາກສ່ວນບຸກຄົນ ການຈັດຕັ້ງ ບໍຣິສັດ ຫ້າງຮ້ານ ເລັກໆນ້ອຍໆ ມາຊ່ວຍ ເນາະ ປະເພດ ອາຫານ ແຫ້ງ ປັຈຈຸບັນນີ້ ຣະດັບ11 ຫຼື 12 ລ້ານກິບນີ້ແຫລະ ມູນຄ່າການປະກອບ ສ່ວນ.”
ເມື່ອວັນທີ 8 ກັນຍາ ຜ່ານມາ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມ ສັງຄົມສົງເຄາະ ຖແລງ ຕໍ່ສື່ມວນຊົນວ່າ ເຫດນໍ້າຖ້ວມ ໃນ 6 ແຂວງ ທາງພາກໃຕ້ ຂອງລາວ ຄັ້ງນີ້ ມີຜູ້ໄດ້ຮັບ ຜົນກະທົບ ປະມານ 2 ແສນ 24 ພັນຄົນ ໃນນັ້ນ ມີຜູ້ເສັຍຊີວິດ 10 ຄົນ ເສັ້ນທາງຖືກຕັດຂາດ ຫລາຍກ່ວາ 252 ກິໂລແມດ, ໂຮງຮຽນເສັຍຫາຍ 215 ແຫ່ງ ແລະ ໄຮ່ນາຮົ້ວສວນ ຂອງປະຊາຊົນ ເສັຍຫາຍ 1 ແສນ 4 ພັນ ເຮັກຕາຣ໌ ຊື່ງ ຣັຖບານ ໄດ້ໃຫ້ການຊ່ວຍເຫລືອ ໂດຍມອບເງິນໃຫ້ ແກ່ 6 ແຂວງ ຈໍານວນ 1.3 ຕຶ້ກິບ ຮວມທັງໄດ້ສົ່ງເຮືອ ກູ້ພັຍ ໄປຊ່ວຍເຫລືອ ປະຊາຊົນ ຈໍານວນ 38 ລໍາ.